ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກບິນ ອະວະກາດ 3 ຄົນ ໄດ້ໄປເຖິງ ສະຖານີ ອະວະກາດນາໆຊາດ


ຍານອະວະກາດ Soyuz MS ນຳເອົານັກບິນອະວະກາດ ທ່ານນາງ Kate Rubins ຈາກສະຫະລັດ ທ່ານ Anatoly Ivanishin ຈາກຣັດເຊຍ ແລະທ່ານ Takuya Onishi ຈາກຍີ່ປຸ່ນ ໄປເຖິງສະຖານີອະວະກາດນາໆຊາດແລ້ວ.
ຍານອະວະກາດ Soyuz MS ນຳເອົານັກບິນອະວະກາດ ທ່ານນາງ Kate Rubins ຈາກສະຫະລັດ ທ່ານ Anatoly Ivanishin ຈາກຣັດເຊຍ ແລະທ່ານ Takuya Onishi ຈາກຍີ່ປຸ່ນ ໄປເຖິງສະຖານີອະວະກາດນາໆຊາດແລ້ວ.

ຍານ​ອະ​ວະ​ກາດ Soyuz ທີ່​ມີນັກ​ບິນ​ອະວະກາດສາມ​ຄົນ ຈາກ​ຫຼາຍປະ​ເທດ​ເດີນທາງ​ໄປ ນຳ​ໄດ້​ເຂົ້າ​ຈອດ​ຢູ່​ທີ່​ສະ​ຖານີອະ​ວະ​ກາດນາໆ​ຊາດ ຫລື ISS ​ໃນ​ຕອ​ນ​ເຊົ້າ​ວັນ​ເສົາ​ມື້​ນີ້ ປະມານ 400 ກິ​ໂລ​ແມັດ ຫ່າງ​ຈາກ​ໂລກຂຶ້ນ​ໄປ​.

ນັກ​ບິນ​ອະວະ​ກາດ​ຂອງອົງການ NASA ທ່ານ​ນາງ Kathleen Rubin ນັກ​ເຫາະ​ຈັກກະ ວານຣັດເຊຍທ່ານ Anatoly Ivanishin ​ແລະນັກ​ບິນ​ອະວະ​ກາດ ຍີ່ປຸ່ນ ທ່ານ Takuya Onishi ​ໄດ້ຖືກ​ສົ່ງ​ຂຶ້ນ​ຈາກ​ສະຖານີສົ່ງຍານອະ​ວະ​ກາດ​ຣັດ​ເຊຍ ທີ່​ເມືອງ Baikonaur ​ໃນປະ​ເທດ Kazakhstan ເມື່ອ​ວັນ​ພະຫັດ​ທີ່​ຜ່ານ​ມາ.

ພວກ​ນັກ​ບິນອະວະກາດ​ເຫຼົ່ານີ້​ຈະ​ພາກັນໃຊ້​ເວລາ​ຢູ່​ວົງ​ໂຄຈອນ​ສີ່​ເ​ດືອນ.

ທ່ານ​ນາງ Robin ​ແມ່ນ​ນັກ​ຄົ້ນຄວ້າໂຣກມະ​ເຮັງ ​ແລະ​ພະຍາດ​ຕິດ​ແປ​ດ. ທ່ານ​ນາງ​ມີ​ແຜນການ​ທີ່ພະຍ​າຍາມຈະ​ຈັດ​ລະດັບ DNA ​ເປັນ​ເທື່ອ​ທຳ​ອິດ​ຢູ່​ໃນ​ອະວະ​ກາດ.

​ພວກເຂົ້າ​ເຈົ້າ​ຈະ​ໄປ​ສົ​ມທົບ ​ກັບນັກ​ບິນ​ອະວະກາດ​ອາ​ເມຣິກັນ ທ່ານ Jeff Williams ​ແລະນັກ​ເຫາະ​ຈັກກະວານຣັດ​ເຊຍ ທ່ານ Oleg Skropochka ​ແລະ ທ່ານ Alexey Ovchinin ຢູ່​ທີ່​ນັ້ນ.

ອົງການ NASA ​ໄດ້ກາງ​ຕໍ່ຍານ​ອະ​ວະ​ກາດ Soyuz ຂອງຣັດ​ເຊຍ​ໃນ​ການ​ເດີນ​ທ່າ​ງ​ໄປ​ຍັງ​ສະຖານີ ISS ນັບ​ແຕ່​ໂຄງການ​ຍານ​ອະວະກາດ​ໄປ​ກັບ ​ຫລື Space Shuttle ​ໄດ້​ສິ້ນສຸດ​ລົງ​ເມື່ອຫ້າ​ປີ​ກ່ອນ. ອົງການ​ອະວະກາດ​ສະຫະລັດ ຫວັງ​ວ່າ​ຈະ​ກັບ​ຄືນສູ່​ທຸລະ​ກິດ​ການບິນ​ໄປ​ຍັງ​ສະຖານີ​ອະວະກາດອີກ​ໃນ​ປີ 2018 ​ໂດຍໃຊ້ຍານ​ອະວະກາດ ທີ່​ໄດ້​ຮັບ​ການ​ພັດ ທະນາ ​ໂດຍ​ບໍລິສັດ Boeing ​ແລະ​ບໍລິ​ສັດ SpaceX ທີ່ເອກ​ກະ​ຊົນ​ເປັນ​ເຈົ້າ​ຂອງ.

ອ່ານຂ່າວນີ້ເພີ້ມເປັນພາອັງກິດ

XS
SM
MD
LG