ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກບິນອາວະກາດ 3 ຄົນໄດ້ກັບຄືນສູ່ໂລກ ຈາກສະຖານີອາວະກາດ ນານາຊາດ


ກຸ່ມຊ່ວຍເຫຼືອຂອງອົງການອາວະກາດ ຣັດເຊຍ ຊ່ວຍເຫຼືອ ນັກບິນອາວະກາດ ສະຫະລັດ ທ່ານນາງ Kate Rubins ອອກຈາກກ່ອງອາວະກາດ ບໍ່ດົນຫຼັງຈາກລົງສູ່ພື້ນດິນ. ເມືອງ Dzhezkazgan, ປະເທດ ກາຊັກສຖານ, 30 ຕຸລາ, 2016.
ກຸ່ມຊ່ວຍເຫຼືອຂອງອົງການອາວະກາດ ຣັດເຊຍ ຊ່ວຍເຫຼືອ ນັກບິນອາວະກາດ ສະຫະລັດ ທ່ານນາງ Kate Rubins ອອກຈາກກ່ອງອາວະກາດ ບໍ່ດົນຫຼັງຈາກລົງສູ່ພື້ນດິນ. ເມືອງ Dzhezkazgan, ປະເທດ ກາຊັກສຖານ, 30 ຕຸລາ, 2016.

ນັກບິນອາວະກາດສາມຄົນໄດ້ເດີນທາງກັບສູ່ໂລກຢ່າງປອດໄພ ຫຼັງຈາກໄດ້ປະຕິບັດພາ ລະກິດ 115 ມື້ຢູ່ເທິງສະຖານີອາວະກາດນານາຊາດ ບ່ອນທີ່ນັກບິນອາວະກາດຊາວ ອາ ເມຣິກັນ ທ່ານນາງ Kate Rubins ໄດ້ກາຍເປັນຄົນທຳອິດທີ່ໄດ້ລຽງລຳດັບລັກສະນະ ທາງກຳມະພັນ ຫຼື DNA ຢູ່ໃນອາວະກາດ.

ທ່ານນາງ Rubins, ພ້ອມດ້ວຍທ່ານ Takuya Onishi ຈາກ ຍີ່ປຸ່ນ ແລະ ທ່ານ Anatoly Ivanishin ຈາກ ຣັດເຊຍ ໄດ້ລົງສູ່ໂລກໃນຕອນເຊົ້າຂອງວັນອາທິດມື້ນີ້ ໃກ້ກັບເມືອງ Dzhezkagan ໃນທົ່ງຫຍ້າກວ້າງໃຫຍ່ໃນ ເອເຊຍກາງ.

ຫຼັງຈາກທີ່ພວກເຂົາເຈົ້າໄດ້ຖືກເຄື່ອນຍ້າຍອອກຈາກກ່ອງອາວະກາດ, ນັກບິນອາວະກາດ ທັງສາມຄົນ ກໍໄດ້ນັ່ງຢູ່ເທິງຕັ່ງຂອງກ່ອງອາວະກາດຢູ່ທົ່ງຫຍ້າທີ່ໜາວເຢັນນັ້ນ ໃນເວລາທີ່ ພວກເຂົາເຈົ້າກຳລັງປັບຕົວໃຫ້ເຂົ້າກັບແຮງດຶງດູດ ຫຼັງຈາກໃຊ້ເວລາເກືອບ 4 ເດືອນຢູ່ໃນ ບັນຍາກາດທີ່ບໍ່ມີນ້ຳໜັກ. ຫຼັງຈາກນັ້ນພວກເຂົາເຈົ້າກໍຖືກນຳສົ່ງໄປເຕັ້ນການແພດທີ່ຕັ້ງຢູ່ ໃກ້ຄຽງສຳລັບການກວດກາສຸຂະພາບ.

ໃນລະຫວ່າງການປະຕິບັດພາລະກິດ, ທ່ານນາງ Rubins ຈາກອົງການ NASA ໄດ້ລຽງ ລຳດັບຕົວຢ່າງຂອງໜູ, ໄວຣັສ ແລະ DNA ຂອງເຊື້ອໂຣກ ຢ່າງປະສົບຜົນສຳເລັດ, ໃນ ຂະ ນະທີ່ບັນດານັກວິທະ ຍາສາດຢູ່ເທິງໂລກ ໄດ້ລຽງລຳດັບຂອງຕົວຢ່າງແບບດຽວກັນ ໃນເວລາດຽວກັນ. ອົງການອາວະກາດ ສະຫະລັດ ກ່າວວ່າ ການວິໄຈສາມາດຊ່ວຍລະບຸ ເຊື້ອ ໂຣກທີ່ເປັນອັນຕະລາຍໃນສະຖານີອາວະກາດ ແລະ ກວດຫາສາເຫດຂອງຄວາມ ເຈັບປ່ວຍໃນອາວະກາດ.

ສຳລັບຜູ້ທີ່ຍັງຢູ່ເທິງສະຖານີອາວະກາດນານາຊາດນັ້ນແມ່ນ ນັກບິນອາວະກາດ ຣັດເຊຍ ທ່ານ Andrei Borisenko ແລະ ທ່ານ Sergey Ryzhykov ພ້ອມກັບນັກບິນອາວະກາດ ອາເມຣິກັນ ທ່ານ Robert Shane Kimbrough. ທັງສາມທ່ານ ໄດ້ເດີນທາງຮອດສະຖາ ນີອາວະກາດໃນວັນທີ 22 ຕຸລາທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG