ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານ Soyuz ໄປຮອດ ສະຖານີ ອະວະກາດ ພ້ອມດ້ວຍ ນັກບິນອະວະກາດ ຈາກ 3 ປະເທດ


ຈາກເທິງຫາລຸ່ມ ນັກບິນອະວະກາດ Andreas Mogensen, Aidyn Aimbetov ແລະ Sergei Volkov ໂບກມືໃຫ້ ຂະນະທີ່ເຂົ້າໄປໃນຍານ Soyuz. (2 ກັນຍາ 2015)
ຈາກເທິງຫາລຸ່ມ ນັກບິນອະວະກາດ Andreas Mogensen, Aidyn Aimbetov ແລະ Sergei Volkov ໂບກມືໃຫ້ ຂະນະທີ່ເຂົ້າໄປໃນຍານ Soyuz. (2 ກັນຍາ 2015)

ຍານອະວະກາດ Soyuz ຂອງຣັດເຊຍໄດ້ເດີນທາງໄປເຖິງສະ
ຖານີອະວະກາດນາໆຊາດໃນວັນສຸກວານນີ້ພ້ອມດ້ວຍນັກບິນ
ອະວະກາດຈາກ 3 ປະເທດ.

ຍານດັ່ງກ່າວໄດ້ນຳເອົານັກບິນອະວະກາດຄົນທຳອິດຂອງເດນ
ມາກ Andreas Mogensen ຈາກອົງການອະວະກາດ ຢູໂຣບ
ນັກບິນອະວະກາດຣັດເຊຍ Sergei Volkov ແລະ ນັກບິນອະ
ວະກາດກາຊັກສະຖານ Aidyn Aimbetov ຂຶ້ນໄປສູ່ ສະຖານີ
ອະວະກາດນາໆຊາດທີ່ກຳລັງໂຄຈອນອ້ອມໂລກເຮັດສະຖານີ
ດັ່ງກ່າວ ມີນັກບິນອະວະກາດ ຫຼາຍເຖິງ 9 ຄົນເປັນເທື່ອທຳອິດ
ນັບແຕ່ເດືອນພະຈິກ ປີ 2013 ເປັນຕົ້ນມາ.

ສູນກາງຄວບຄຸມອະວະກາດຂອງຣັດເຊຍ ກ່າວວ່າ ຍານ Soyuz ໄດ້ເຊື່ອມຕໍ່ກັບສະຖານີ
ອະວະກາດກົງຕາມເວລາ ປະມານ 51 ຊົ່ວໂມງຫລັງຈາກໄດ້ທະຍານຂຶ້ນສູ່ງທ້ອງຟ້າຈາກ
ຖານສົ່ງ Baikonur ໃນກາຊັກສະຖານ ຊຶ່ງເປັນຖານສົ່ງຍານອະວະກາດທີ່ບໍລິຫານໂດຍ ຣັດເຊຍ.

ອົງການອະວະກາດຂອງຣັດເຊຍ ໄດ້ປ່ຽນທິດທາງຂອງຍານອະວະກາ ຊຶ່ງບໍ່ໄດ້ບິນໂດຍ
ກົງ ຕາມເສັ້ນທາງທີ່ເຄີຍບິນມາເມື່ອສອງປີກ່ອນ ຍ້ອນເຫດຜົນທາງດ້ານຄວາມປອດໄພ ຫລັງຈາກສະຖານີອະວະກາດນາໆຊາດໄດ້ປັບວົງໂຄຈອນຂອງຕົນ ເພື່ອບໍ່ໃຫ້ຕຳກັນກັບ ຊາກເສດເຫລືອທີ່ໂຄຈອນຢູ່ໃນອະວະກາດ.

ນັກບິນອະວະກາດ Mogensen ແລະ Aimbetov ມີກຳນົດ ຈະກັບຄືນສູ່ໂລກ ໃນວັນທີ
12 ກັນຍານີ້ ພ້ອມກັບນັກບິນອະວະກາດຣັດເຊຍ Gennady Padalka ທີ່ໄດ້ປະຕິບັດ ໜ້າທີ່ຢູ່ເທິງສະຖານີອະວະກາດນາໆຊາດ ມາຕັ້ງແຕ່ເດືອນມີນາ.

ນັກບິນອະວະກາດ Padalka ໄດ້ໃຊ້ເວລາ ຢູ່ເທິງອະວະກາດ ທັງໝົດ 878 ມື້ ຫຼາຍກວ່າ
ນັກບິນອະວະກາດຄົນໃດໆ.

ສ່ວນນັກບິນອະວະກາດ Volkov ຈະກັບຄືນມາສູ່ໂລກໃນເດືອນມີນາພ້ອມກັບນັກບີນອະ ວະກາດ Scott Kelly ຂອງອົງການ NASA ແລະ ນັກບິນອະວະກາດຣັດເຊຍ Mikhail
Kornienko ຊຶ່ງຈະໃຊ້ເວລາດົນເຖິງນຶ່ງປີ ຢູ່ເທິງອະວະກາດ ໃນເວລານັ້ນ.

XS
SM
MD
LG