ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລົມພາຍຸ​ ປະທະພາກໃຕ້ ສະຫະລັດ ຍັງຜົນໃຫ້ມີ ຢ່າງ​ນ້ອຍ 19 ຄົນ ເສຍຊີວິດ​


ຊາກຫັກພັງ ຈາກລົມຫົວກຸດ ຂະໜາດໃຫຍ່ ຫຼືທໍເນໂດ ເມື່ອວັນອາທິດ ທີ 22 ມັງກອນ ຢູ່ Cook County, ລັດ Georgia.
ຊາກຫັກພັງ ຈາກລົມຫົວກຸດ ຂະໜາດໃຫຍ່ ຫຼືທໍເນໂດ ເມື່ອວັນອາທິດ ທີ 22 ມັງກອນ ຢູ່ Cook County, ລັດ Georgia.

ສະພາບອາກາດ​ທີ່​ຮ້າຍ​ແຮງ​ໃນ​ທ້າຍ​ສັບປະດາ​ທີ່​ຜ່ານ​ມາ​ນີ້ ​ໄດ້​ສັງຫານ ຢ່າງ​ນ້ອຍ 19 ຄົນ ​ໃນ​ພາກ​ໃຕ້​ຂອງ​ສະຫະລັດ ​ແລະ​ບາດ​ເຈັບ​ອີກ​ຫຼາຍ​ຄົນ.

​ພວກ​ນັກ​ພະຍາກອນອາກາດ ​ໄດ້​ເຕືອນ​ກ່ຽວ​ກັບ​ລົມ​ແຮງ ຝົນຕົກໜັກ ​ແລະ​ນ້ຳ​ຖ້ວມ ​
ໃນ​ຂະນະ​ທີ່ພາ​ຍຸ ​ໄດ້​ເຄື່ອນ​ຍ້າຍຂຶ້ນ​ໄປ​ທາງ​ເໜືອ ຕາມ​ພາກ​ຕາ​ເວັນ​ອອກ​ ​ໃນ​ວັນ​ຈັນ
​ວານ​ນີ້.

ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ເຫດສຸກ​ເສີນ ​ໄດ້​ເຕືອນ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ນະຄອນ​ນິວຢ໊ອກ ​ໃຫ້​ກຽມ
ຮັບ​ມື​ ກັບ​ຟ້າ​ຝົນ​ແລະ​ລົມແຮງ ​ເຖິງ 110 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ​ເຂດ​ຝັ່ງ​ທະ​ເລ​ຈາກ​ລັດ Virginia ຈົນ​ເຖິງ​ນະຄອນ Boston ​ແມ່ນ​ຄາດ​ວ່າ​ຈະ​ມີ​ຝົນຕົກ​ໜັກ ຫິມະ​ແລະ​ລົມ​ແຮງ.

ພາຍຸ​ນີ້ ​ໄດ້​ພັດ​ຜ່ານ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ເປັນ​ເວລາ 2-3 ມື້ ລົມຫົວກຸດ tornado ຝົນຕົກ​ໜັກ ​ແລະ​ລົ​ມ​ແຮງ ​ທຳລາຍບ້ານ​ເຄື່ອນ​ທີ່ ​ແລະ​ປະ​ຖິ້ມຊາກ​ຫັກ​ພັງ​ຕ່າງໆ​ໄວ້.

ຜ່ານ​ແລງໃນວັນ​ເສົາແລ້ວ​ນີ້ ຈົນ​ເຖິງ​ວັນ​ອາທິດຕອນ​ແລ​ງ ລົມ​ພະຍຸ ​ໄດ້ສັງ​ຫານ ຢ່າງ
​ນ້ອຍ 15 ຄົນ ​ໃນ​ພາກ​ໃຕ້​ຂອງ​ລັດ Georgia ​ແລະ 4 ຄົນ ​ໃນລັດ Mississippi.

ຜູ້​ປົກຄອງ​ລັດ Georgia ທ່ານ Nathan Deal ປະກາດສະພາວະ​ສຸດ​ເສີນ ​ໃນ 16 ​
ເຂດ​ເມືອງ ທີ່​ໄດ້ຮັບ​ຜົນ​ກະທົບ ດ້ວຍ​ການບາດ​ເຈັບ​ລົ້ມ​ຕາຍ ​ແລະ​ຮັບ​ຄວາມ​ເສຍ​ຫາຍ ​
ຈາກ​ພາຍຸນີ້. ທ່ານ Deal ​ໄດ້​ກ່າວ​ວ່າ ກຸ່ມອົງການ​ລັດຖະບານ​ທ້ອງ​ຖິ່ນ​ຂອງ​ລັດ ​ແມ່ນ​ໄດ້ ​
“ເຮັດໃຫ້​ມີ​ການ​ເຂົ້າ​ຮອດ​ເຂົ້າ​ເຖິງ​ການ​ຊ່ອຍ​ເຫຼືອ​ໄດ້” ​ໃນ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ ​
ແລະ​ວ່າ ຄວາມ​ເປັນ​ຫວ່າງ​ເປັນ​ໃຍ ​ແລະ​ໄວ້​ວອນ​ພາວະນາ ​ແມ່ນ​ສົ່ງ​ໄປ​ຮອດ​ໄປ​ເຖິງ​
ຊາວ Georgia ພວກ​ຊຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ຈາກ​ພາຍຸ​ຮ້າຍ​ແຮງ​ຄັ້ງ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG