ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດແຕກ ໃນພາກໃຕ້ຂອງ ໄທ ມີຄົນ ເສຍຊີວິດ ໜຶ່ງຄົນ


ບັນດາເຈົ້າໜ້າທີ່ໜ່ວຍເກັບກູ້ລະເບີດ ກວດກາຊາກຫັກພັງຂອງລົດ ຫຼັງຈາກລະເບີດແຕກ ຢູ່ນອກໂຮງແຮມ ໃນຈັງຫວັດປັດຕະນີ, ໄທ. 24 ສິງຫາ, 2016.
ບັນດາເຈົ້າໜ້າທີ່ໜ່ວຍເກັບກູ້ລະເບີດ ກວດກາຊາກຫັກພັງຂອງລົດ ຫຼັງຈາກລະເບີດແຕກ ຢູ່ນອກໂຮງແຮມ ໃນຈັງຫວັດປັດຕະນີ, ໄທ. 24 ສິງຫາ, 2016.

ຄົນຜູ້ໜຶ່ງໄດ້ເສຍຊີວິດ ແລະ ຫຼາຍກວ່າ 30 ຄົນໄດ້ຮັບບາດເຈັບ ຫຼັງຈາກລະເບີດລົດໄດ້​ແຕກຂຶ້ນໃນພາກໃຕ້ຂອງ ໄທ ເມື່ອວັນ ອັງຄານວານນີ້.

ບັນດາເຈົ້າໜ້າກ່າວວ່າ ລົດຄັນດັ່ງກ່າວ ໄດ້ຖືກນຳ​ໄປຈອດໄວ້ຢູ່ນອກໂຮງແຮມແຫ່ງໜຶ່ງ ໃນເມືອງປັດຕະນີທີ່ຕັ້ງຢູ່ແຄມຊາຍຝັ່ງຂອງປະເທດ ​ເຊິ່ງ​ໄດ້ກໍ່ໃຫ້ເກີດຄວາມເສຍຫາຍ ເປ່ເພຢ່າງແຮງຕໍ່ທາງເຂົ້າຂອງໂຮງ ແຮມແລະອາຄານຫຼາຍຫຼັງທີ່ຕັ້ງຢູ່ໃກ້ຄຽງ,​ ລວມທັງ ສະຖານທີ່ຮ້ອງເພງ ຄາຣາໂອເກະ ແລະ ບ່ອນພັກຜ່ອນນວດຮ່າງກາຍ. ຜູ້ທີ່ໄດ້ຮັບເຄາະ ຮ້າຍໝົດທຸກຄົນແມ່ນຄົນ ໄທ.

ລະເບີດລູກ​ໜຶ່ງ ທີ່​ຫ້າງ​ໄວຢູ່ໃນສະຖານທີ່ຈອດລົດຂອງໂຮງແຮມ ໄດ້​ແຕກຂຶ້ນກ່ອນໜ້າ ນັ້ນບໍ່ເທົ່າໃດນາທີ, ແຕ່ຕຳຫຼວດກ່າວວ່າ ບໍ່ມີໃຜໄດ້ຮັບບາດເຈັບ.

ການໂຈມຕີ​ໃນວັນອັງຄານວານນີ້ ໄດ້ເກີດຂຶ້ນ ຫຼັງຈາກຄື້ນຂອງການ ວາງລະເບີດຫຼາຍຄັ້ງ ປະສານງານກັນ ໃນເມືອງຕາກອາກາດຫຼາຍແຫ່ງ ໃນພາກໃຕ້ຂອງ ໄທ ລະຫວ່າງ ວັນທີ 11 ຫາ 12 ສິງຫາ ທີ່ໄດ້ສັງ ຫານ​ 4 ຄົນ ແລະ ບາດເຈັບຫຼາຍສິບຄົນ. ຂົງ​ເຂດດັ່ງກ່າວໄດ້​ຕົກ​ຢູ່​ໃນ​ສະພາບ​ວຸ້ນວາຍຍ້ອນ​ການ​ກໍ່​ກະບົດຕ້ານລັດຖະບານເປັນເວລາ 12 ປີ ໂດຍ ພວກແບ່ງແຍກດິນແດນ ມຸສລິມ ໃນຈັງຫວັດ ຢະລາ, ປັດຕະນີ ແລະ ນະຣາທິວາດ ທີ່ໄດ້ ເຮັດໃຫ້ປະຊາຊົນຫຼາຍກວ່າ 6,500 ຄົນເສຍ ຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Thailand Bombing
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG