ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຫຼາຍພັນຄົນຫຼົບໜີ ຈາກໄຟປ່າ ໃນພາກໃຕ້ ອອສເຕຣເລຍ


ຄວັນໄຟ ຂອງໄຟປ່າໃນລັດ Tasmania ພາກໃຕ້ຂອງອອສເຕຣເລຍ
ຄວັນໄຟ ຂອງໄຟປ່າໃນລັດ Tasmania ພາກໃຕ້ຂອງອອສເຕຣເລຍ
ເຈົ້າໜ້າ​ທີ່​ອອສ​ເຕຣ​ເລຍ​ເວົ້າ​ວ່າ ປະຊາຊົນຫຼາຍພັນ​ຄົນ​ໄດ້​ພາກັນຫຼົບໜີ​ຈາກ​ໄຟ​ປ່າ ​ທີ່ເກີດ​ຂຶ້ນຢູ່ເຂດ​ພາກ​ໃຕ້​ຂອງ​ອອສ​ເຕຣ​ເລຍ ຊຶ່ງ​ໄຟ​ປ່າ​ສ່ວນ​ນຶ່ງ ​ໄດ້​ເຜົາໄໝ້​ບ້ານຫຼາຍສິບ ຫຼັງຢູ່​ໃນ​ລັດ​ Tasmania ຊຶ່ງ​ເປັນເກາະຕັ້ງ​ຢູ່ທາງ​ພາກ​ໃຕ້​ຂອງປະ​ເທດ ນັ້ນ.

​ໄຟ​ປ່າ​ດັ່ງກ່າວ​ເກີດ​ຂຶ້ນ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ທ່າມກາງ​ຄວາມ​ຮ້ອນ​ເອົ້າ​ເປັນປະວັດ​ການ​ຂອງລະ​ດູ​ຮ້ອນ ທີ່​ມີ​ອຸນ​ຫະພູມ​ສູງ​ເຖິງ 40 Celsius ທີ່​ເກາະ Tasmania ຊຶ່ງ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ ປົກກະຕິ​ແລ້ວມີ​ອາກາດ​ໜາວ​ກວ່າເຂດ​ອື່ນໆ​ຂອງ​ປະ​ເທດ.

ຕໍາຫຼວດ Tasmania ປະ​ເມີນ​ເມື່ອ​ຕອນ​ບ່າຍ​ວັນ​ເສົາ​ວານ​ນີ້​ວ່າ ຢ່າງ​ໜ້ອຍ 70 ​ເປີ​ເຊັນ​ຂອງ​ຕຶກ​ອາຄານຖືກ​ທໍາລາຍ ​ຢູ່​ໃນ​ແລະ​ອ້ອມ​ແອ້ມ​ ​ຄຸ້ມນ້ອຍໆ Dunalley ທີ່ຢູ່​ຫ່າງ​ຈາກ​ Hobart ເມືອງຫຼວງຂອງ​ລັດ ​ໄປທາງ​ທິດຕາ​ເວັນ​ອອກ​ ​ປະມານ 55 ກິ​ໂລ​ແມັດ.

ທາງ​ການ​ກໍາລັງ​ສືບສວນ​ລາຍ​ງານ​ນຶ່ງ​ທີ່​ວ່າ​ ມີ​ຄົນ​ນຶ່ງ​ເສຍ​ຊີວິດຍ້ອນ​ໄຟ​ໄໝ້ ດັ່ງກ່າວ ແຕ່​ຕໍາຫຼວດ​ເວົ້າ​ວ່າ ​ເທົ່າ​ເຖິງ​ປັດຈຸບັນ​ນີ້​ຍັງ​ບໍ່​ມີ​ການ​ຢືນຢັນ​ວ່າ​ມີ​ຜູ້​ເສຍ​ຊີວິດ.

​ໄຟ​ປ່າ ຖື​ວ່າ​ເປັນ​ເລຶ່ອງທໍາ​ມະ​ດາ​ໃນ​ລະຫວ່າງ​ລະດູ​ຮ້ອນ​ຂອງ​ອອສ​ເຕຣ​ເລຍ. ​ໃນ​ເດືອນ​ກຸມພາ​ປີ 2009 ນັ້ນ ​ໄຟ​ປ່າ​ທີ່​ເກີດ​ຂື້ນຢູ່ຫຼາຍຮ້ອຍ​ບ່ອນ ​ໃນທົ່ວ​ລັດ Victoria ພາກ​ໃຕ້ ຊຶ່ງມີ​ຜູ້​ເສຍ​ຊີວິດ 173 ຄົນ.


Related video of Australian wildfires
please wait

No media source currently available

0:00 0:00:45 0:00
ລິງໂດຍກົງ
XS
SM
MD
LG