ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການເຕີບໂຕ ຂອງເອເຊຍ ຈະເປັນໄປ ຕາມຄາດໝາຍ


ເສດຖະກິດຂອງເອເຊຍ ຈະເຕີບໂຕ ຕາມໂຕເລກຄາດໝາຍ
ເສດຖະກິດຂອງເອເຊຍ ຈະເຕີບໂຕ ຕາມໂຕເລກຄາດໝາຍ
ລາຍງານໃໝ່ສະບັບນຶ່ງ ຂອງທະນາຄານພັດທະນາເອເຊຍ ຫລື
ADB ກ່າວວ່າເສດຖະກິດທີ່ຊັກຊ້າໃນເຂດເອເຊຍຈະຂະຫຍາຍ
ໂຕໄວຂຶ້ນໃນຊຸມປີຈະມານີ້.

ບົດເພີ້ມຕື່ມຫຼ້າສຸດ ກ່ຽວກັບການຄາດຄະເນ ດ້ານການພັດທະ
ນາຂອງເອເຊຍທຳນາຍວ່າ ບັນດາປະເທດທີ່ກຳລັງພັດທະນາ
ໃນເຂດເອເຊຍຈະເຕີບໂຕ 6% ໃນປີ 2012 ແລະ 6.6% ໃນປີ 2013 ປະມານ .1% ຕໍ່າ ກວ່າທີ່ໄດ້ຄາດຄະເນໄວ້ໃນເດືອນຕຸລາຜ່ານມາ.

ລາຍງານເວົ້າວ່າ ການບໍລິໂພກທີ່ເຂັ້ມແຂງຂຶ້ນ ຂອງພາກເອກກະຊົນ ໃນຂົງເຂດເອເຊຍ ຕາເວັນອອກສຽງໃຕ້ ແລະການຟື້ນໂຕຄືນຂອງເສດຖະກິດທີ່ບໍ່ແຂງແຮງຢູ່ຈີນ ເກືອບວ່າ ຈະສົມສ່ວນກັບຄວາມອ່ອນແອຂອງເສດຖະກິດອິນເດຍ.

ລາຍງານຂອງ ADB ຍັງເວົ້າວ່າ ຄວາມອ່ອນແອຂອງເສດຖະກິດໃນຢູໂຣບແລະເຫວງົບ ປະມານທີ່ພວມປະກົດຂຶ້ນໃຫ້ເຫັນເປັນລາງໆຢູ່ໃນສະຫະລັດຍັງສືບຕໍ່ເປັນໄພຂົ່ມຂູ່ທີ່ແທ້
ຈິງຕໍ່ບັນດາປະເທດທີ່ກຳລັງພັດທະນາໃນເຂດເອເຊຍ.
XS
SM
MD
LG