ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນັດຢຸດງານ ຖືກຕໍາຫລວດຍິງຕາຍ ຢູ່ອາຟຣິກາໃຕ້ (ສະໄລດ໌)


ໜ່ວຍສືບສວນຂອງຕຳຫຼວດອາຟຣິກາໃຕ້ພວມກວດກາເບິ່ງບ່ອນທີ່ ມີການຍິງພວກນັດຢຸດງານປະທ້ວງ ທີ່ບໍ່ຄຳຂາວ Lonmin (17 ສິງຫາ 2012)
ໜ່ວຍສືບສວນຂອງຕຳຫຼວດອາຟຣິກາໃຕ້ພວມກວດກາເບິ່ງບ່ອນທີ່ ມີການຍິງພວກນັດຢຸດງານປະທ້ວງ ທີ່ບໍ່ຄຳຂາວ Lonmin (17 ສິງຫາ 2012)
ກະຊວງຕຳຫຼວດຂອງອາຟຣິກາໃຕ້ກ່າວວ່າ ມີຢ່າງນ້ອຍ 30
ຄົນໄດ້ເສຍຊີວິດໃນວັນພະຫັດວານນີ້ ເວລາຕຳຫຼວດຍິງປືນ
ເຂົ້າໃສ່ພວກຄົນງານ ທີ່ພາກັນ ນັດຢຸດງານປະທ້ວງ ຢູ່ບໍ່ຄຳ
ຂາວຫຼື Platinum ແຫ່ງນຶ່ງ.

ເຈົ້າໜ້າທີ່ຄົນນຶ່ງ ຂອງກະຊວງ ກ່າວໃນວັນສຸກມື້ນີ້ວ່າ ຕຳ
ຫຼວດໄດ້ລະດົມຍິງດ້ວຍປືນອັດຕະໂນມັດເຂົ້າໃສ່ພວກຄົນ
ງານທີ່ບໍ່ຄຳຂາວ Lonmin ທີ່ຕັ້ງຢູ່ປະມານ 120 ກິໂລແມັດ
ຫ່າງຈາກນະຄອນ Johannesburg ໄປທາງທິດຕາເວັນ
ຕົກສຽງເໜືອ.
ມີຄົນງານປະມານ 3,000 ຄົນ ໄດ້ພາກັນນັດຢຸດງານປະ
ທ້ວງໃນຮອບສັບປະດາຜ່ານມາ ຍ້ອນມີການຂັດແຍ້ງກັນ
ໃນເລື່ອງເງິນເດືອນ. ບໍລິສັດ Lonmin ໄດ້ອອກຖະແຫຼງ
ຂ່າວສະບັບນຶ່ງໃນວັນພະຫັດວານນີ້ ເຕືອນພວກຄົນງານວ່າເຂົາເຈົ້າຈະຖືກໄລ່ອອກ
ຖ້າຫາກບໍ່ກັບຄືນໄປເຮັດວຽກພາຍໃນມື້ນີ້. ຫຼັງຈາກໄດ້ເກີດການປະທະກັນແລ້ວ
ຄະນະຜູ້ຈັດການຂອງບໍລິສັດກໍອອກຖະແຫຼງຂ່າວອີກສະບັບນຶ່ງເວົ້າວ່າ ພວກຄົນງານ
ບາງຄົນມີອາວຸດຢູ່ໃນຄວາມຄອບຄອງ.

ກ່ອນເກີດການປະທະກັນໃນວັນພະຫັດວານນີ້ ມີ 10 ຄົນ ຮວມທັງຕຳຫຼວດສອງຄົນ
ໄດ້ເສຍຊີວິດໃນຄວາມຮຸນແຮງທີ່ພົວພັນກັບການນັດຢຸດງານປະທ້ວງຢູ່ທີ່ບໍ່ດັ່ງກ່າວ.

ບໍລິສັດ Lonmin ເປັນຜູ້ຜະລິດຄຳຂາວລາຍໃຫຍ່ອັນດັບ 3 ຂອງໂລກ.
XS
SM
MD
LG