ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳ ເອທິໂອເປຍ ແລະເຄັນຢາ ໄປເຖິງ ຊູດານໃຕ້ ເພື່ອ ເຂົ້າຮ່ວມ ການເຈລະຈາ (ສະໄລດ໌/ວີດີໂອ)


South Sudan Army Retakes Bor
please wait

No media source currently available

0:00 0:01:40 0:00
ລິງໂດຍກົງ
ການດຳເນີນຄວາມພະຍາຍາມໃນລະດັບພູມີພາກ ເພື່ອໄກ່ເກ່ຍ
ໃຫ້ມີສັນຕິພາບຢູ່ໃນຊູດານໃຕ້ ຊຶ່ງໄດ້ປະສົບກັບຄວາມຮຸນແຮງ
ນັ້ນ ແມ່ນໄດ້ຮັບແຮງກະຕຸ້ນ ດ້ວຍການເດີນທາງໄປເຖິງ ຂອງຜູ້
ນຳເຄັນຢາແລະເອທິໂອເປຍ ເພື່ອເຂົ້າຮ່ວມການເຈລະຈາທີ່ນະ
ຄອນ Juba.

ປະທານາທິບໍດີເຄັນຢາ ທ່ານ Uhuru Kenyatta ແລະນາຍົກ
ລັດຖະມົນຕີເອທິໂອເປຍ ທ່ານ Hailmariam Desalegn ຈະ ພົບປະກັບປະທານາທິບໍດີຊູດານໃຕ້ ທ່ານ Salva Kiir ຢູ່ທີ່ນະ
ຄອນຫຼວງ Juba ໃນວັນພະຫັດມື້ນີ້.

ທ່ານ Kiir ໄດ້ກ່າວຫາທ່ານ Riek Machar ອະດີດຮອງປະທານາທິບໍດີ ແລະຄູ່ແຂ່ງທາງ ການເມືອງຂອງທ່ານນັ້ນວ່າ ເປັນຜູ້ວາງແຜນໃນການພະຍາຍາມກໍ່ລັດຖະປະຫານ ທີ່ເປັນ ສາເຫດພາໃຫ້ເກີດການປະທະກັນຢ່າງຮ້າຍແຮງ ເມື່ອ 11 ມື້ກ່ອນນັ້ນ.

ເຈົ້າໜ້າທີ່ອົງການສະຫະປະຊາຊາດກ່າວວ່າ ມີທ່າທາງວ່າຫຼາຍພັນຄົນໄດ້ຖືກສັງຫານໃນ ຄວາມຮຸນແຮງຄັ້ງນີ້ ຊຶ່ງເປັນການປະທະກັນ ລະຫວ່າງຊົນເຜົ່າ Dinka ຂອງທ່ານ Kiir ແລະຊົນເຜົ່າ Nuer ຂອງທ່ານ Machar.

ທ່ານ Machar ຊຶ່ງພວມຫລົບໜີຢູ່ໃນເວລານີ້ ບໍ່ໄດ້ອ້າງເອົາຄວາມຮັບຜິດຊອບໃນການກໍ່ ລັດຖະປະຫານ ແຕ່ກໍເວົ້າວ່າ ກອງທັບຄວນໂຄ່ນລົ້ມທ່ານ Kiir.

ຂະນະດຽວກັນ ຫຼາຍກວ່າ 40,000 ຄົນຍັງສືບຕໍ່ພາກັນອາໄສຢູ່ຕາມຄ້າຍແຫ່ງຕ່າງໆຂອງ ອົງການສະຫະປະຊາຊາດ ເພື່ອຫລົບໜີການສູ້ລົບກັນ.

ການສູ້ລົບກັນ ຮອບຫລ້າສຸດ ແມ່ນມີຈຸດສູນກາງ ຢູ່ທີ່ເມືອງ Malakal ຊຶ່ງເປັນເມືອງເອກ ຂອງລັດແມ່ນໍ້າ Nile ຕອນເທິງຫຼື Upper Nile ທີ່ອຸດົມສົມບູນໄປດ້ວຍນໍ້າມັນລະຫວ່າງ ພວກກະບົດແລະພວກທະຫານທີ່ຈົງຮັກພັກດີຕໍ່ລັດຖະບານ. ໃນຕົ້ນອາທິດນີ້ທະຫານລັດ ຖະບານໄດ້ເຂົ້າຢຶດເອົາເມືອງ Bor ຊຶ່ງເປັນເມືອງຍຸດທະສາດ ໃນລັດ Jonglei ຄືນມາໄດ້ ຈາກພວກກະບົດ.

XS
SM
MD
LG