ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊູດານໃຕ້ ລົງນາມ ໃນຂໍ້ຕົກລົງສັນຕິພາບ ສະບັບໃໝ່ ກັບຝ່າຍກະບົດ


ປ. Salva Kiir ແຫ່ງຊູດານໃຕ້ (ຊ້າຍ) ຈັບມືກັນກັບທ່ານ Riek Machar (ຂວາ)ຫຼັງຈາກການພົບປະສັນຕິພາບກັນຮອບກ່ອນ.
ປ. Salva Kiir ແຫ່ງຊູດານໃຕ້ (ຊ້າຍ) ຈັບມືກັນກັບທ່ານ Riek Machar (ຂວາ)ຫຼັງຈາກການພົບປະສັນຕິພາບກັນຮອບກ່ອນ.

ປະທານ​າທິບໍດີ Salvar Kiir ​ແຫ່ງ​ຊູ​ດານ​ໃຕ້ ​ແລະ​ທ່ານ Riek
Machar ຜູ້​ບັນຊາ​ການ​ຝ່າຍ​ກະບົດ​ໄດ້​ລົງ​ນາມ ​ໃນ​ຂໍ້​ຕົກລົງ​ກັນ
​ສະບັບ​ນຶ່ງ ​ໂດຍ​ໃຫ້​ຄຳ​ໝັ້ນ​ໝາຍ​ທີ່​ຈະ​ຍຸດຕິ​ສົງຄາມ​ກັນ ທີ່​ໄດ້
​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ປະ​ເທດ​ນັ້ນ.

ການ​ລົງ​ນາມ​ໃນຂໍ້​ຕົກລົງ​ຢຸດ​ຍິງກັນ​ໃນ​ວັນ​ຈັນ​ມື້​ນີ້ ມີ​ຂຶ້ນ​ທີ່​ນະ
ຄອນຫຼວງ Addis Ababa ຂອງປະ​ເທດ Ethiopia ​ໂດຍ​
ການ​ຊ່ອຍ​ເຫຼືອຂອງ​ບັນດາ​ຜູ້​ໄກ່ເກ່ຍຈາກ​ກຸ່ມປະ​ເທດ​ອາ​ຟຣິ
ກາ​ຕາ​ເວັນ​ອອກ​ ຫຼືIGAD ນັ້ນ.

ບໍ່​ມີ​ພັກ​ຝ່າຍ​ໃດເປີດ​ເຜີຍ ​ລາຍ​ລະອຽດ​ຂອງ​ຂໍ້​ຕົກລົງ​ສະບັບ​ນີ້​ ໃຫ້ຊາບ​ແຕ່​ກ່າວ​ວ່າ
ທັງສອງຝ່າຍ​ຈະ​ພົບ​ປະກັນ​ຄືນ​ອີກ​ ​ເລີ້ມ​ຕັ້ງ​ແຕ່ວັນ​ທີ 20ກຸມພາ​ນີ້​ເປັນ​ຕົ້ນ​ໄປ ​ເພື່ອ​ເຮັດ
ລາຍ​ລະອຽດ​ຕ່າງໆ. ທັງ​ສອງ​ຝ່າຍ ​ໄດ້ລົງ​ນາມ​ໃນ​ຂໍ້​ຕົກລົງ​ສັນຕິພາບກັນ​ມາ​ກ່ອນ ຢ່າງ​
ໜ້ອຍ 3 ຄັ້ງ​ແລ້ວ ​ແຕ່​ສັນຍາ​ເຫຼົ່າ​ນັ້ນ ​ໄດ້ແຕກ​ຫັກ​ລົງຢ່າງ​ໄວ.

ການ​ສູ້​ລົບ​ກັນ​ທີ່​ດຳ​ເນີນ​ມາ​ໄດ້​ປີ​ປາຍ​ ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ​ຫຼາຍ​ກວ່າ 1 ໝື່ນ​ຄົນ ​ແລະ​ເຮັດ​ໃຫ້​ປະຊາຊົນ​ຕ້ອງ​ອົບ​ພະຍົບໜີ​ອອກ​ຈາກ​ ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໄປ​ປະມານ 1 ລ້ານ 5 ​ແສນ​ຄົນ​ໃນ​ປະ​ເທດ​ທີ່​ຜະລິດ​ນ້ຳມັນ​ແຫ່ງ​ນີ້.

ທ່ານ Seyoum Mesfin ຜູ້​ໄກ່​ເກ່ຍຈາກ​ກຸ່ມ IGAD ກ່າວ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ທຳລາຍ​ສັນ
ຍາ​ສະບັບ​ຫຼ້າ​ສຸດ​ນີ້ ຈະ​ຖືກ​ແຈ້ງ​ໃຫ້​ສະພາ​ຄວາມ​ໝັ້ນ​ຄັງ​ສະຫະ​ປະຊາ​ຊາດ ​ແລະ​ສະຫະ
ພັນ​ອາ​ຟຣິກາ​ຊາບ.

ທັງ​ສອງ​ອົງການ​ໄດ້​ທຳ​ການ​ຂົ່ມຂູ່​ຈະ​ທໍາການ​ລົງ​ໂທດ​ພວກ​ໃດ​ກໍ​ຕາມ​ທີ່​ບ່ອນ​ທຳລາຍ​ສັນຕິ
ພາບ​ໃນ​ຊູ​ດານ​ໃຕ້ ທີ່​ເປັນປະ​ເທດ​ໃໝ່​ທີ່​ສຸດ​ຂອງ​ໂລກ.

southsudanwar2february15
please wait

No media source currently available

0:00 0:01:43 0:00

XS
SM
MD
LG