ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະປະຊາຊາດ ກ່າວວ່າຊູດານໃຕ້ປະເຊີນໜ້າ ກັບວິກິດການມະນຸດສະທຳຄັ້ງໃຫຍ່


ຄົນພາກັນລໍຖ້າເອົານໍ້າໃສ່ກະຖັງ ຢູ່ເມືອງ Bentui ປະເທດ ຊູດານໃຕ້.
ຄົນພາກັນລໍຖ້າເອົານໍ້າໃສ່ກະຖັງ ຢູ່ເມືອງ Bentui ປະເທດ ຊູດານໃຕ້.

ຊູ​ດານ​ໃຕ້​ກຳລັງ​ປະ​ເຊີນ​ໜ້າ​ຢ່າງ​ໜັກກັບ​ວິ​ກິດ​ການມະນຸດສະທຳ ​ແລະ​ບໍ່​ມີ​ທີ່ຢູ່​ອາ​ໄສ ​ໂດຍ​ທີ່​ພວກ​ອົບ​ພະ​ຍົບຫລາຍ​ພັນ​ຄົນ​ພາກັນ​ຫລົບໜີໄປ​ຫາ​ປະ​ເທດ​ເພື່ອນ​ບ້ານ ​ແລະ​ອີກ​ຫລາຍ​ຄົນ​ໄດ້​ກາຍ​ມາ​ເເເປັນອົບພະຍົບ​ພາຍ​ໃນ​ປະ​ເທດ.

ຫ້ອງການ​ອົບ​ພະຍົບສະຫະ​ປະຊາ​ຊາດ ​ລາຍ​ງານ​ວ່າ​ຈຳນວນ​ອົບ​ພະຍົບ ຊູ​ດານ​ໃຕ້ ທີ່​ຫລົບ​ໜີເຂົ້າ​ໄປ Uganda ​ໃນ 10 ມື້​ທີ່​ຜ່ານ​ມາ​ໄດ້​ເພີ້​ມຂຶ້ນ​ສອງ​ເທົ່າ ຫລາຍ​ກວ່າ 52,000 ຄົນ ນັບ​ແຕ່ການ​ສູ້​ລົບ​ໄດ້​ເກີດ​ຂຶ້ນສາມ​ອາທິດ​ກ່ອນ​ໃນ​ນະຄອນຫລວງ Juba ລະຫວ່າງ​ກຳ​ລັງ​ລັດ​ຖະບານ ​ແລະ​ກຳລັງ​ກະບົດ.

ອີກ 1,000 ຄົນ​ໄດ້​ຫລົບ​ໜີ​ໄປ Kenya ພາໃຫ້​ໂຕ​ເລກ​ອົບ​ພະຍົບຈາກ ຊູ​ດານ​ໃຕ້ ຢູ່ໃນ​ປະ​ເທດ​ນັ້ນ​ສູງຂຶ້ນ​ເປັນ 7,000 ຄົນ.

ການເພີ້ມຄວາມ​ຮຸນ​ແຮງ​ໄດ້​ເຮັດ​ໃຫ້​ຂໍ້​ຕົກລົງ​ຢຸດ​ຍິງ​ອ່ອນ​ເພຍ ​ແລະ​ແຕກ​ແຫງ​ໃນ​ເດືອນ​ສິງຫາ​ແລ້ວ​ນີ້​ລະຫວ່າງ ປະທານາທິບໍດີຊູ​ດ້ານ​ໃຕ້ ທ່ານ Salva Kiir ​ກັບ​ຜູ້ນຳ​ຝ່າຍ​ຄ້ານ​ທ່ານ Reik Marchar ທ່ີຢູ່​ໃນ​ການ​ຊ່ວຍ​ຊີວິດ ພ້ອມ​ດ້ວຍ​ການເຕົ້າ​ໂຮມ​ລັດຖະບານ​ຫວ່າງ​ມໍ່​ມາ​ນີ້.

ການ​ເພີ້ມຂື້ນ​ຈຳນວນ 60,000 ຂອງ​ອົບ​ພະຍົບ ​ເຮັດໃຫ້​ອົບ​ພ​ະຍົບຊູ​ດານ​ທັງ​ໝົດ ເພີ້ມຂຶ້ນເປັນ​ເກືອບ 900,000 ຄົນ​ນັບ​ແຕ່​ສົງຄາມ​ກາງເມືອງເກີດ​ຂຶ້ນ​ໃນ​ເດືອນ​ທັນວາ​ປີ 2013.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

South Sudan Refugees Crisis
please wait

No media source currently available

0:00 0:02:07 0:00

XS
SM
MD
LG