ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສປຊ ຮຽກຮ້ອງໃຫ້ ຈັດສົ່ງ ການຊ່ອຍເຫຼືອ ສຸກເສີນ ໄປຍັງ ຊູດານໃຕ້ (ສະໄລດ໌/ວີດີໂອ)


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry ພວມໂອ້ລົມ ກັບທ່ານ Toby Lanzer (ຂວາ) ຮອງຜູ້ຕາງໜ້າພິເສດ ສປຊ ປະຈຳຊູດານໃຕ້ ທີ່ນະຄອນຈູບາ (2 ພຶດສະພາ 2014)
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry ພວມໂອ້ລົມ ກັບທ່ານ Toby Lanzer (ຂວາ) ຮອງຜູ້ຕາງໜ້າພິເສດ ສປຊ ປະຈຳຊູດານໃຕ້ ທີ່ນະຄອນຈູບາ (2 ພຶດສະພາ 2014)
ເຈົ້າໜ້າທີ່ອະວຸໂສຂອງອົງການສະຫະປະຊາຊາດໃນຊູດານໃຕ້
ຮຽກຮ້ອງໃຫ້ຈັດສົ່ງ ການຊ່ອຍເຫຼືອສຸກເສີນ ເຂົ້າໄປໃນປະເທດ
ດັ່ງກ່າວໂດຍທັນທີ ລຸນຫຼັງທີ່ໄດ້ມີການເຊັນຂໍ້ຕົກລົງຢຸດຍິງ ເພື່ອ
ເຮັດໃຫ້ການສູ້ລົບ ລະຫວ່າງຊົນຊາດຊົນເຜົ່າ ທີ່ດຳເນີນມາເປັນ ເວລາຫຼາຍໆເດືອນແລ້ວນັ້ນ ສິ້ນສຸດລົງ.

ທ່ານ Tony Lanzer ກ່າວ ຜ່ານທາງ Twitter ຂອງທ່ານ ໃນວັນ
ເສົາມື້ນີ້ວ່າທາງສາຍຕ່າງໆແມ່ນຕ້ອງໄດ້ເປີດສຳລັບຂະບວນລົດ
ບັນທຸກແລະເສັ້ນທາງໆນ້ຳກໍຕ້ອງເປີດຄືກັນເພື່ອໃຫ້ເຮືອບັນທຸກ
ຂົນເຄື່ອງບັນເທົາທຸກສຸກເສີນ ໄປໃຫ້ປະຊາຊົນ ທີ່ມີຄວາມຕ້ອງ
ການໃນເວລານີ້.

ປະທານາທິບໍດີ Salva Kiir ແລະຜູ້ນຳກະບົດ ທ່ານ Riek Machar ໄດ້ພົບປະແບບເຊິ່ງໜ້າ ເປັນເທື່ອທຳອິດ ໃນວັນສຸກວານນີ້ ນັບແຕ່ຄວາມຮຸນແຮງໄດ້ ລະເບີດຂຶ້ນເມື່ອ 5 ເດືອນກ່ອນ ໂດຍໄດ້ສູດມົນພາວະນາຮ່ວມກັນທີ່ນະຄອນຫລວງ Addis Ababa ຂອງເອທິໂອເປຍ ກ່ອນ ລົງນາມໃນຂໍ້ຕົກລົງຢຸດຍິງ.

ບຸກຄົນທັງສອງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຍຸດຕິທຸກຄວາມເປັນປໍລະປັກແລະເປີດເສັ້ນທາງ ຕ່າງໆ ເພື່ອຮັບເອົາການຊ່ອຍເຫຼືອ ທາງດ້ານມະນຸດສະທຳ. ນອກນັ້ນ ພວກທ່ານຍັງໄດ້ເຫັນ ພ້ອມນຳກັນວ່າ ລັດຖະບານໄລຍະຂ້າມຜ່ານແມ່ນໃຫ້ ໂອກາດດີທີ່ສຸດສຳລັບຊູດານໃຕ້ທີ່ຈະ ດຳເນີນການໃນຂັ້ນຕໍ່ໄປ. ໃນເວລານີ້ ຍັງບໍ່ທັນໄດ້ຮັບລາຍລະອຽດໃດໆເທື່ອວ່າ ແມ່ນໃຜແດ່ ຈະເຂົ້າຮ່ວມໃນລັດຖະບານ ຊົ່ວຄາວດັ່ງກ່າວ.

ປະທານາທິບໍດີ Kiir ກ່າວວ່າ ທາງກອງທັບຈະເປັນຜູ້ຈັດຕັ້ງປະຕິບັດຂໍ້ຕົກລົງ ໂດຍບໍ່ໃຫ້ປະ ສົບກັບຄວາມລົ້ມແຫຼວ. ສ່ວນທ່ານ Machar ເວົ້າວ່າ ທ່ານມີຄວາມພໍໃຈກ່ຽວກັບຂໍ້ຕົກລົງໃນ ຄັ້ງນີ້ແລະກ່າວວ່າ ຖ້າຫາກທັງສອງຝ່າຍ ມີຄວາມຈິງຈັງໃນການເຈລະຈາກັນແລ້ວພວກເຂົາ ເຈົ້າກໍຈະສາມາດ ແກ້ໄຂບັນຫາໄດ້.

ການເຈລະຈາລະຫວ່າງທັງສອງຝ່າຍ ໄດ້ຖືກແກ່ຍາວມາ ເປັນເວລາຫຼາຍໆເດືອນ ໂດຍບໍ່ມີ ຄວາມກ້າວໜ້າຫຍັງຫຼາຍ ໃນຂະນະທີ່ຄວາມຮຸນແຮງໄດ້ສັງຫານຜູ້ຄົນໄປແລ້ວຫຼາຍພັນຄົນ ແລະຫລາຍກວ່າ 1 ລ້ານ 2 ແສນຄົນຕ້ອງໄດ້ອົບພະຍົບຫລົບໄພ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ກ່າວວ່າ ຂໍ້ຕົກລົງສະບັບນີ້ອາດ ເປັນຂີດໝາຍ ຂອງຄວາມກ້າວໜ້າ ສຳລັບອະນາຄົດ ຂອງຊູດານໃຕ້ ແລະຮຽກຮ້ອງໃຫ້ທັງ ສອງຝ່າຍ ຈັດຕັ້ງປະຕິບັດໃນທັນທີ.
SOUTH SUDAN CNPK
please wait
Embed

No media source currently available

0:00 0:01:50 0:00
XS
SM
MD
LG