ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການເຈລະຈາ ສັນຕິພາບ ໃນຊູດານໃຕ້ ຕົກຢູ່ ໃນສະພາບ ບໍ່ໄປບໍ່ມາ (ສະ​ໄລ​ດ໌)


ທ່ານTaban Deng Gai ຫົວໜ້າຝ່າຍກະບົດ ກ່າວຕໍ່
ນັກຂ່າວ ໃນລະຫວ່າງການເຈລະຈາສັນຕິພາບ ຊູດານໃຕ້ ທີ່ນະຄອນຫຼວງ ກຸງ Addis Ababa,ຂອງເອທິໂອເປຍ.
ວັນທີ 8 ມັງກອນ, 2014.
ທ່ານTaban Deng Gai ຫົວໜ້າຝ່າຍກະບົດ ກ່າວຕໍ່ ນັກຂ່າວ ໃນລະຫວ່າງການເຈລະຈາສັນຕິພາບ ຊູດານໃຕ້ ທີ່ນະຄອນຫຼວງ ກຸງ Addis Ababa,ຂອງເອທິໂອເປຍ. ວັນທີ 8 ມັງກອນ, 2014.
ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ພວກ​ກະບົດ​ໃນ​ຊູ​ດານ​ໃຕ້​
ແລະ​ລັດຖະບານ ປາກົດວ່າ​ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ​ໃນ
​ແລງ​ວັນ​ພຸດ​ວານ​ນີ້ ​ໂດຍ​ພວກ​ກະບົດ​ກ່າວ​ວ່າ ຈະ​ບໍ່​ມີ​ການ​ຢຸດ​
ຍິງ​ກັນ​ຈົນ​ກວ່າ​ປະທານາທິບໍດີ Salva Kiir ຈະ​ປ່ຽນ​ທ່າ​ທີ​ຂອງ
​ທ່ານ ​ແລະ​ປ່ອຍ​ໂຕ​ພວກ​ຜູ້ນຳ​ທີ່​ນິຍົມ​ພວກ​ກະບົດ 11 ຄົນ​ທີ່​
ກຳລັງ​ຖືກ​ກັກ​ຂັງ​ຢູ່​ນ​ໃນ​ຄຸກ​ນັ້ນ.

ມາ​ຮອດ​ປັດຈຸບັນ​ນີ້ ປະທານາທິບໍດີ Kiir ບໍ່​ຍອມ​ປ່ອຍ​ໂຕ​ພວກ
​ຜູ້ນຳ​ເຫຼົ່າ​ນີ້ ທີ່​ໄດ້​ຖືກ​ຈັບ​ກຸມ​ໃນ​ປີ​ແລ້ວ​ນີ້ ​ໃນ​ຂໍ້​ຫາ​ທີ່​ມີ​ບົດບາດ
ໃນ​ການພະຍາຍາມ​ທຳ​ການ​ກໍ່​ລັດຖະປະຫານ​ຂຶ້ນ​ນັ້ນ. ​ໃນ​ຕອນ​
ເຊົ້າ​ວັນ​ພຸດ​ວານນີ້ ບັນດາ​ຜູ້ຕາງໜ້າ​ຝ່າຍ​ລັດຖະບານ​ກ່າວ​ວ່າ
ພວກ​ເຂົາ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຢຸດ​ຍິງ​ກັນ​ໃນ​ໄວໆ​ນີ້​ແຕ່​ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ແຈ້ງ​ລາຍລະອຽດ​ໃຫ້​ຊາບ.



ທັງ​ສອງ​ຝ່າຍ​ກຳລັງ​ພົບ​ປະກັນແບບ​ເຊິ່ງໜ້າ​ເປັນ​ເທື່ອ​ທຳ​ອິດ​ໃນ​ກຸງ Addis Ababa ​ໃນ​
ຂະນະ​ການ​ສູ້​ລົບ​ກັນ​ຢ່າງ​ຮຸນ​ແຮງຍັງ​ດຳ​ເນີນ​ໄປ​ຢູ່​ໃນ​ເຂດ​ໃກ້ໆ​ບ້ານ​ເກີດ​ເມືອງ​ນອນ​ຂອງ​
ເຂົາ​ເຈົ້າ​ນັ້ນ.

ສະຖານີ​ວິທະຍຸ​ຊູ​ດານ​ໃຕ້​ແຫ່ງ​ນຶ່ງ ກ່າວ​ວ່າ ​ເມືອງ Mayom ​ໃນ​ລັດ Unity ຖືກທຳລາຍ​
ໄປຫຼັງ​ຈາກ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ເປັນ​ເວລາ 2 ມື້​ລະຫວ່າງ​ກຳລັງ​ກອງທັບ​ທີ່​ຈົງ​ຮັກພັກດີ
​ຕໍ່​ປະທານາທິບໍດີ Kiir ​ແລະ​ພວກ​ທະຫານ​ທີ່​ໂຕນ​ໜີ​ທີ່​ສະໜັບສະໜຸນ​ທ່ານ Riek Machar
ຄູ່​ສັດຕູ​ກັບ​ປະທານາທິບໍດີ Kiir ນັ້ນ.

ຄວາມ​ວຸ້ນວາຍ​ທີ່​ໄດ້​ດຳ​ເນີນ​ມາ​ເກືອບ​ນຶ່ງ​ເດືອນ​ໃນ​ຊູ​ດານ​ໃຕ້ ​ໄດ້​ເຮັດ​ປະຊາຊົນ​ເສຍ​ຊີວິດ
ໄປຫຼາຍກວ່າ1ພັນຄົນແລະບັງຄັບໃຫ້ພວກປະຊາຊົນຕ້ອງຫຼົບໜີຈາກບ້ານເຮືອນຂອງເຂົາ
ເຈົ້າປະມານ 2 ແສນຄົນ.
XS
SM
MD
LG