ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ​ກະບົດ ແລະ​ລັດຖະບານ​ ຊູ​ດານ​ໃຕ້​​ ພົບປະກັນອີກ ທີ່ ເອທິໂອເປຍ (ວີດີໂອ)


ທ່ານ Grang Demebiar (ກາງ) ລູກຊາຍຂອງມື້ລາງ ນັກການເມືອງ ຊູດານ ທ່ານJohn Garang ໂອ້ລົມກັບ ຫົວໜ້າກຸ່ມກະບົດ ໃນການເຈລະຈາສອງຝ່າຍ.
ທ່ານ Grang Demebiar (ກາງ) ລູກຊາຍຂອງມື້ລາງ ນັກການເມືອງ ຊູດານ ທ່ານJohn Garang ໂອ້ລົມກັບ ຫົວໜ້າກຸ່ມກະບົດ ໃນການເຈລະຈາສອງຝ່າຍ.
ບັນດາ​ຜູ້ຕາງໜ້າ ທັງຈາກ​ກຸ່ມ​ກະບົດ ແລະ​ລັດຖະບານ​ ໃນ
ຊູ​ດານ​ໃຕ້ໄດ້​ພົບ​ປະ​ເຈລະຈາກັນ​ອີກ​ ທີ່​ມີ​ຈຸດປະສົງ​ແນ​ໃສ່ ​
ເພື່ອຊອກຫາ​ຊ່ອງທາງຍຸຕິ​ການ​ສູ້​ລົບ​ກັນຮ້າຍ​ແຮງ​ທີ່​ໄດ້​ດໍາ​
ເນີນ​ມາເປັນ​ເວລາ​ກວ່າ 3 ອາທິດ​ແລ້ວ​ນັ້ນ.

ທັງ​ສອງ​ຝ່າຍ ​ທີ່ພວມເຈລະຈາກັນ​ ຢູ່ກຸງ Addis Ababa ​
ໃນ​ວັນ​ອັງຄານມື້​ນີ້ ​ໄດ້​ຕົກລົງ​ຮັບ​ເອົາ​ ຫົວ​ຂໍ້​ປະຊຸມ ທີ່​ຈະ​
ເພັ່ງ​ເລັງໃສ່ ​ເພື່ອ​ໃຫ້​ບັນລຸ​ການຢຸດ​ຍິງ ​ແລະ​ກຳນົດຖານະ​
ຂອງພວກ​ທີ່​ຖືກ​ຄຸມ​ຂັງ 11 ຄົນ ​ໂດຍລັດຖະບານ​ນັ້ນ.

ການ​ເລີ່​ມ​ເປີດ​ການ​ເຈລະຈາ​ກັນ ​ແມ່ນ​ໄດ້ມີ​ການ​ຊັກ​ຊ້າ​ມາ
​ເປັນ​ເວລາ​ຫຼາຍ​ມື້​ແລ້ວ ​ແຕ່​ວ່າ​ຜູ້ ແທນ​ຈາກ​ທັງ​ຝ່າຍ​ລັດຖະບານ ​ແລະກຸ່ມ​ກະບົດ ​ຕ່າງ​ກໍ​
ສະ​ແດງ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີທີ່​ຈະ​ບັນລຸ​ການ​ຕົກລົງ​ກັນ​ນັ້ນ.

ເຂດທີ່ມີການຂັດແຍ້ງ ແລະເຂດຢຶດຄອງ ຂອງພວກກະບົດ ໃນຊູດານໃຕ້
ເຂດທີ່ມີການຂັດແຍ້ງ ແລະເຂດຢຶດຄອງ ຂອງພວກກະບົດ ໃນຊູດານໃຕ້


ຄວາມ​ຮຸນ​ແຮງໃນ​ຊູ​ດານ​ໃຕ້ ​ໄດ້​ສັງຫານຫຼາຍ​ກວ່າ 1 ພັນ​ຄົນ​ແລະ​ບັງຄັບໃຫ້ປະມານ
200 ພັນ​ຄົນ ຕ້ອງ​ໄດ້ພັດ​ພາກ​ຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ.

​ໃນ​ການເຄື່ອນ​ໄຫວ​ອີກ​ດ້ານ​ນຶ່ງ​ນັ້ນ ປະທານາທິບໍດີຊູ​ດານ​ທ່ານ Omar al-Bashir
​ໄດ້​ທໍາ​ການ​ຢ້ຽມຢາມຊູ​ດານ​ໃຕ້​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ລັດຖະບານ​
ຂອງ​ທ່ານ ຈະ​ບໍ່​ສະໜັບສະ​ໜູນກຸ່ມ​ກະບົດ​ໃນ​ປະ​ເທດ​ເພື່ອນ​ບ້ານ​ທີ່ຢູ່​ທາງ​ໃຕ້ຂອງ​ຕົນ​ນັ້ນ.

Bashir, Kiir to Meet as South Sudan Peace Talks Struggle
please wait

No media source currently available

0:00 0:00:55 0:00
ລິງໂດຍກົງ
XS
SM
MD
LG