ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳລັງຝ່າຍຄ້ານ ໃນຊູດານໃຕ້ ມຸ່ງໜ້າສູ່ນະຄອນ Juba ເພື່ອເຂົ້າຮ່ວມ ລັດຖະບານໄລຍະຂ້າມຜ່ານ


ຜູ້ນຳຝ່າຍຄ້ານ ຊູດານໃຕ້ ທ່ານ Riek Machar.
ຜູ້ນຳຝ່າຍຄ້ານ ຊູດານໃຕ້ ທ່ານ Riek Machar.

ພັກ​ຝ່າຍ​ທີ່​ເຂົ້າຮ່ວມ ​ຂັ້ນຕອນ​ສັນ​ຕິພາບ ຢູ່​ໃນຊູ​ດານ​ໃຕ້ ​ໄດ້​
ເຫັນ​ດີ​ຕໍ່​ການອະນຸຍາດ​ ໃຫ້ກຳລັງ​ຝ່າຍ​ຄ້ານ​ 1,370 ຄົນ ​ເຂົ້າ
ໄປ​ປະຈຳການ​ ຢູ່ໃນນະຄອນຫລວງ Juba ​ໃນ​ການ​ກະກຽມ​
”ໃຫ້​ຜູ້ນຳ​ກະບົດ ທ່ານ Rick Machar ​ເຂົ້າ​ຮ່ວມ​ລັດຖະບານ​
ໄລຍະ​ຂ້າມ​ຜ່ານ.

ຄະນະ​ກຳມາທິການສັງ​ເກດ​ການ​ຮ່ວມ​ແລະ​ຊັ່ງຊາ​ຕີ​ລາຄາ​
ຂອງຊູ​ດານໃຕ້ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ ​ໃນ​ວັນອັງຄານ​ວານ
​ນີ້​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ແລະ​ທະຫານ​ທີ່​ຈົງ​ຮັກ​ພັກດີ
​ຕໍ່​ຝ່າຍ​ຄ້ານ ຄາດ​ວ່າ​ຈະ​ເດີນທາງ​ໄປ​ນະຄອນ Juba ​ໃນ​ທັນທີ.

ເປັນ​ທີ່​ຄາດ​ກັນ​ວ່າ ຈະມີກຳລັງ​ຮັກສາ​ຄວາມປອດ​ໄພ​ໃນ​ຈຳນວນ​ເພີ້​ມຂື້ນ ​ໄປ ຮ່ວມ​ສົມທົບ
ຫລັງ​ຈາກລັດຖະບານ​ໄລຍະ​ຂ້າມ​ຜ່ານໃນ​ການ​ຄອງ​ອຳນາດ​ຮ່ວມ ກັນ​ໄດ້​ມີ​ການຈັດຕັ້ງຂຶ້ນ
​ແລ້ວ.

ສອງ​ປີ​ຫລັງ​ຈາກ​ສົງຄາມ​ກາງ​ເມືອງ​ເລີ້ມຂຶ້ນ ຜູ້ນຳ​ກະບົດ ທ່ານ Machar ​ແລະ ປະທານາ
ທິບໍດີຊູ​ດານ​ໃຕ້ ທ່ານ Salva Kiir ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສັນຕິພາບເມື່ອ​ເດືອນ​ສິງ​ຫາປີ​
ກາຍເຫັນ​ພ້ອມ​ໃນ​ການ​ສ້າງຕັ້ງລັດຖະບານ​ສາມັກຄີ​ຊາດ​ເປັນ ​ເວລາ 30 ​ເດືອນ ກ່ອນຈັດ​
ໃຫ້​ມີ​ການ​ເລືອກ​ຕັ້ງ. ທ່ານ Kiir ​ໄດ້​ແຕ່ງຕັ້ງທ່າ​ນ Macha ​ໃຫ້​ເປັນ​ຮອງ​ປະທາ​ນາ​ທິບໍດີ
​ໃນອາທິດ​ແລ້ວນີ້ ອັນ​ເປັນ​ບາດ​ກ້າວທຳ​ອິດ​ໄປ​ສູ່​ການ​ສ້າງ​ຕັ້ງລັດຖະບານ​ສາມັກຄີ​ຊາດ.

ພວກທະຫານກະບົດ ທີກໍາລັງປ້ອງກັນຊົນເຜົ່າ Nuer.
ພວກທະຫານກະບົດ ທີກໍາລັງປ້ອງກັນຊົນເຜົ່າ Nuer.

ເຖິງ​ແມ່ນ​ໄດ້​ມີ​ການ​ເຄື່ອນ​ໄຫວໄປ​ສູ່​ຄວາມ​ເປັນນໍ້າ​ໜຶ່ງໃຈ​ດຽວກັນກໍ​ຈິງ ​ແຕ່ການ​ສູ້​ລົບ​ຍັງ​
ດຳ​ເນີນ​ຢູ່ໃນ​ຫລາຍ​ພາກສ່ວນ​ຂອງຊູ​ດານ​ໃຕ້. ​ໃນ​ໄລຍະ​ສອງ​ປີ​ທີ່​ຜ່ານ​ມານີ້ ຫລາຍ​ສິບ
​ພັນ​ຄົນ​ໄດ້​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ​ສອງ​ລ້ານ​ຄົນ ​ບໍ່​ມີ​ທີ່​ຢູ່ອາ​ໄສ ​ຍ້ອນຄວາມ​ຮຸນ​ແຮງ.

​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban Ki-Moon ມີ​ກຳນົດ​ເດີນທາງ ​ໄປເຖິງ
ນະຄອນ Juba ​ໃນ​ວັນ​ພະຫັດ​ມມື້​ອື່ນນີ້ ​ເພື່ອ​ພົບ​ປະ​ກັບ ທ່ານ Kiir ​ແລະ​ຢ້ຽມຢາມ​ບ່ອນ​
ພັກ​ພາ​ອາ​ໄສ ຂອງ​ພວກ​ພົນລະ​ເຮືອນ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ບັນຫາ​ຂັດແຍ້​ງດັ່ງກ່າວ.

U.N. Secretary General visits to Africa
please wait

No media source currently available

0:00 0:03:16 0:00

XS
SM
MD
LG