ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດຖະບານ ​ຊູ​ດານ​ໃຕ້ ​ຈະໃຫ້ ສັດຕະຍາບັນ ຕໍ່ຂໍ້ຕົກລົງ​ ສັນຕິພາບ ໄວໆນີ້


ປ. ຊູ​ດານ​ໃຕ້ ທ່ານ Salva Kiir ຖະແຫຼງຕໍ່ກອງປະຊຸມ ໃນເມືອງ Juba ປະເທດຊູ​ດານ​ໃຕ້.
ປ. ຊູ​ດານ​ໃຕ້ ທ່ານ Salva Kiir ຖະແຫຼງຕໍ່ກອງປະຊຸມ ໃນເມືອງ Juba ປະເທດຊູ​ດານ​ໃຕ້.

ລັດຖະບານ​ຊູ​ດານ​ໃຕ້ ​ໄດ້​ກ່າວ​ວ່າ ຕົນ​ຈະນຳສະເໜີຕໍ່ສະພາ
ແຫ່ງຊາດ ໃນວັນອັງຄານມື້ນີ້ ຂໍ້ຕົກລົງ​ສັນຕິພາບ ທີ່​ໄດ້​ລົງ​ນາມ
ໃນ​ເດືອນ​ແລ້ວ​ນີ້ ລະຫວ່າງຝ່າຍ​ລັດຖະບານ ​ແລະ​ຝ່າຍ​ກະບົດ
ທີ່​ຈົງ​ຮັກ​ພັກດີ​ຕໍ່​ອະດີດຮອງປະທາ​ນາ​ທິບໍດີ Riek Machar
ເພື່ອ​ຍຸຕິການ​ປະທະກັນ​ມາ​ໄດ້​ເກືອບ 2 ​ປີແລ້ວນັ້ນ.

ລັດຖະມົນຕີ​ກະຊວງຖະແຫຼງຂ່າວ ທ່ານ Michael Makuei ​
ໄດ້​ກ່າວ ຫຼັງ​ຈາກ​ທີ່​ໄດ້​ຮັບ​ເອກ​ກະສາ​ນ​ແລ້ວ ທາງ​ສະພາ​ຈະ​
ປະກອບ​ຄະນະ​ກຳມະການ ​ເພື່ອ​ສຶກສາ ​ແລະຮັບຮອງເອົາ
ຂໍ້ຕົກລົງນີ້. ພວກ​ກະບົດ ​ໄດ້​ກ່າວ​ວ່າພວກ​ເຂົາ​ເຈົ້າ​ມີທ່າທາງວ່າ
ຈະໃຫ້ສັດຕະຍາບັນຕໍ່ຂໍ້​ຕົກລົງ​ດັ່ງກ່າວ ​ໃນ​ວັນ​ອັງຄານ​ມື້​ນີ້.

ທ່ານ Makuei ​ໄດ້​ບອກ​ກັບ VOA ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ຊັກ​ຊ້າ​ໃດ​ໆຕໍ່​ການ​ຮັບຜ່ານ
ຂອງ​ລັດຖະບານນັ້ນ ຄວນຖິ້ມໂທດໃສ່ ຄະນະພັດທະນາລະຫວ່າງລັດຖະບານຫຼື IGAD ຊຶ່ງເປັນກຸ່ມຈັດຕັ້ງພູມີພາກ ທີ່ໄກ່ເກ່ຍ​ການ​ເຈລະຈາ​ສັນຕິພາບ.

ທ່ານ​ໄດ້​ກ່າວ​ ຫຼັງ​ຈາກ ປະທາ​ນາ​ທິບໍດີ Salva Kiir ​ໄດ້​ລົງ​ນາມ​ໃນຂໍ້​ຕົກລົງ ​ໃນ​ວັນ​ທີ 26 ສິງຫາ ຜ່ານ​ມາ​ນີ້ ກຸ່ມ IGAD ​ໄດ້​ນຳ​ເອົາ​ໜ້າ​ຂອງ​ເອກ​ກະສາ​ນ​ໄປ​ ​ໂດຍ​ປັດ​ສະ​ຈາກ​ການ
​ລົງ​ນາມຂອງປະທາ​ນາ​ທິບໍດີ ທີ່ຈະ​ຕ້ອງ​ລົງ​ນາມ​ນັ້ນ.

ທ່ານ ກ່າວ​ວ່າ: “ວັນ​ອັງຄານນີ້ ລັດຖະບານ​າຈະຈັດຕາລະລາງ​ສົ່ງຂໍ້​ຕົກລົງ​ທີ່​ວ່າ​ນີ້ ໄປໃຫ້ ສະພາແຫ່ງຊາດ. ຫຼັງ​ຈາກ​ຈັດຕາຕະລາງແລ້ວ ສະພາແຫ່ງ​ຊາດ ຈະ​ປະກອບ​ຄະນະ​ກຳ ມະການ ​ເພື່ອສຶກສາເບິ່ງຂໍ້​ຕົ​ກລົງ ​ແລ້ວຈະ​ຮ່າງ​ບົດ​ບັນຍັດ​ສຸດ​ທ້າຍ ​ເພື່ອ​ຈະ​ຮັບ​ຜ່ານ​ຂໍ້ຕົກ ລົງນີ້”

ທ່ານ Makuei ​ໄດ້​ກ່າວ​ວ່າ ລັດຖະບານ​ຊູ​ດານໃຕ້ ຈະ​ໃຫ້ສັດຕະຍາບັນຕໍ່ຂໍ້​ຕົກລົງ​ໃນ​ອີກ​ບໍ່​ເທົ່າ​ໃດ​ມື້ຕໍ່ໜ້າ​ນີ້ ​ແຕ່​ວ່າ ຄະນະ IGAD ຄວນ​ຈະ​ມີການຖິ້ມໂທດໃສ່ ຕໍ່ການຊັກ​ຊ້າ​ໃດໆ ​ໃນ​ການຈັດຕັ້ງປະຕິບັດເອກ​ກະສາ​ນນີ້.

XS
SM
MD
LG