ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີ ເກົາຫຼີໃຕ້ ສັນຍາ ຈະປົວແປງ ຄວາມແຕກແຍກ ພາຍໃນ ແລະຕ່າງປະເທດ


ປະທານາທິບໍດີ ຄົນໃໝ່ຂອງ ເກົາຫຼີໃຕ້ ທ່ານ Moon Jae-in ຍົກມືທັກທາຍຜູ້ສະໜັບສະໜູນ ພ້ອມກັບພັນລະຍາ ທ່ານນາງ Kim Jung-sook ໃນເວລາເດີນທາງຮອດທຳນຽບສີຟ້າ ປະທານາທິບໍດີ. ນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 10 ພຶດສະພາ, 2017.
ປະທານາທິບໍດີ ຄົນໃໝ່ຂອງ ເກົາຫຼີໃຕ້ ທ່ານ Moon Jae-in ຍົກມືທັກທາຍຜູ້ສະໜັບສະໜູນ ພ້ອມກັບພັນລະຍາ ທ່ານນາງ Kim Jung-sook ໃນເວລາເດີນທາງຮອດທຳນຽບສີຟ້າ ປະທານາທິບໍດີ. ນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 10 ພຶດສະພາ, 2017.

ທ່ານ Moon Jae-in ໄດ້ສາບານໂຕເຂົ້າຮັບຕຳແໜ່ງປະທານາທິບໍດີແຫ່ງ ເກົາຫຼີໃຕ້ ພຽງໜຶ່ງວັນຫຼັງຈາກໄດ້ຊະນະໃນການເລືອກຕັ້ງປະທາ ນາທິບໍດີ ດ້ວຍຄະແນນ ທີ່ລື່ນ​ກັນຫຼາຍທີ່ສຸດ ໃນປະຫວັດສາດຂອງປະເທດ.

ການເລືອກຕັ້ງກ່ອນ​ກຳນົດໄດ້ມີຂຶ້ນ ຍ້ອນການຟ້ອງຮ້ອງອະດີດປະທານາທິບໍດີ ທ່ານ
ນາງ ປາກ ກຶນ ເຮ ທີ່​ຖືກກ່າວຫາວ່າທ່ານນາງມີສ່ວນຮ່ວມໃນການສໍ້ລາດບັງຫຼວງທີ່​ເປັນຂ່າວນອງນັນ ເຊິ່ງບັນດາກຸ່ມບໍລິສັດເອກະຊົນໄດ້ຈ່າຍເງິນຫຼາຍກວ່າ 69 ລ້ານໂດ
ລາໃຫ້ກັບມູນນິທິທີ່ໜ້າສົງໄສ, ຄວບຄຸມໂດຍເພື່ອນທີ່ໃກ້ຊິດຂອງທ່ານນາງ ແລະ ພັກ
ພວກ ເພື່ອແລກປ່ຽນກັບການຊ່ວຍເຫຼືອຂອງລັດຖະບານ.

ໃນການກ່າວຄຳປາໄສເຂົ້າຮັບຕຳແໜ່ງຂອງທ່ານຢູ່ສະພາແຫ່ງຊາດໃນວັນພຸດມື້ນີ້, ຜູ້
ນຳເສລີນິຍົມຂອງພັກປະຊາທິປະໄຕແຫ່ງ ເກົາຫຼີ ໄດ້ກ່າວວ່າ ທ່ານຈະນຳພາປະເທດ
ໃຫ້ເປັນແບບຢ່າງ ເພື່ອ​ໃຫ້ການສໍ້ລາດບັງຫຼວງຂອງລັດຖະບານສິ້ນສຸດລົງ.

ປະທານາທິບໍດີ Moon ໄດ້ກ່າວວ່າ “ຂ້າພະເຈົ້າຈະເປັນປະທານາທິບໍດີທີ່ຂາວສະອາດ. ຂ້າພະເຈົ້າມາພິທີສາບານໂຕຂອງຂ້າພະເຈົ້າເພື່ອຮັບຕຳແໜ່ງປະທານາທິບໍດີ ໂດຍບໍ່ ມີສິ່ງໃດຢູ່ໃນມືຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າກໍຈະກ້າວອອກໄປໂດຍບໍ່ມີຫຍັງຢູ່ໃນ ມືຂອງຂ້າພະ ເຈົ້າ. ຫຼັງຈາກນັ້ນຂ້າພະເຈົ້າຈະກັບຄືນໄປບ້ານຂອງຂ້າພະເຈົ້າ ແລະ ເປັນປະຊາຊົນທຳມະດາສາມັນ.”

ຍ້ອນວ່າລັດຖະບານຮັກສາ​ການ ທີ່ບໍ່ໄດ້ຮັບເລືອກຕັ້ງ ຖືກມອບ​ໝາຍ​ໃຫ້ປະຕິບັດໜ້າທີ່ ໃນລະຫວ່າງທີ່​ມີ​ການ​ຟ້ອງ​ຮ້ອງ​ອະດີດ​ປະທານາທິບໍດີ​ຢູ່ນັ້ນ, ທ່ານ Moon ຈຶ່ງໄດ້ເຂົ້າ ຮັບຕຳແໜ່ງ ​ແບບ​ບໍ່​ມີ​ພິທີ​ທີ່ໃຫຍ່ໂຕ​ຫຍັງ​ເລີຍ ບໍ່ເທົ່າໃດຊົ່ວໂມງຫລັງ​ຈາກ​ໄດ້ມີ​ການ​ປະກາດຜົນການເລືອກຕັ້ງຢ່າງເປັນທາງການ.

ກ່ຽວກັບບັນຫາພາຍໃນປະເທດນັ້ນ, ທ່ານ Moon ໄດ້ກ່າວວ່າ ທ່ານຈະເລີ່ມການປະຕິ
ຮູບດ້ານການເມືອງ ເພື່ອຈັດຄວາມສົມດຸນໃຫ້ຢູ່ໃນອຳນາດຂອງປະທານາທິບໍດີ ແລະ ປາບປາມການກະທຳທີ່ຜິດກົດໝາຍຂອງບໍລິສັດ. ທ່ານຍັງໄດ້ສັນຍາທີ່ຈະຂະຫຍາຍ ການໃຊ້ຈ່າຍຂອງລັດຖະບານໃນດ້ານການສຶກສາ ແລະ ການສ້າງວຽກງານ, ແຕ່ໃນ ຂະນະດຽວກັນ ກໍ​ຈະເພີ່ມການເກັບພາສີຄົນທີ່ຮັ່ງມີ.

ທ່ານ Moon ໄດ້ຮັບ​ຄະແນນສຽງ 13 ລ້ານ 4 ແສນຄະແນນ, ​ເຊິ່ງປະກອບ​ເປັນ 41 ເປີເຊັນຂອງຜູ້​ມີ​ສິດ​ອອກສຽງເລືອກຕັ້ງທັງ​ໝົດ, ອີງຕາມຄຳຖະ​ແຫຼງ ຂອງຄະນະກຳມະ ທິການການເລືອກຕັ້ງແຫ່ງຊາດ. ມີ​ຜູ້​ໄປປ່ອນບັດລົງຄະແນນສຽງ ລວມທັງໝົດມີ 32
ລ້ານຄົນ, ເຮັດໃຫ້ ການເລືອກຕັ້ງ​ໃນ​ຄັ້ງນີ້ ​ເປັນ​ການ​ເລືອກ​ຕັ້ງທີ່ມີຄົນ​ໄປລົງຄະແນນ
ສຽງກັນຫຼາຍທີ່ສຸດໃນຮອບ 20 ປີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

South Korea Election
please wait
Embed

No media source currently available

0:00 0:01:45 0:00

New South Korean President Promises to Heal Divisions at Home and Abroad
please wait

No media source currently available

0:00 0:02:04 0:00

XS
SM
MD
LG