ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ເກົາຫຼີໃຕ້ ປະຕິເສດວ່າ ໝູ່ຂອງທ່ານນາງ ບໍ່ໄດ້ໃຊ້ ອິດທິພົນ ທີ່ຄ້າຍກັບ ສາສະໜາ


ພວກເດີນທາງ ຢູ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຢຸດເບິ່ງຂ່າວ ການກ່າວຄຳປາໄສ ຂອງ ປະທານາທິບໍດີ Park Geun-hye. (ວັນທີ 4 ພະຈິກ 2016)
ພວກເດີນທາງ ຢູ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຢຸດເບິ່ງຂ່າວ ການກ່າວຄຳປາໄສ ຂອງ ປະທານາທິບໍດີ Park Geun-hye. (ວັນທີ 4 ພະຈິກ 2016)

ປະທານາທິບໍດີ Park Geun-hye ທີ່​ກຳລັງ​ຕົກ​ເປັນ​ຂ່າວ​ນອງ​ນັນ ແລະດີ້ນຮົນຕໍ່ສູ້​ຂອງ​ເກົາຫຼີ​ໃຕ້​ໄດ້​ຂໍ​ຂະ​ມາ​ໂທດ​ເປັນ​ເທື່ອ​ທີ​ສອງ ​ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ​ໃນວັນ​ສຸກ​ມື້ນີ້ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຫາ​ທາງ​ຍຸຕິ​ຄວາມ​ກົດ​ດັນ​ທີ່​ເພີ້ມທະວີ​ຂຶ້ນໃຫ້​ທ່ານ​ນາງ​ລາ​ອອກກ່ຽວ​ກັບ​ຂ່າວ​ການ​ສໍ້​ລາດ​ບັງ​ຫຼວງທີ່​ນອງ​ນັນທີ່​ເຮັດ​ໃຫ້​ລັດຖະບານ​ຂອງ​ທ່ານ​ນາງ​ເປັນ​ອຳມະພາດ​ໄປ​ນັ້ນ.

ທ່ານ​ນາງ Park ກ່າວ​ວ່າ “ຂ້າພະ​ເຈົ້າຮູ້ສຶກ​ເສຍ​ໃຈ​ເປັນ​ທີ່​ສຸດ​ແລະ​ຂໍ​ຂະ​ມາ​ໂທດ​ຕໍ່​ປະຊາ ຊົນ​ຊາວ​ເກົາຫຼີ ຜູ້​ທີ່​ໄດ້​ມອບ​ຄວາມ​ໄວ້​ວາງໃຈ​ໃຫ້​ແກ່​ຂ້າພະ​ເຈົ້າ ຢູ່​ໃນ​ຕຳ​ແໜ່​ງປະທານາ ທິບໍດີ ​ແລະ​ມັນ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າ​ເສຍ​ໃຈ​ເປັນ​ທີ່​ສຸດ ທີ່​ໄດ້​ສ້າງຄວາມ​ເຈັບ​ປວດ​ອັນ​ນີ້ ​ໃຫ້​ແກ່​ປະຊາຊົນ​ຊາວ​ເກົາຫຼີ.”

South Korea Scandal
please wait
Embed

No media source currently available

0:00 0:01:08 0:00

ການ​ສືບສວນ​ກ່ຽວ​ກັບ​ແຜນການ​ໃຊ້​ອິດ​ທິພົນ​ມູນ​ຄ່າ​ຫລາຍ​ລ້ານ​ໂດ​ລາທີ່​ກ່າວ​ຫາວ່າ​ຈັດ​ແຈງ​ໂດຍ​ນາງ Choi Soon-sil ຜູ້​ຊຶ່​ງ​ເປັນ​ເພື່ອນ​ສະໜິດ​ມາ​ເປັນ​ເວລາ​ດົນນານ​ກັບ​ປະ ທານາ​ທິບໍດີ​ນັ້ນໄດ້​ທຳລາຍ​ພາບ​ພົດ​ໃນ​ຖານະ​ຜູ້ນຳ​ທາງ​ການ​ເມືອງທີ່​ບໍ່ມີ​ການ​ສໍ້​ລາດ​ບັງ​ຫຼວງໄດ້​ບັງຄັບ​ໃຫ້ອະດີດ​ທີ່​ປຶກສາຄົນ​ສຳຄັນໆຂອງ​ປະທານາທິບໍດີຕ້ອງ​ໄດ້​ລາ​ອອກ​ຫລື ​ບໍ່​ກໍ​ປະ​ເຊີນ​ການ​ຟ້ອງ​ຮ້ອງແລະ​ເຮັດ​ໃຫ້​ທ່ານ​ນາງ​ມີ​ຄວາມ​ໂດດດ່ຽວ​ເພີ້ມຂຶ້ນ​ແລະ​ບໍ່​ມີ​ອຳ ນາດ​ໃດໆ​ເລີຍ.

ນາງ Choi ຖືກ​ກ່າວ​ຫາວ່າ ​ໄດ້ນຳ​ໃຊ້​ໃນ​ອັນທີ່​ເອີ້ນ​ວ່າ “​ເປັນຄື​ກັບສາສະໜາ” ​ເພື່ອ​ຄວບ​ຄຸມປະທານາທິບໍດີ Park ​ແລະ​ພວກ​ພະນັກງານ​ຂອງ​ທ່ານ​ນາງ ​ທັງໆທີ່​ນາງ​ບໍ່​ມີ​ບົດບາດ ​ຢ່າງ​ເປັນ​ທາງ​ການ​ໃດໆ​ໃນ​ລັດຖະບານ. ນອກນັ້ນ ນາງຍັງຖືກສືບສວນໃນການສວຍໃຊ້ ຄວາມສຳພັນສ່ວນຕົວ ກັບປະທານາທິບໍດີເພື່ອບັງຄັບໃຫ້ບໍລິສັດຕ່າງໆບໍລິຈາກເງິນ 68 ລ້ານໂດລາ ໃຫ້ແກ່ມູນນິທິກິລາ 2 ມູນນິທິ ແລະສົ່ງເງິນເຫຼົ່ານັ້ນ ໄປໃຫ້ທຸລະກິດສ່ວນຕົວ ຂອງນາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG