ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ເກົາຫລີໃຕ້ ມີຄໍາສັ່ງໃຫ້ ຕອບໂຕ້ໂດຍໄວ ຕໍ່ເກົາຫລີເໜືອ (ວີດິໂອ)


ປະທານ​າທິບໍດີເກົາຫລີ​ໃຕ້ ​ທ່ານນາງ Park Geun-hye.
ປະທານ​າທິບໍດີເກົາຫລີ​ໃຕ້ ​ທ່ານນາງ Park Geun-hye.
ປະທານ​າທິບໍດີເກົາຫລີ​ໃຕ້ ​ໄດ້​ມີ​ຄວາມ​ເຫັນ​ທີ່​ໃຊ້​ຖ້ອຍ​ຄໍາທີ່
​ແຮງ​ທີ່​ສຸດ ​ເທົ່າ​ທີ່​ເຄີຍ​ມີ​ມາຂອງທ່ານ​ນາງ ​ໃນ​ສົງຄາມ​ວາຈາ
ທີ່​ທະວີ​ຮຸນ​ແຮງ​ຂຶ້ນ​ນັບ​ມື້ ກັບ​ເກົາຫລີ​ເໜືອນັ້ນ.

​ຢູ່ໃນ​ກອງ​ປະຊຸ​ມວັນ​ຈັນມື້​ນີ້ ​ກັບບັນດາເຈົ້າ​ໜ້າ​ທີ່​ປ້ອງ​ກັນ​
ປະ​ເທດ ປະທານາທິບໍດີ Park Geun-hye ​ໄດ້​ມີ​ຄໍາ​ສັ່ງ​ໃຫ້​
ເຂົາ​ເຈົ້າຕອບ​ໂຕ້​ໂດຍ​ໄວ ​ແຕ່​ຫົວທີ ​ແລະ​ຢ່າງ​ແຮງ ​ຕໍ່​ການ​
ເກາະ​ຜິດ​ໃດ​ໆ​ຈາກ​ເກົາຫລີ​ເໜືອ ​ແລະໂດຍ​ບໍ່​ຕ້ອງ​ຄໍານຶງ
​ເຖິງຜົນ​ສະທ້ອນການ​ເມືອງ​ໃດໆ​ ທີ່​ຈະ​ຕິດຕາມ​ມາ.

​ບໍ່ເທົ່າໃດອາທິດທີ່ຜ່ານມານີ້ ເກົາຫລີເໜືອໄດ້ເພີ້ມທະວີ
ຄວາມເຄັ່ງຕືງ ຂຶ້ນອີກ ດ້ວຍການຂູ່ຊໍ້າ​ແລ້ວ​ຊໍ້າ​ອີກ ທີ່​ຈະ
ເຮັດສົງຄາມກັບເກົາຫລີໃຕ້ ແລະສະຫະລັດ ​ຍ້ອນ​ໂມ​ໂຫ​
ແລະ​ບໍ່ພໍ​ໃຈ​ນໍາການຊ້ອມລົບຮ່ວມກັນຂອງ ​ສອງ​ປະ​ເທດ​
ນັ້ນ ຕະຫລອດທັງການຮັດ​ເຄັ່ງ​ການ​ລົງ​ໂທດຂອງສະພາ ຄວາມໝັ້ນຄົງສະຫະປະຊາຊາດ ທີ່​ສືບ​ເນື່ອງ​ມາ​ຈາກ
ການທົດລອງນິວ ເຄລຍ ຄັ້ງທີ່ສາມ ຂອງ​ເກົາຫລີ​ເໜືອ​ນັ້ນ.

ຍັງ​ບໍ່​ເປັນ​ທີ່​ກະຈ່າງ​ແຈ້ງ​ເທື່ອ​ວ່າ ຄໍາ​ສັ່ງ​ຂອງທ່ານ​ນາງ Park ຈະ​ມີ​ຜົນ​ສະທ້ອນແນວ​ໃດ ຕໍ່ກອງ​ທັບ​ສະຫະລັດ ທີ່​ໄດ້​ເຊັ​ນຂໍ້​ຕົກລົງ​ໃນ​ເດືອນ ​ແລ້ວ​ນີ້ ​ທີ່​ອໍານວຍ​ໃຫ້​ທະ​ຫານ​ສະຫະລັດມີ​ບົດບາດຫລາຍ​ຂຶ້ນ ​ໃນ​ການ​ປ້ອງ​ກັນ​ເກົາຫລີ​ໃຕ້ ຈາກ​ການ​ກໍ່ກວນ​ຂອງເກົາຫລີ​ເໜືອ.

ພາຍ​ໃຕ້​ແຜ​ນການ​ຮ່ວມຕ້ານ​ຢັນການ​ກໍ່ກວນດັ່ງກ່າວ​ນັ້ນ ກອງທະຫານ ​ສະຫະລັດ ຈະສາມາດ​ຊ່ວຍທະຫານ​ເກົາຫລີ​ໃຕ້​ໄດ້ ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ຮຸກ​ຮານໂດຍ​ກອງທັບ
ເກົາຫລີ​ເໜືອ.

​ຜ່ານ​ມາ​ ​ແມ່ນ​ກອງ​ກໍາລັງ​ຂອງ​ເກົາຫລີ​ໃຕ້ ​ເປັນ​ຜູ້​ຄວບ​ຄຸມ​ການ​ເຄື່ອນ​ໄຫວໃດໆທາງ
ດ້ານທະຫານ ຕ້ານ​ເກົາຫລີ​ເໜືອ ​ແລະທະຫານສະຫະ ລັດ ຈະເຂົ້າ​ໄປພົວພັນ​ ກໍ​ຕໍ່​ເມື່ອ​ເກີ​ດສົງຄາມ​ໃຫ​ຍ່ ເຕັມ​ອັດຕາ​ເທົ່າ​ນັ້ນ.

Korean Tension
please wait
Embed

No media source currently available

0:00 0:02:09 0:00
XS
SM
MD
LG