ທະຫານເກົາຫຼີໃຕ້ຈຳນວນໜຶ່ງ ໄດ້ຍິງປືນເຕືອນ ຫຼາຍນັດໃສ່
ເຮືອບິນບໍ່ມີຄົນຂັບ ທີ່ສົງໄສວ່າເປັນຂອງເກົາຫຼີເໜືອ ຊຶ່ງໄດ້
ແນມເຫັນບິນຢູ່ເທິງເຂດຊາຍແດນ ທີ່ແບ່ງແຍກສອງປະເທດນັ້ນ.
ຖະແຫລງການສະບັບນຶ່ງ ອອກໂດຍກອງເສນາທິການຮ່ວມ
ຂອງເກົາຫຼີໃຕ້ ກ່າວວ່າ ໄດ້ແນມເຫັນເຮືອບິນດັ່ງກ່າວ ບິນຢູ່ເທິງ
ຫໍສັງເກດການ ເມື່ອວັນພຸດມື້ນີ້ ຢູ່ຕາມຊາຍແດນທາງພາກຕາ
ເວັນຕົກ. ເຮືອບິນລຳນັ້ນ ໄດ້ຫັນກັບຄືນ ແລະ ບິນກັບເຂົ້າໄປໃນ
ເຂດເກົາຫຼີເໜືອ ຫຼັງຈາກມັນໄດ້ຖືກຍິງປືນໃສ່.
ເຫດການນີ້ ເປັນຂີດໝາຍຄວາມເຄັ່ງຕຶງ ທີ່ໄດ້ເພີ້ມຂຶ້ນ ຫຼາຍມື້
ຜ່ານມາ ໃນແຫຼມເກົາຫຼີ ຫຼັງຈາກເກົາຫຼີເໜືອ ໄດ້ທຳການທົດລອງ ນິວເຄລຍຂອງຕົນ
ຄັ້ງຫຼ້າສຸດ ຊຶ່ງປະທານາທິບໍດີຂອງເກົາຫຼີໃຕ້ ທ່ານນາງ Park Geun-hye ໄດ້ອະທິບາຍ
ວ່າ “ເປັນການທ້າທາຍ ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງ ໃນຂົງເຂດ ທີ່ຍອມຮັບບໍ່ໄດ້”
ໃນລະຫວ່າງ ການກ່າວຄຳປາໄສທີ່ຖ່າຍທອດ ທາງໂທລະພາບທົ່ວປະເທດ ເມື່ີອຕອນ
ເຊົ້າ ວັນພຸດມື້ນີ້.
ໃນລະຫວ່າງການກ່າວຄຳປາໄສນັ້ນ ປະທານາທິບໍດີ Park ໄດ້ຮຽກ ຮ້ອງໃຫ້ສະພາ
ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ວາງມາດຕະການລົງໂທດຕ່າງໆ ທີ່ໜັກທີ່ີສຸດ
ທີ່ເປັນໄປໄດ້ ຕໍ່ພຽງຢາງ ກ່ຽວກັບການທົດລອງດັ່ງກ່າວ. ແຕ່ທ່ານນາງ ໄດ້ກ່າວອີກວ່າ
ເວັ້ນເສຍແຕ່ວ່າ ຈີນ, ທີ່ມີສາຍສຳພັນທາງການທູດ ແລະ ເປັນພັນທະມິດ ທີ່ສຳຄັນຂອງ
ເກົາຫຼີເໜືອ ມີສ່ວນຮ່ວມນຳຄວາມພະຍາຍາມ, ລະບອບທີ່ໂດດດຽວນັ້ນ ຈະທຳການ
“ທົດລອງນິວເຄລຍຄັ້ງທີ 5 ຫຼື 6” ແລະ ສືບຕໍ່ທຳລາຍສະຖຽນລະພາບໃນແຫຼມເກົາຫຼີ.
ປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park Geun-hye ເວົ້າວ່າ “ຂ້າພະເຈົ້າເຊື່ອວ່າ
ລັດຖະບານຈີນ ຈະບໍ່ອະນຸຍາດໃຫ້ ສະຖານະການ ຂອງແຫຼມເກົາຫຼີ ຊຸດໂຊມລົງ
ຕື່ມອີກ. ພວກຄູ່ພາຄີທີ່ດີສຸດ ແມ່ນພວກທີ່ຈະຈັບມືຂອງເຈົ້າ ໃນຍາມທີ່ປະສົບບັນຫາ
ຫຍຸ້ງຍາກ.”