ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຖືກສະເໜີ ໃຫ້ເປັນ ລມຕ ປ້ອງກັນປະເທດ ເກົາຫຼີໃຕ້ ຂໍຖອນຊື່


ແຜນທີ່ ເກົາຫຼີໃຕ້
ແຜນທີ່ ເກົາຫຼີໃຕ້
ບຸກຄົນ ທີ່ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ​ນາງ Park Geun-
hye ​ໄດ້​ສະ​ເໜີ​ໃຫ້​ເປັນ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດໄດ້ຖອນ
​ຊື່ຂອງ​ທ່ານ ​ຫລັງ​ຈາກຖືກ​ໂຈມຕີ ​ໂດຍມີການ​ກ່າວ​ຫາ​ວ່າທ່ານ
ມີ​ຄວາມຜິດ​ດ້ານ​ສິນ​ທຳຢ່າ​ງຮ້າຍ​ແຮ​ງຮວມທັງພົວພັນ​ກັບການ
​ຄ້າ​ອາວຸດ​ທ້ອງ​ຖິ່ນ ການ​ເກັງ ກຳ​ໄລ​ອະສັງຫາລິມມະ​ຊັບ​ ແລະ​
ການ​ເປີດ​ເຜີຍ​ກ່ຽວ​ກັບ​ຮຸ້ນ​ທີ່​ທ່ານ​ເປັນ ເຈົ້າຂອງ. ​

ຢູ່​ໃນ​ຖະ​ແຫຼງການສັ້ນໆ​ສະບັບ​ນຶ່ງໃນ​ວັນ​ສຸກ​ມື້​ນີ້ ທ່ານ Kim
Byung-kwan ນາຍ​ພົນ​ສີ່​ດາວ ທີ່​ອອກ​ບໍານານ​ແລ້ວໄດ້​ຂໍ​ຂະ​
ມາໂທດ ​ແລະກ່າວ​ວ່າ ທ່ານ​ໄດ້​ຂໍລາ​ອອກເພື່ອ​ຊ່ວຍ​ໃຫ້ກິດຈະ
ການ​ຂອງລັດຖະບານ​ດຳ​ເນີນ​ໄປ​ຢ່າງ​ເປັນປົກກະຕິ.

ປະທານ​ນາ​ທິບໍດີ Park ຮັບ​ເອົາ​ການ​ລາ​ອອກຂອງ​ທ່ານ ​ແລະ​
ຮຽກຮ້ອງ​ໃຫ້ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ​ຄົນ​ປັດ​ຈຸ​ບັນ ທ່ານ
Kim Kwan-jin ກຳ​ຕຳ​ແໜ່​ງດັ່ງກ່າວ ຕໍ່|ໄປ​ຕື່ມອີກ.

ການ​ລາ​ອອກໃນ​ວັນ​ສຸກ​ມື້​ນີ້ ​ແມ່ນ​ບັນ​ຫາຫລ້າ​ສຸດ​ຂອງລັດຖະ
ບານທີ່ມີ​ອາຍຸມາໄດ້​ນຶ່ງ​ເດືອນ ຫລັງ​ຈາກ​ຄະນະ​ລັດຖະມົນຕີ​ຫລາຍ​ທ່ານ​ທີ່​ໄດ້​ຖືກແຕ່ງຕັ້ງ ຮວມ​ທັງນາຍົກລັດຖະມົນ​ຕີ​ ໄດ້​ລາ​ອອກ ​ພາຍ​ໃຕ້ການໂຈມ​ຕີ​ ຂອງ​ສື່​ມວນ​ຊົນ ກ່ຽວ​ກັບ​ເບື້ອງ​ຫລັງ​ໜ້າ​ທີ່​ການ​ຂອງ​ພວກ​ທ່ານ ​ແລະ​ການເຮັດ​ຜິດ​ສິນ​ທຳ​ຕ່າງໆ.
XS
SM
MD
LG