ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ຊະນະ ລາງວັນ Man Booker ນາໆຊາດ 2016


ເຈົ້າຂອງລາງວັນ Man Booker 2016 ນາໆຊາດ, ນາງ Han Kang ກ່າວຕໍ່ ສື່ ກ່ຽວກັບປື້ມ 'The Vegetarian' ຫຼັງຈາກພິທີ ຮັບລາງວັນ ໃນນະຄອນຫຼວງ London, 16 ພຶດສະພາ, 2016.
ເຈົ້າຂອງລາງວັນ Man Booker 2016 ນາໆຊາດ, ນາງ Han Kang ກ່າວຕໍ່ ສື່ ກ່ຽວກັບປື້ມ 'The Vegetarian' ຫຼັງຈາກພິທີ ຮັບລາງວັນ ໃນນະຄອນຫຼວງ London, 16 ພຶດສະພາ, 2016.

ນັກ​ຂຽນ Han Kang ຈາກ​ເກົາຫລີ​ໃຕ້ ​ໄດ້​ຮັບ​ລາງວັນ Man Booker Inter-national ຂອງ​ອັງກິດ​ ໃນນິຍາຍ​ ທີ່​ມີ​ຊື່ວ່າ ກິນ​ເຈຫຼື The Vegetarian ​ໃນ​ການ​ປະ​ກວດ ​ເມື່ອວັນ​ຈັນ​ວານ​ນີ້

ນາງ​ແມ່ນ​ຄົນ​ເກົາຫລີ​ໃຕ້​ຜູ້​ທຳ​ອິດ ທີ່​ໄດ້​ຮັບ​ລາງວັນ​ດັ່ງກ່າວ.

The Vegetarian ​ທີ່ໄດ້​ຖືກ​ເລືອກ​ຢ່າງ​ເປັນ​ເອກ​ກະສັນ ​ໂດຍ​ຄະນະ​ຕັດສິນ 5 ຄົນນັ້ນ ​ແມ່ນ​ເລື້ອງລາວ​ຂອງ​ແມ່ຍິງ​ຄົນ​ນຶ່ງ​ທີ່​ໄດ້​ຕັດສິນ​ໃຈ​ຢຸດເຊົາກິນ​ຊີ້ນ ​ແລະກໍ​ໄດ້​ປະ​ເຊີນ​ກັບ​ຜົນທີ່​ຕິດ ຕາມ​ມາ​ຢ່າງ​ຮ້າຍ​ແຮງ.

​ນາງ Kang ກ່າວ​ວ່າ ເລື້ອງດັ່ງກ່າວ​ແມ່ນ​ນຳ​ສະ​ເໜີ​ຕົວ​ເອກ ທີ່​ບໍ່​ຕ້ອງການ​ຢາກ ຈະ​ເປັນມະ ນຸດ ​ອີກ​ຕໍ່​ໄປ​ແລ້ວ.

ປະທານ​ຄະນະ​ຕັດສິນ ທ່ານ Boyd Tonkin ກ່າ​ວ​ເຖິງ​ນິຍາຍ​ເລື້ອງນີ້ວ່າ ​ເປັນ ​ເລື້ອງລາວ​ທີ່​ສະ​ແດງອອກ​ເຖິງ​ຄວາມ​ຮູ້ສຶກ ​ແລະ​ມີ​ການ​ຕິຕຽນຢ່າງ​ແຮງ ທີ່ຟົດ ​ເດືອດ​ແລະ​ເປັນຄວາມ​ຮູ້ ສຶກ​ທີ່​ຂຸ້ນຂ້ຽວ.

ນາງ Han Kang ຈະ​ແບ່ງ​ເງິນລາ​ງວັນ 72,000 ກັບນາງ Deborah Smith ນາຍ​ພາສາ​ຂອງລາວ ທີ່​ໄດ້​ສອນ​ຕົນ​ເອງ​ໃຫ້​ຮູ້ຈັກ​ອ່ານ​ພາສາ​ເກົາຫຼີ ​ເມື່​ອສາມ​ປີ ກ່ອນ​ນີ້.

ລາງວັນ​ດັ່ງກ່າວນີ້​ເປັນ​ຄູ່ລາງວັນ Man Booker ຂອງ​ອັງກິດ​ສຳລັບ​ນາໆ​ຊາດ. ​ເຖິງ​ແມ່ນ​ວ່າ​ໃນ​ເມື່ອ​ກ່ອນ​ ​ແມ່ນ​ເປັນ​ການ​ໃຫ້​ກຽດ ​ແກ່​ອາຊີບ​ວຽກ​ງານ​ທັງ​ໝົດ ​ແຕ່​ໃນປີນີ້ ໄດ້​ມີ​ການ​ປ່ຽນ​ແປ​ງ​ເພື່ອ​ຮັບ​ຮູ້​ພຽງ​ແຕ່​ປື້ມຫົວ​ດຽວ ທີ່​ໄດ້​ແປ​ເປັນ​ພາ ສາ​ອັງກິດ ​ແລະ​ພິມ​ຢູ່​ທີ່​ສະຫະ​ຣາຊະ​ອານາ​ຈັກ.

ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG