ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຊາຍ ເກົາຫຼີໃຕ້ ຄົນນຶ່ງ ຫຼົບໜີ ຈາກ ເກົາຫຼີໜືອ


ແຜນທີ່ ເກົາຫຼີເໜືອ ແລະເກົາຫຼີໃຕ້
ແຜນທີ່ ເກົາຫຼີເໜືອ ແລະເກົາຫຼີໃຕ້
ເກົາຫລີ​ໃຕ້​ກ່າວ​ວ່າ ປະຊາຊົນ​ຂອງຕົນ​ຄົນ​ນຶ່ງ ​ໄດ້​ຫລົບໜີມາ
​ຈາກ​ເກົາຫລີ​ເໜືອ 41 ປີ​ ຫລັງ​ຈາກ​ລາວໄດ້​ຖືກ​ລັກພາ​ໂຕໄປ
ໂດຍພຽງ​ຢາງ ​ໃນ​ຂະນະ​ທີ່ພວມ​ຫາ​ປາຢູ່.

ກະຊວງ​ທ້ອນ​ໂຮມ​ຊາດຂອງ​ເກົາຫລີ​ໃຕ້ ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ
ພໍ່​ຕູ້ Jeon Wook-pyo ​ໄດ້​ກັບ​ຄືນ​ມາ​ເຖິງເມືອງ​ຫລວງ​ເກົາຫລີ​
ໃຕ້ດ້ວຍ​ຄວາມ​ປອດ​ໄພ ລຸນຫລັງ​ທີ່ໄດ້​ຫລົບໜີມາຈາກ​ເກົາຫລີ​
ເໜືອ​ໃນ​ເດືອນ​ແລ້ວ​ນີ້. ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດຫຍັງ​ຫຼາຍກ່ຽວ
ກັບ​ການ​ຫລົບໜີ​ຂອງ​ລາວ.

ພໍ່​ຕູ້​ອາຍຸ 68 ປີຄົນ​ນີ້ ແມ່ນ​ຜູ້ນຶ່ງ​ໃນຈໍານວນ​ລູກ​ເຮືອ 25 ຄົນ​ທີ່ຢູ່​ໃນ​ເຮືອ​ຫາ​ປາ​ສອງ​ລໍາ ທີ່ຖືກ​ຈັບ​ໂດຍ​ເກົາຫລີ​ເໜືອ​ໃນ​ປີ 1972. ຊະຕາ​ກໍາ​ຂອງ​ຜູ້​ອື່ນ​ນັ້ນ ແມ່ນຍັງ​ບໍ່​ທັນ​ເປັນ​ທີ່​ຮູ້​ກັນ​ເທື່ອ.

​ເກົາຫລີ​ໃຕ້ ​ໄດ້​ກ່າວ​ຫາ​ເກົາຫລີ​ເໜືອວ່າ ລັກພາ​ໂຕປະຊາຊົນຂອງ​ຕົນ​ຢ່າງໜ້ອຍ 500 ຄົນ
ສ່ວນ​ຫລາຍ​ເປັນ​ຊາວ​ປະມົງ ນັບ​ຕັ້ງ​ແຕ່​ສົງຄາມ ​ເກົາຫລີ​ໄດ້​ສີ້​ນສຸດ​ລົງ​ ໃນ​ປີ 1953. ນັກ​
ເຄື່ອນ​ໄຫວ​ຄົ​ນນຶ່ງ​ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ເກົາຫຼີ​ໃຕ້ໄດ້​ທໍາ​ການ​ສືບ​ສວນ ​ເບິ່ງ​ພໍ່​ຕູ້ Jeon ​ເປັນ​ເວ
ລາ​ສອງ​ອາທິດ​ເພື່ອໃຫ້​ເປັນ​ທີ່​ແນນ​ອ​ນວ່າ ລາວ ​ບໍ່​ໄດ້​ຖືກ​ສົ່ງ​ມາ ​ເພື່ອ​ສອດ​ແນມ​ໃຫ້​ແກ່​ເກົາ
ຫລີ​ເໜືອ.

ຄວາມ​ສໍາພັນລະຫວ່າງເກົາຫລີ ​ໄດ້​ດີ​ຂື້ນ​ຫວ່າງ​ມໍ່ໆ​ມາ​ນີ້ ຫລັງ​ຈາກ​ທີ່​ໄດ້ມີ​ການ​ຂົ່ມຂູ່​ວ່າ​ຈະ
ເຮັດ​ສົງຄາມ ​ເປັນ​ເວລາ​ຫຼາຍ​ເດືອນ​ຈາກ​ກຸງ​ພຽງ​ຢາງ ລຸນຫລັງ​ທີ່​ນາໆ​ຊາດ​ໄດ້​ປະນາມການ​
ທົດ​ລອງ​ນິວ​ເຄລຍເທື່ອຫລ້າ ​ສຸດຂອງ​ປະ​ເທດ​ດັ່ງກ່າວ.

ທັງ​ສອງ​ຝ່າຍ​ໄດ້​ຕົກລົງ​ກັນ ​ທີ່ຈະ​ເປີດເຂດ​ອຸດສາ​ຫະກໍາ​ຮ່ວມ ຊຶ່ງ​ເປັນ ຍາ​ລັກ​ອັນ​ສຳຄັນ​ນັ້ນ
ຄືນ​ໃໝ່ ​ເພື່ອ​ເປັນ​ການ​ທົດ​ລອງ. ເກົາຫລີ​ທັງ 2 ຍັງ​ໄດ້ຕົກລົງ ທີ່​ຈະ​ຈັດ​ໃຫ້​ມີ​ການພົບ​ພໍ້​ຂອງ
ບັນດາ​ຄອບຄົວ ທີ່​ໄດ້​ພັດ​ພາກ​ຈາກກັນ​ໃນ​ປາງ​ສົງຄາມ ຄືນ​ອີກ.​




XS
SM
MD
LG