ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກີດການຕໍ່ສູ້ກັນ ທີ່ເມືອງ Paju ລະຫວ່າງຊາວເມືອງ ແລະ ພວກສົ່ງໃບປິວ


ຕຳຫລວດເກົາຫລີໃຕ້ ກີດກັ້ນຊາວເມືອງ Paju ບໍ່ໃຫ້ເຂົ້າໄປລົບ ກວນ ພວກປະທ້ວງຕ້ານເກົາຫລີເໜືອ.
ຕຳຫລວດເກົາຫລີໃຕ້ ກີດກັ້ນຊາວເມືອງ Paju ບໍ່ໃຫ້ເຂົ້າໄປລົບ ກວນ ພວກປະທ້ວງຕ້ານເກົາຫລີເໜືອ.

ເກີດການຕໍ່ສູ້ກັນຢ່າງຊຸນລະມຸນຂຶ້ນ ຢູ່​ເມືອງ​ Paju ຊຶ່ງເປັນ
ເມືອງຊາຍ​ແດນເກົາຫລີ​ໃຕ້ໃນ​ວັນ​ເສົາ​ມື້​ນີ້ ລະຫວ່າງບັນດາ
​ນັກ​ເຄື່ອ​ນ​ໄຫວທີ່ວາງ​ແຜນຈະ​ສົ່ງ​ໃບ​ປີວ​ໂຄສະນາ​ຊວນ​ເຊື່ອ
​ເຂົ້າ​ໄປ​ໃນ​ເກົາ​ຫຼີ​ເໜືອ ​ແລະ​ຊາວ​ເມືອງ​ດັ່ງກ່າວທີ່​ຕ້ອງການ​
​ຂັດຂວາງພວກເຂົາ​ເຈົ້າ.

ພວກ​ນັກ​ເຄື່ອນ​ໄຫວ ມີ​ແຜນ​ທີ່​ຈະ​ປ່ອຍໝາກປູມ​ເປົ້າໃຫຍ່
ເພື່ອ​ນຳ​ເອົາ​ໃບ​ປີວທີ່ ໄດ້ປະນາມລັດຖະບານ​ພຽງ​ຢາງເຂົ້າ​
ໄປໃນ​ເກົາຫຼີເໜືອ ດັ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ມາ​ໃນ​ຕົ້ນເດືອນນີ້.

​ມີການສົ່ງເຈົ້າ​ໜ້າ​ທີ່​ຕຳຫລວດ ປະມານ 1,000 ຄົນ ​ໄປ​ຍັງ​
ເມືອງ​ຊາຍ​ແດນດັ່ງກ່າວ.

​ເກົາ​ຫລີ​ເໜືອ​ໄດ້​ເຕືອນ​ວ່າ ຖ້າ​ຫາກ​ບໍ່ສາມາດຢຸດເຊົາການສົ່ງໃບ​ປີວນີ້ແລ້ວ ມັນອາດ
​ຈະສ້າງຄວາມເສຍຫາຍໃຫ້ແກ່ແຜນການທີ່ຈະເປີດ​ການ​ເຈລະຈາ​ຂັ້ນ​ສູງກັນຄືນໃໝ່
ລະຫວ່າງ​ສອງ​ປະ​ເທດ​ເກົາຫລີ.

ຊາວເມືອງ Paju ກ່າວ​ວ່າ ການ​ຂົ່ມຂູ່​ທີ່ຈະຕອບ​ໂຕ້ທາງ​ທະຫານ​ຂອງເກົາຫລີ​ເໜືອນັ້ນ
​ເປັນ​ທີ່​ເຊື່ອ​ຖື​ໄດ້ ​ແລະບັນດາ​ນັກ​ເຄື່ອນ​ໄຫວ ​ແມ່ນເຮັດ​ໃຫ້​ຊີວິດຂອງ ຊາວເມືອງ ​ແລະ​
ບັນດາ​ທຸລະ​ກິດຕ່າງໆ ຕົກຢູ່​ໃນ​ຄວາ​ມສ່ຽງ.

​ເກົາຫລີ​ໃຕ້ກ່າວ​ວ່າ ຕົນ​ບໍ່​ສາມາດ​ຂັດຂວາງພວກ​ປະ​ທ້ວງ​ໄດ້​ ຢ່າງຖືກຕ້ອງ​ຕາມ​ກົດ​ໝາຍ
ໃນ​ການ​ຊົມໃຊ້ສິດເສລີພາບ ກ່ຽວກັບການສະແດງອອກຊຶ່ງຄວາມຄິດ ຄວາມເຫັນ ຂອງ
ພວກເຂົາເຈົ້າ.

KOREANS VO
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG