ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ອາວຸໂສ ທະຫານ ເກົາຫຼີເໜືອ ໂຕນໜີ ຈາກ ປະເທດ

ທະຫານ ເກົາຫຼີເໜືອ ຢືນເຄົາລົບຕໍ່ໜ້າຮູບປັ້ນຂອງຜູ້ນຳ ເກົາຫຼີເໜືອ ທີ່ໄດ້ເສຍຊີວິດໄປແລ້ວ ທ່ານ Kim Jong Il, ແລະ ພໍ່ຂອງທ່ານ, ແລະ ຜູ້ກໍ່ຕັ້ງປະເທດ ເກົາຫຼີເໜືອ ທ່ານ Kim Il Sung, ໃນນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ. 16 ກຸມພາ, 2014.

ເກົາຫຼີໃຕ້ກ່າວວ່າ ເຈົ້າໜ້າທີ່ທະຫານຂັ້ນສູງຂອງ ເກົາຫຼີເໜືອ ທ່ານນຶ່ງໄດ້ໂຕນໜີໄປ ເກົາ ຫຼີໃຕ້ ເມື່ອປີກາຍນີ້.

ຄຳປະກາດດ່ັງກ່າວໄດ້ມີຂຶ້ນໃນວັນຈັນມື້ນີ້ ຢູ່ໃນນະຄອນຫຼວງ ໂຊລ ໂດຍລັດຖະມົນຕີ ປ້ອງກັນປະເທດ ແລະ ປອງດອງຊາດຂອງ ເກົາຫຼີໃຕ້ ຜູ້ທີ່ຮັບຜິດຊອບໃນດ້ານການເປັນປໍ ລະປັກກັນລະຫວ່າງສອງເກົາຫຼີ. ນາຍທະຫານດັ່ງກ່າວຜູ້ທີ່ບໍ່ຊາບຊື່ເປັນພັນເອກຜູ້ທີ່ໄດ້ ເຮັດວຽກ ໃນກົມສອດແນມໃຫຍ່ຂອງເກົາຫຼີເໜືອ ໂດຍເຮັດໃຫ້ຜູ້ກ່ຽວ ເປັນເຈົ້າໜ້າທີ່ຂັ້ນສູງສຸດ ທີ່ບໍ່ເຄີຍມີມາກອນ ທີ່ໄດ້ໂຕນໜີຈາກລະບອບຜະເດັດການນັ້ນ.

ກົມດັ່ງກ່າວ ໄດ້ປະຕິບັດການເຄື່ອນໄຫວສອດແນມ ຕໍ່ຕ້ານໂຊລ ລວມທັງການໂຈມຕີທາງ ອິນເຕີເນັດ. ອົງການນັ້ນ ແມ່ນຍັງຖືກກ່າວຫາ ວ່າໂຈມຕີ ດ້ວຍທໍປີໂດ ຕໍ່ເຮືອລົບຂອງ ເກົາ ຫຼີ ໃຕ້ເມື່ອປີ 2010 ທີ່ໄດ້ສັງຫານ ທະຫານເຮືອ 46 ຄົນ ອັນເປັນການກະທຳທີ່ ພຽງຢາງ ໄດ້ປະ ຕິເສດ.

ຢູ່ໃນເຫດການຕ່າງຫາກອີກເຫດການໜຶ່ງ ນັກການທູດເກົາຫຼີເໜືອຜູ້ທີ່ໄດ້ປະຈຳການຢູ່ ປະເທດໃນທະວີບ ອາຟຣິກາ ໄດ້ໂຕນໜີໄປຫາ ເກົາຫຼີໃຕ້ ພ້ອມກັບຄອບຄົວຂອງຜູ້ກ່ຽວ ເມື່ອປີກາຍນີ້.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

XS
SM
MD
LG