ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ເຄາະຮ້າຍ ຄົນທີສີ່ ເສຍຊີວິດ ຍ້ອນໂຣກ ລະບົບ​ຫາຍ​ໃ​ຈ ອັກເສບ MERS ຢູ່ ເກົາຫຼີໃຕ້


ພະນັກງານຢູ່ໂຮງໝໍ ແລະຜູ້ໄປຢ້ຽມຢາມ ພາກັນໃສ່ໜ້າກາກ ປ້ອງກັນການຫາຍໃຈ.
ພະນັກງານຢູ່ໂຮງໝໍ ແລະຜູ້ໄປຢ້ຽມຢາມ ພາກັນໃສ່ໜ້າກາກ ປ້ອງກັນການຫາຍໃຈ.

ໃນ​ວັນ​ສຸກ​ມື້​ນີ້ິ ​ເກົາຫລີ​ໃຕ້ ​ໄດ້ໃຫ້ການ​ຢືນ​ຢັນ​ເຖິງ​ການ​ເສຍ​ຊິ
ວິດ ຂອງຜູ້​ເຄາະ​ຮ້າຍ​ຄົນ​ທີສີ່ ທີ່​ຕິດພະຍາດລະບົບ​ຫາຍ​ໃ​ຈ
ຮ້າຍແຮງຈາກພາກຕາເວັນອອກກາງ ຫລື MERS ຊຶ່ງໄດ້​ລະ
ບາດ ​ແລະ​ຕິ​ດ​ແປດ​ໃສ່ຫລາຍ​ສິບ​ຄົນ​ ຢູ່​ໃນ​ປະ​ເທດ​ດັ່ງ ກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່​ການແພດ ກ່າວ​ວ່າ ຜູ້​ຊາຍ​ອາຍຸ 76 ປີ​ໄດ້​
ເສຍ​ຊີວິດ​ໃນ​ວັນ​ພະຫັດວານນີ້.

​ປະມານ 1,600 ຄົນ​ໄດ້​ຖືກ​ແຍກໄວ້ຕ່າງຫາກ ຢູ່​ໃນ​ເກົາຫລີ​
ໃຕ້ ສ່ວນ​ຫຼາຍ​ແມ່ນ ຢູ່​ຕາມບ້ານເຮືອນ ​ແຕ່​ສ່ວນ​ນຶ່ງແມ່ນ​ຢູ່
ຕາມ ສະ​ຖາ​ບັນ​ການ​ແພດຕ່າງໆ. ການ​ແຜ່​ລະບາດ​ຍັງ​ໄດ້​
ບັງຄັບ​ໃຫ້​ປິດ​ໂຮງຮຽນ​ຫລາຍ​ຮ້ອຍແຫ່ງ ​ແລະ​ມະຫາວິທະຍາ​ໄລ​ຕ່າງໆ​ໃນ​ປະ​ເທດນຳ
ດ້ວຍ.

ປະທານາທິບໍດີ ​ເກົາຫລີໃຕ້ ທ່ານ​ນາງ Park Geun-hye ​ໄດ້​ສັ່ງ​ໃຫ້​ເຮັດ​ທຸກ​ຢ່າງ​ເພື່ອ
​ຍຸດຕິການ​ແຜ່​ລະບາດ ຊຶ່ງ​ໄດ້​ເລີ້ມຂື້ນ​ເມື່ອ​ສອງ​ອາ​ທິດ​ກ່ອນ ​ທີ່ໄດ້​ນຳ​ເຂົ້າ​ມາໃນ​ປະ​ເທດ​
ໂດຍຜູ້​ຊາຍຄົນ​ນຶ່ງ​ ທີ່ໄດ້​ເດີນທາງກັບ​ຄື​ນມາ​ຈາກເຮັດ​ທຸລະ​ກິດ​ ຢູ່​ພາກຕາ​ເວັນ​ອອກ​ກາງ.

ພະຍາດ MERS ແມ່ນ​ເຊື້ອ​ໄວຣັສ ທີ່​ພົວພັນ​ກັບເຊື້ອທີ່ໄດ້​ຕິດແປດ​ໃສ່ຫລາຍ​ພັນ​ຄົນ​ໃນ​
ປີ 2003 ​ໃນການລະບາດ ​ຂອງໂຣກ​ລະບົບຫາຍ​ໃຈຢ່າງ​ຮ້າຍ​ແຮງ ຫລືໂຣກ SARS ​ຊຶ່ງ
ໃນເວລານີ້ຍັງບໍ່ສາມາດ​ປິ່ນປົວ​ບໍ່​ໄດ້ ຫລືມີ​ວັກ​ຊິນປ້ອງກັນ ໃດໆເລີຍ. ​ໂຣກນີ້ມີລາຍ​
ງານວ່າ ເກີດເທື່ອທຳ​ອິດ​ຢູ່ໃນປະ​ເທດ ຊາ​ອຸ​ດີ ອາຣາ​ເບຍ ​ໃນ​ປີ 2012 ​ແລະ​ນັບ​ແຕ່​ນັ້ນ​
ມາ ​ໄດ້​ແຜ່​ລາມອອກ​ໄປສູ່​ປະ​ເທ​ດອື່ນໆ.

XS
SM
MD
LG