ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການລົງໂທດ ຂອງ ເກົາຫຼີໃຕ້ ເຮັດໃຫ້ຣັດເຊຍ ໂຈະການສ້າງ ທາງລົດໄຟ ໃນເກົາຫຼີເໜືອ


ທະຫານເກົາຫລີເໜືອຄົນໜຶ່ງ ກຳລັງເບິ່ງ ພະນັກງານຣັດເຊຍ ສ້າງທາງທົດໄຟ.
ທະຫານເກົາຫລີເໜືອຄົນໜຶ່ງ ກຳລັງເບິ່ງ ພະນັກງານຣັດເຊຍ ສ້າງທາງທົດໄຟ.

ເກົາຫລີ​ໃຕ້ ​ໄດ້​ວາງມາດຕະການລົງໂທດໃໝ່ ຕາມລຳພັງ ຕໍ່
ເກົາຫຼີເໜືອໃນການຕອບໂຕ້ຕໍ່ການທົດລອງນິວເຄລຍ ແລະ
ລູກ​ສອນ​ໄຟຂີປະນາວຸດເທື່ອຫລ້າສຸດ ຂອງອຳນາດການປົກ
ຄອງດັ່ງກ່າວ.

ພາຍ​ໃຕ້​ການ​ລົງ​ໂທດ ທີ່​ໄດ້​ປະກາດ​ໃນ​ວັນອັງຄານມື້ນີ້ ໂຊລ
ມີບັນຊີດຳ ຊາວເກົາຫຼີ​ເໜືອ ​40 ຄົ ແລະ 30 ອົງການຈັດ​ຕັ້ງ
​ທີ່​ພົວພັນໃນໂຄ​ງການ​ພັດທະນາ ອາວຸດນິວເຄລຍຂອງເກົາ
ຫລີເໜືອ ຊຶ່ງຈະຫ້າມ​ເຂົາ​ເຈົ້າ ບໍ່ໃຫ້ພົວພັນດ້ານ​ການ​ເງິນ​ ຢູ່
ໃນ​ເກົາຫລີ​ໃຕ້.

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ລົງຄະແນນສຽງ ຜ່ານມະຕິ ລະຫວ່າງກອງປະຊຸມທີ່ ສຳນັກງານໃຫຍ່ ສະຫະປະຊາດ ວັນທີ 2 ມີນາ 2016.
ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ລົງຄະແນນສຽງ ຜ່ານມະຕິ ລະຫວ່າງກອງປະຊຸມທີ່ ສຳນັກງານໃຫຍ່ ສະຫະປະຊາດ ວັນທີ 2 ມີນາ 2016.

ການ​ລົງ​ໂທດນີ້ ​ຍັງ​ຫ້າມ​ບໍ່ໃຫ້​ກຳ​ປັ່ນ​ໃດໆ ທີ່​ຈອດ​ຢູ່​ທ່າກຳປັ່ນ​ເກົາຫລີ​ເໜືອໃນລະຫວ່າງ
180 ​ມື້ກ່ອນນັ້ນ ເຂົ້າມາໃນເກົາຫລີໃຕ້.

​ເກົາ​ຫລີ​ໃຕ້ ຍັງ​ຈະຊຸກຍູ້ບໍ່​ໃຫ້​ປະຊາຊົນ​ຂອງ​ຕົນ ຫລີກ​ຫລ່ຽງການ​ກິນ​ອາຫານ​ ຢູ່​ຮ້ານ​ອາ
ຫານ​ເກົາຫລີ​ເໜືອ ​ເວລາ​ເດີນທາງ​ອອກ​ນອກ​ປະ​ເທດ. ພຽງ​ຢາງ​ເປັນ​ເຈົ້າຂອງ ​ແລະ​ບໍລິ
ຫານ​ຮ້ານ​ອາຫານຫຼາຍ​ຮ້ອຍ​ແຫ່ງ​ຢູ່​ໃນ​ໂລກໂດຍນຳເອົາເງິນ​ສົດ​ມາໃຫ້​ແກ່​ລັດຖະບານທີ່​
ເປັນ​ແຫ​ລ່ງລາຍໄດ້ທາງເງິນຕາ​ເງິນທີ່ສຳຄັນນັ້ນ.

ຜູ້ຍິງຄົນໜຶ່ງຢ່າງຜ່ານກະດານໄຟຟ້າ ທີ່ສູນກາງຮັບມືກັບການກໍ່ການຮ້າຍ ຂອງຕຳຫລວດແຫ່ງຊາດ ທີ່ນະຄອນໂຊລ ເກົາຫລີໃຕ້.
ຜູ້ຍິງຄົນໜຶ່ງຢ່າງຜ່ານກະດານໄຟຟ້າ ທີ່ສູນກາງຮັບມືກັບການກໍ່ການຮ້າຍ ຂອງຕຳຫລວດແຫ່ງຊາດ ທີ່ນະຄອນໂຊລ ເກົາຫລີໃຕ້.

XS
SM
MD
LG