ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ລາຍງານວ່າ ບໍ່ມີກໍລະນີ ຕິດເຊື້ອພະຍາດ MERS ເກີດຂຶ້ນໃໝ່


ນັກວິທະຍາສາດຄົນນຶ່ງ ກຳລັງກວດເລືອດ ຂອງຄົນທີ່ເດີນທາງ ມາຈາກເກົາຫລີໃຕ້ ຢູ່ທີ່ຫ້ອງແລັບ ນອກບາງກອກ.
ນັກວິທະຍາສາດຄົນນຶ່ງ ກຳລັງກວດເລືອດ ຂອງຄົນທີ່ເດີນທາງ ມາຈາກເກົາຫລີໃຕ້ ຢູ່ທີ່ຫ້ອງແລັບ ນອກບາງກອກ.

ເກົາຫລີ​ໃຕ້ ກ່າວ​ວ່າ ບໍ່​ມີ​ກໍລະນີ​ໃໝ່​ໃນການຕິດພະຍາດລະບົບ
​ຫາຍ​ໃ​ຈອັກເສບຮ້າຍແຮງ ຈາກພາກຕາເວັນອອກກາງ ຫລື
MERS ທີ່​ໄດ້​ລາຍ​ງານ​ໃນ​ວັນ​ເສົາ​ມື້​ນີ້ ​ຊຶ່ງພາໃຫ້​ມີ​ຄວາມ​ຫວັງ​
ຕື່ມຂຶ້ນວ່າ ເກົາຫລີໃຕ້ກຳລັງໄດ້ຮັບໄຊຊະນະ​ໃນການ​ຕໍ່​ສູ້ ກັບ​
ພະຍາດ​ທີ່​ຮ້າຍ​ແຮງດັ່ງກ່າວ.

​ມາຮອດເວລານີ້ ມີ 24 ຄົນແລ້ວ​ໄດ້​ເສຍ​ຊີວິດຍ້ອນພະຍາດ
MERS ຢູ່​ໃນ​ເກົາ ຫລີ​ໃຕ້ ​ແລະ ອີກ 166 ຄົນ​ໄດ້​ລົ້ມປ່ວຍ
ຍ້ອນ​ເຊື້ອ​ໄວຣັສດັ່ງກ່າວ.

ຫລາຍ​ກວ່າ 6,700 ຄົນ ​ໃນ​ເກົາຫລີ​ໃຕ້ ​ໄດ້​ຖືກ​ກັກ​ບໍລິ​ເວນ
ຫລັງ​ຈາກທີ່ພວກກ່ຽວ ອາດໄດ້ຢູ່ໃກ້ຊິດ​ກັບ​ພວກທີ່​ຕິດ​ພະຍາດ.

ຢູ່​ແຫ່ງ​ອື່ນໆ​ໃນ​ຂົງ​ເຂດເອເຊຍ ປະ​ເທດ​ໄທ ​ໄດ້​ຢືນຢັນ​ກໍລະນີ​ທຳ​ອິດ​ຂອງພະ ຍາດ
MERS ​ໃນຮອບ​ອາທິດ​ທີ່​ຜ່ານ​ມານີ້.

ນາຍົກລັດຖະມົນຕີ​ໄທ ທ່ານ​ປຣະຍຸດ ຈັນ​ໂອຊາ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ ຢ່າ​ໄດ້ຕື່ນ
​ຕົກ​ໃຈ ​ແລະ​ກ່າວ​ວ່າ ປະ​ເທດ​ໄທໄດ້​ກຽມພ້ອມ​ເປັນ​ຢ່າງ​ດີທີ່​ຈະ​ຮັບ​ມື​ກັບ​ສະຖາ​ນະ​ການ.

ຫ້າ​ສິບ​ເກົ້າ​ຄົນ​ໃນ​ປະ​ເທດ​ໄທ ກຳລັງ​ຖືກສັງ​ເກດ​ການເບິ່ງ​ເຊື້ອ​ພະຍາດ​ຢູ່​ທີ່ໂຮງໝໍ ຫລື
​ຢູ່ຕາມ​ບ້າ​ນ​ເຮືອນ ​ອີງ​ຕາມ​ກະຊວງ​ສາທາ​ລະນະ​ສຸກ.

ອົງການ​ອະນະ​ໄມ​ໂລກ ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ກ່າວ​ວ່າ​ ບັນ​ດາເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້ ບໍ່ໄດ້
ຈັດຕັ້ງປະຕິບັດ​ມາດ​ຕະການ​ຢ່າງ​ພຽງພໍ ​ເພື່ອ​ປ້ອງ​ກັນ​ການ​ແຜ່ລະບາດ ຂອງ​ພະຍາດ
ທີ່ຍັງປິ່ນປົວບໍ່​ໄດ້ ຫລືມີວັກ​ຊິນປ້ອງກັນເທື່ອ.

Asia Mers
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG