ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ ລາຍງານ ການເສຍຊີວິດ ຜູ້ເຄາະຮ້າຍ ຄົນທີ 11 ຍ້ອນ MERS


ນັກທ່ອງທ່ຽວຄົນນຶ່ງໃສ່ໜ້າກາກ ປ້ອງກັນການຕິດພະຍາດ
ນັກທ່ອງທ່ຽວຄົນນຶ່ງໃສ່ໜ້າກາກ ປ້ອງກັນການຕິດພະຍາດ

ເກົາຫລີ​ໃຕ້​ໄດ້​ລາຍງານກ່ຽວກັບການ​ເສຍ​ຊີວິດຜູ້​ເຄາະຮ້າຍ
ຄົນທີ 11 ຍ້ອນພະຍາດ ລະບົບ​ຫາຍ​ໃ​ຈອັກເສບຮ້າຍແຮງ
ຈາກພາກຕາເວັນອອກກາງ ຫລື MERS ທ່າມກາງ​ຄວາມ​
ຫວັງ​ວ່າການ​ແຜ່​ລະ​ບາດ​ໄດ້ເຂົ້າສູ່​ຂັ້ນສູງສຸດແລ້ວ.

ກະຊວງ​ສາທາລະນະ​ສຸກ ​ແລະ​ປະຊາ​ສົງ​ເຄາະ ກ່າວ​ໃນ​ວັນ
​ສຸກມື້​ນີ້​ວ່າ ຜູ້​ເຄາະ​ຮ້າຍຄົນຫ​ລ້າ​ສຸດ ເປັນຜູ້ຍິງອາ​ຍຸ 72 ປີ
​ທີ່​ໄດ້​ຕິດ​ເຊື້ອໄວຣັສ MERS ຈາກ​ຄົນ​ເຈັບ​ຢູ່​ໃນ​ໂຮງໝໍ.

ບັນດາເຈົ້າ​ໜ້າທີ່​ການ​ແພດ ຍັງ​ລາຍງານ​ໃຫ້ຊາບໃນ​ວັນ​ສຸກ
​ມື້​ນີ້​ ກ່ຽວກັບສີ່​ກໍລະນີໃໝ່ຂອງ​ເຊື້ອໄວຣັສນີ້ ​ເຮັດໃຫ້ຈຳນວນ
ໂຕເລກ​ທັງ​ໝົດ​ ທີ່​ຮູ້​ວ່າ​ເປັນຜູ້ຕິດເຊື້ອ ເພີ້ມຂຶ້ນເປັນ126 ຄົນ ນັບ​ຕັ້ງ​ແຕ່​ການ​ແຜ່​ລະບາດ​
ໄດ້​ຄົ້ນ​ພົບເຫັນໃນ​ວັນ​ທີ 20 ເດືອນ​ພຶດສະພາຜ່ານມາ.

ມາຮອດປັດຈຸບັນນີ້ ລາຍ​ງານ​ທັງ​ໝົດ​ກ່ຽວ​ກັບ​ການ​ຕິ​ດ​ແປດ ​ໄດ້​ຈຳກັດຢູ່​ແຕ່ໃນ ໂຮງໝໍ
ອີງ​ຕາມ​ບັນດາ​ເຈົ້າ​ໜ້າ​ທີ່ ​ທີ່​ໄດ້​ເນັ້ນ​ໜັກ​ວ່າ ​ເຊື້ອໄວຣັສນີ້ບໍ່​ໄດ້​ແຜ່​ລະບາດ​ໄປ​ຫາ​ປະຊາ
ຊົນທົ່ວໄປ​.

ຫລາຍ​ພັນ​ຄົນ​ທີ່​ຄິດ​ວ່າ ​ຕົນໄດ້ຕິດ​ຕໍ່ພົວພັນກັບສ່ວນ​ບຸກຄົນ ​ທີ່​ຕິດ​ເຊື້ອ​ພະຍາດ ​ໄດ້​ຖືກ​
ກັກ​ບໍລິ​ເວນແລະໂຮງຮຽນຫລາຍພັນ​ແຫ່ງ ຍັງ​ປິດ​ເນື່ອງ​ຈາກ​ການແຜ່​ລະ​ບາດ.

ບັນດາ​ເຈົ້າ​ໜ້າ​ທີ່​ການ​ແພດກ່າວ​ວ່າ ມາຈົນຮອດ​ວັນ​ສຸກ​ມື້​ນີ້ມີ 1,249 ຄົນ​ແລ້ວ ໄດ້​ຖືກ
​ປ່ອຍ​ອອກ​ຈາກ​ບ່ອນກັກບໍລິເວນ ​ເຮັດ​ໃຫ້​ເກີດ​ຄວາມ​ຫວັງ​ວ່າ ການແຜ່ລະບາດ​ຂອງ
​ພະຍາດ ບັດ​ນີ້ ​ກຳລັງຫລຸດນ້ອຍ​ລົງ.

ການແຜ່​ລະບາດ​ໄດ້​ເຮັດ​ໃຫ້ ປະທານາທິບໍດີ Park Geun-hye ​ເລື່ອນ​ການ​ເດີນທາງ
ມາຢ້ຽມຢາມສະຫະລັດ ໃນອາທິດ​ໜ້າ.

Asia MERS
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG