ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີໃຕ້ ໃຫ້ຂໍ້ສັງເກດວ່າ ພຽງຢາງ ປັບປຸງຄວາມສາມາດ ໃນດ້ານອາວຸດນິວເຄລຍ


ພົນລະເມືອງ ພຽງຢາງ ຍ່າງຜ່ານ ປ້າຍໂຄສະນາ ທີ່ມີຄຳຂວັນຕ່າງໆ ທີ່ນິຍົມໃຊ້ກັນມາ ຊຶ່ງສະທ້ອນເຖິງນະໂຍບາຍຕ່າງໆ ຂອງເກົາຫຼີເໜືອ.
ພົນລະເມືອງ ພຽງຢາງ ຍ່າງຜ່ານ ປ້າຍໂຄສະນາ ທີ່ມີຄຳຂວັນຕ່າງໆ ທີ່ນິຍົມໃຊ້ກັນມາ ຊຶ່ງສະທ້ອນເຖິງນະໂຍບາຍຕ່າງໆ ຂອງເກົາຫຼີເໜືອ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້ ກ່າວ​ວ່າ ​ເກົາຫຼີ​ເໜືອ ປາກົດ​ວ່າ
​ໄດ້​ສຳ​ເລັດ​ຜົນ​ໃນ​ຂັ້ນ “ສຳຄັນ” ​ ໃນ​ດ້ານ​ເທັກ​ໂນໂລ​ຈີ ​ເພື່ອເຮັດ
​ໃຫ້ອາວຸດ​ນິວເຄລຍມີ​ຂະໜາດນ້ອຍ​ລົງ ຊຶ່ງ​ມັນ​ສາມາດ​ນຳ​ໄປປະ
ກອບ​ໃສ່ຫົວ​ຂີ​ປະ​ນາ​ວຸດ​ໄດ້ນັ້ນ.

ກະຊວງ​ດັ່ງກ່າວ ​ໄດ້ປະກາດຂ່າວເລື້ອງນີ້ ​ໃນ​ສຳນວນ​ເອກະສານ
​ຂາວ ທີ່​ເປີດ​ເຜີຍ​ໃນ​ວັນ​ອັງຄານ​ມື້​ນີ້. ກະຊວງກ່າວ​ຕື່ມ​ວ່າ ​ເກົາຫຼີ
​ເໜືອ ຍັງ​ບໍ່​ໄດ້​ສະ​ແດງ​ອອກ​ມາ​ເທື່ອ ຄວາມ​ສາມາດ​ໃນ​ດ້ານ​
ການ​ຫຍໍ້​ລົງດັ່ງກ່າວ​ນັ້ນ.

ກະຊວງ​ປ້ອງ​ກັນ​ປະ​ເທດ ກ່າວ​ວ່າ ພຽງ​ຢາງ ​ໄດ້​ມີທາດ plutonium
ຊະນິດ​ນຳ​ມາ​ໃຊ້​ເປັນ​ອາວຸດ ຈຳນວນ 40 ກິ​ໂລ​ກຣາມ ​ໂດຍ​ການ​ນຳ​ເອົາ​ແທ່ງ​ພະລັງ​ນິວ​ເຄລຍ ທີ່​ໝົດ​ຄຸນແລ້ວນັ້ນ ມາ​ຜ່ານ​ຂະບວນການ​ກັ່ນອີກ​ເທື່ອ​ໜຶ່ງ. ​ໂຊ​ລ ກ່າວ​ວ່າ ​ເກົາຫຼີ​ເໜືອ ​ແມ່ນ​ກຳລັງ​ທຳ​ງານ ​ໃນ​ໂຄງການ​ກັ່ນທາດ uranium ​ໃຫ້​ສົມບູນ​ຂຶ້ນ.

ເປັນ​ທີ່ເຊື່ອ​ກັນ​ວ່າ​ ເກົາຫຼີ​ເໜືອນັ້ນ ມີ​ຄວາມ​ອາດສາມາດ ປະດິດສ້າງຂີ​ປະ​ນາ​ວຸດ ທີ່​ຈະ
ຍິງ​ໄປ​ເຖິງ ​ດິນ​ແດນ​ຂອງ​ສະຫະລັດ​ໄດ້. ພວກ​ເຂົາ​ໄດ້​ທຳ​ການ​ທົດ​ລອງ ຂີ​ປະ​ນາວຸດ
ລະຍະ​ຍາວ ​ຫຼາຍໆ​ຄັ້ງມາ​ແລ້ວ.

​ອົງການ​ຂ່າວ Yonhap ​ຂອງ​ເກົາ​ຫຼີໃຕ້ ​ໄດ້​ອ້າງ​ເຖິງ​ຄຳ​ເວົ້າຂອງ ​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​
ກັນ​ປະ​ເທດ ​ທີ່​ບໍ່​ລະບຸ​ຊື່​ຄົນ​ໜຶ່ງ ທີ່​ກ່າວ​ວ່າ ເປັນ​ທີ່​ເຊື່ອ​ກັນ​ວ່າ ເກົາຫຼີ​ເໜືອ ​ໄດ້​ເພີ້​ມ​ໄລຍະ
​ຄວາມໄກ ຂອງຂີ​ປະ​ນາ​ວຸດ​ໜຶ່ງ​ ໃນ​ຈຳນວນ​ຂີ​ປະ​ນາ​ວຸດ​ທັງ​ຫຼາຍຂອງຕົນນັ້ນ ຈາກ 7,000
ກິ​ໂລ​ແມັດ ​ໄປ​ເປັນ 10,000 ກິ​ໂລ​ແມັດ ​ແຕ່ ບໍ່​ມີ​ຫລັກ​ຖານ​ໃດ ຢັ້ງຢືນ​ໄດ້​ວ່າ
ພຽງ​ຢາງ​ໄດ້​ນຳ​ເອົາ​ຂີ​ປະ​ນາ​ວຸດ​ດັ່ງກ່າວ​ນັ້ນ ມາ​ໃຊ້​ໃນ​ກອງທັບ.

NORTH KOREA NUCLEAR VIDEO
please wait

No media source currently available

0:00 0:00:40 0:00

XS
SM
MD
LG