ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈະມີການຕັດສິນໃຈ ກ່ຽວກັບ ການອອກໝາຍຈັບໂຕ ອະດີດ ປະທານາທິບໍດີ ເກົາຫຼີໃຕ້


ຜູ້ນຳ ເກົາຫຼີໃຕ້ ທີ່ຖືກຂັບໄລ່ອອກຈາກຕຳແໜ່ງ ທ່ານນາງ Geun-hye, ຂວາ, ເດີນທາງອອກຈາກຫ້ອງການໄອຍະການ
ໃນນະຄອນຫຼວງ ໂຊລ. 22 ມີນາ, 2017.
ຜູ້ນຳ ເກົາຫຼີໃຕ້ ທີ່ຖືກຂັບໄລ່ອອກຈາກຕຳແໜ່ງ ທ່ານນາງ Geun-hye, ຂວາ, ເດີນທາງອອກຈາກຫ້ອງການໄອຍະການ ໃນນະຄອນຫຼວງ ໂຊລ. 22 ມີນາ, 2017.

ວັນຈັນມື້ນີ້ ບັນດາໄອຍະການໃນ ເກົາຫຼີໃຕ້ ໄດ້ຂໍໃຫ້ອອກໝາຍຈັບໂຕອະດີດປະທານາ
ທິບໍດີ ທ່ານນາງ Park Guen-hye ທີ່ຖືກຟ້ອງຮ້ອງໃນຂໍ້ຫາ ກ່ຽວກັບ ຂ່າວນອງນັນເລື່ອງ
ຮັບເງິນສິນບົນຫຼາຍລ້ານໂດລາທີ່ບັງຄັບໃຫ້ທ່ານນາງອອກຈາກການດຳລົງຕຳແໜ່ງ.

ປະທານາທິບໍດີ Park ໄດ້ຖືກຂັບໄລ່ອອກຈາກຕຳແໜ່ງຕາມຂໍ້ກ່າວຫາສົມຮູ້ຮ່ວມຄິດກັບ ເພື່ອນສະໜິດ ນາງ Choi Soon-sil ເພື່ອບີບບັງຄັບກຸ່ມບໍລິສັດ ເກົາຫຼີ ບໍລິຈາກເງິນຫຼາຍ
ກວ່າ 69 ລ້ານໂດລາໃຫ້ກມູນນິທິທີ່ໜ້າສົງໄສສອງແຫ່ງ. ນາງ Choi ໄດ້ຖືກກ່າວຫາວ່າ
ໃຊ້ອິດທິພົນທາງສາສະໜາຕໍ່ທ່ານນາງ Park ແລະ ສາມາດເຂົ້າເຖິງເອກະສານລັບໄດ້
ຫຼາຍສະບັບ, ເຖິງແມ່ນຈະບໍ່ມີບົດບາດເປັນເຈົ້າໜ້າທີ່ລັດຖະບານກໍຕາມ.

ກຸ່ມໄອຍະການພາຍໃນກະຊວງຍຸຕິທຳ, ເຊິ່ງໄດ້ສືບສວນສອບສວນຂ່າວນອງນັນປະທາ
ນາທິບໍດີ, ໄດ້ເປີດເຜີຍຖະແຫຼງການສະບັບໜຶ່ງປະກາດຄຳຮ້ອງໝາຍຈັບໂຕທ່ານນາງ
Park.

ຖະແຫຼງການໄດ້ກ່າວວ່າ “ຄະດີນີ້ແມ່ນຮ້າຍແຮງຫຼາຍ ໃນຂະນະທີ່ຜູ້ຕ້ອງສົງໄສໄດ້ສະ
ແດງໃຫ້ເຫັນພຶດຕິກຳການລ່ວງລະເມີດການໃຊ້ອຳນາດ, ເຊັ່ນເກັບເງິນໃຕ້ໂຕະຈາກ
ບໍລິສັດຕ່າງໆ ໂດຍໃຊ້ອຳນາດ ແລະ ສິດທິຂອງຕຳແໜ່ງປະທານາທິບໍດີ, ແລະ ໄດ້ລະ
ເມີດເສລີພາບໃນການບໍລິຫານຂອງບັນດາບໍລິສັດ, ແລະ ໄດ້ລັກປ່ອຍຄວາມລັບທີ່ມີ
ຄວາມສຳຄັນຂອງທາງການ.”

ສານສູນກາງເມືອງ ນະຄອນຫຼວງ ໂຊລ ກ່າວວ່າ ຕົນຈະຕັດສິນໃນວັນພະຫັດນີ້ວ່າ ຈະ
ອອກໝາຍຈັບໃນທ້າຍສັບປະດານີ້ ຫຼື ບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG