ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ລົງສະໝັກ ແຂ່ງຂັນ ເປັນປະທານາທິບໍດີ ເກົາ​ຫຼີ​ໃຕ້ ຫັນທິດທາງ ຫ່າງຈາກ ນະໂຍບາຍ ສະຫະລັດ


ຜູ້ຄົນພາກັນອອກມາເຕົ້າໂຮມກັນ ປະທ້ວງທ່ານ Rex Tillerson ລໍຖ້າການມາຮອດມາເຖິງ ທີ່ນະຄອນ Seoul, 17 ມີນາ, 2017
ຜູ້ຄົນພາກັນອອກມາເຕົ້າໂຮມກັນ ປະທ້ວງທ່ານ Rex Tillerson ລໍຖ້າການມາຮອດມາເຖິງ ທີ່ນະຄອນ Seoul, 17 ມີນາ, 2017

ຍັງ​ອີກ​ພຽງ​ແຕ່ນຶ່ງ​ເດືອນ​ເທົ່າ​ນັ້ນ ເກົາ​ຫຼີ​ໃຕ້ ກໍຈະ​ມີ​ການ​ເລືອກ​ຕັ້ງ​ປະທານາທິບໍດີ
ຊຶ່ງ​ເບິ່ງຄື​ວ່າ ຈະມີ​ການ​ປ່ຽນ​ແປງທີ່​ສຳຄັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດທີ່​ອາດຈະ​
ຫລຸດຜ່ອນຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ເກົາຫຼີ ​ແຕ່​ວ່າຈະ​ກໍ່​ໃຫ້​ເກີດ ​ຄວາມ​ເຄັ່ງ​ຄຽດ​ໃໝ່ ກັບສະຫະລັດທີ່​ເປັນ​ພັນທະ​ມິດ.

ການ​ເລືອກ​ຕັ້ງກ່ອນ​ກຳນົດ ຊຶ່ງຈະ​ມີ​ຂຶ້ນ​ໃນວັນ​ທີ 9 ພຶດສພານີ້ ​ແມ່ນເປັນ​ຍ້ອນ ​ໄດ້​ມີ
ການ​ຟ້ອງ​ຮ້ອງ​ປະທານາທິບໍດີ Park Geun-hey ທີ່​ພົວພັນ​ກັບຂ່າວ​ນອງ​ນັນຮັບ​ເງິນ
​ສິນ​ບົນ​ຈຳນວນ​ຫຼາຍ​ລ້ານ​ໂດ​ລ່າ ຊຶ່ງບໍລິສັດ​ຍັກ​ໃຫຍ່ຂອງ​ເກົາຫຼີ ໄດ້​ຮັບ​ການ​ປະຕິບັດ
​ແບບ​ພິ​ເສດ​ ເພື່ອ​ແລກປ່ຽນກັບການ​ບໍລິຈາກ​ໃຫ້​ຫຼາຍໆ​ມູນນິທິ.

ທ່ານ Moon Jae-in ຜູ້ນຳຝ່າຍຄ້ານ Democratic ພາກັນສະຫຼອງ ຫຼັງຈາກທີ່ໄດ້ຮັບໄຊຊະນະ ເປັນຕົວແທນຂອງພັກ ໃນການລົງແຂງຂັນປະທານາທິບໍດີຮອບທຳອິດ ໃນ Seoul, ເກົາຫຼີໃຕ້, 3 ເມສາ, 2017.
ທ່ານ Moon Jae-in ຜູ້ນຳຝ່າຍຄ້ານ Democratic ພາກັນສະຫຼອງ ຫຼັງຈາກທີ່ໄດ້ຮັບໄຊຊະນະ ເປັນຕົວແທນຂອງພັກ ໃນການລົງແຂງຂັນປະທານາທິບໍດີຮອບທຳອິດ ໃນ Seoul, ເກົາຫຼີໃຕ້, 3 ເມສາ, 2017.

ການ​ຟ້ອງ​ຮ້ອງ​ປົດ​ຕຳ​ແໜ່​ງ​ທ່ານ​ນາງ Park ທີ່​ນິຍົມ​ແນວທາງ​ເດີມ​ໄດ້ສ້າງ​ຄວາມ​ເຊື່ອມ
​ເສຍຊຶ່ງ​ຄັ້ງນຶ່ງ​ເຄີຍ​ເປັນ​ຜູ້ນຳ​ທີ່ເປັນ​ທີ່​ນິຍົມ​ຊົມ​ຊອບ ຜູ້​ຊຶ່ງ​ປັດຈຸ​ບັນ​ນີ້ ​ໄດ້​ຖືກ​ຈັບ ​ໃນ​ຂະນະ
​ທີ່​ ໄອ​ຍະ​ການ​ຊອກ​ຫາ​ຫຼັກຖານ​ເພີ່ມ​ຕື່ມ ທີ່​ຈະ​ໃສ່​ໂທດທ່ານ ​ໃນຖານ​ຮັບ​ເງິນ​ສິນ​ບົນ
ຂົ່ມຂູ່ ​ແລະ​ໃຊ້​ອຳນາດໄປໃນ​ທາງ​ຜິດ. ຖ້າ​ຫາກຖືກພົບ​ເຫັນ​ວ່າ​ມີ​ຄວາມ​ຜິດແທ້ ທ່ານ​ນາງ
​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ຕິດ​ຄຸກ ຫຼາຍ​ກວ່າ 10 ປີ.

​ຫລັງ​ຈາກເກີດ​ຂ່າວ​ນອງ​ນັນນີ້​ແລ້ວ ນະ​ໂຍບາຍ​ນິຍົມ​ແນວທາງ​ເດີມ​ຂອງທ່ານນາງ Park
ກໍ​ບໍ່​ໄດ້​ຮັບ​ຄວາມ​ເຊື່ອ​ຖື​ ​ແລະ​ພັກຂອງ​ທ່ານ​ນາງກໍ​ໄດ້​ມີ​ການ​ແຕກ​ແຍກ​ກັນ.

ບັນດາ​ພັກ​ຫຼັກໆ​ຂອງ​ເກົາຫຼີໃຕ້ ​ຕ່າງ​ກໍໄດ້​ພາກັນ​ຄັດ​ເລືອ​ກ​ເອົາຜູ້​ສະໝັກ​ເປັນປະທານາ
​ທິບໍດີ ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ແລະ​ສອງຄົນ ທີ່​ມີ​ຄະ​ແນນ​ນຳ​ໜ້າ​ໃນການ​ຢັ່ງ​ຫາງ​ສຽງ​
ຂອງ​ປະຊາຊົນ ​ແມ່ນ​ມາ​ຈາກ​ພັກ​ເສລີນິຍົມ ທີ່​ໄດ້​ອອກ​ຈາກ​ອຳນາດ ນັບ​ຕັ້ງ​ແຕ່​ປີ 2008 ​
ເປັນ​ຕົ້ນມາ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານ Ahn Cheol-soo, ຜູ້ນຳຂອງພັກປະຊາຊົນເກົາຫຼີ ຂຶ້ນກ່າວໃນກອງປະຊຸມ ທີ່ Seoul, ເກົາຫຼີໃຕ້, 6 ເມສາ, 2017.
ທ່ານ Ahn Cheol-soo, ຜູ້ນຳຂອງພັກປະຊາຊົນເກົາຫຼີ ຂຶ້ນກ່າວໃນກອງປະຊຸມ ທີ່ Seoul, ເກົາຫຼີໃຕ້, 6 ເມສາ, 2017.

XS
SM
MD
LG