ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ແລະ ໃຕ້ ບັນລຸ ຂໍ້ຕົກລົງ ເພື່ອຫຼີກລ່ຽງ ສົງຄາມ


ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງຂອງ​ປະທານາທິບໍດີ ​ເກົາຫຼີ​ໃຕ້ ທ່ານ Kim Kwan-jin, ຂວາ, ຈັບມືກັບທ່ານ Hwang Pyong So, ເຈົ້າໜ້າທີ່ການເມືອງລະດັບສູງ ຂອງກອງທັບປະຊາຊົນ ເກົາຫຼີ ຂອງ ເກົາຫຼີເໜືອ, ຫຼັງຈາກການພົບປະກັນ ທີ່ບ້ານຊາຍແດນ Panmunjom ໃນແຂວງ Paju, ເກົາຫຼີໃຕ້. 25 ສິງຫາ, 2015
ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງຂອງ​ປະທານາທິບໍດີ ​ເກົາຫຼີ​ໃຕ້ ທ່ານ Kim Kwan-jin, ຂວາ, ຈັບມືກັບທ່ານ Hwang Pyong So, ເຈົ້າໜ້າທີ່ການເມືອງລະດັບສູງ ຂອງກອງທັບປະຊາຊົນ ເກົາຫຼີ ຂອງ ເກົາຫຼີເໜືອ, ຫຼັງຈາກການພົບປະກັນ ທີ່ບ້ານຊາຍແດນ Panmunjom ໃນແຂວງ Paju, ເກົາຫຼີໃຕ້. 25 ສິງຫາ, 2015

ເກົາຫຼີ​ໃຕ້ ​ໄດ້​ມອດ​ໂທ​ລະ​ໂຄ່ງ​ໂຄສະນາ​ຊວນ​ເຊື່ອທີ່ກະຈາຍສຽງ ເຂົ້າ​ໃນເກົາຫຼີ​ເໜືອ​ ໃນ​ວັນ​ອັງຄານ​ມື້​ນີ້ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຂໍ້​ຕົກລົງ​ເພື່ອຫລຸດຜ່ອນຄວາມ​ເຄັ່ງ​ຕຶງ​ຄັ້ງ​ຫຼ້າ​ສຸດ ​ຢູ່ໃນແຫຼມ​ ​ເກົາຫຼີ.

ສຳລັບ​ພາກສ່ວນ​ຂອງ​ພວກ​ເຂົາ, ​ເກົາ​ຫຼີ​ເໜືອ ​ໄດ້​ສະ​ແດງ “ຄວາມ​ເສຍ​ໃຈ​” ກ່ຽວ​ກັບ​ການແຕກຂຶ້ນຂອງ​ລະ​ເບີດ​ຝັງ​ດິນ​ເມື່ອ​ບໍ່​ດົນ​ມາ​ນີ້​ທີ່​ໄດ້​ເຮັດ​ໃຫ້​ທະຫານ ​ເກົາຫຼີ​ໃຕ້ ສອງ​ຄົນ​ພິການ​ຂາ.

ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງຂອງ​ປະທານາທິບໍດີ ​ເກົາຫຼີ​ໃຕ້ ທ່ານ Kim Kwan-jin ​ໄດ້​ກ່າວ​ວ່າທັງ​ສອງ​ ​ເກົາຫຼີ ​ຍັງ​ໄດ້​ເຫັນ​ດີ​ ທີ່​ຈະ​ຈັດ​ການເຈລະຈາ​ໃນ​ໄວໆ​ນີ້, ເຊິ່ງອາດ​ຈະ​ມີຂຶ້ນຢູ່ທີ່ ນະຄອນຫຼວງ ​ໂຊ​ລ ຫຼື ພຽງ​ຢາງ, ກ່ຽວ​ກັບ​ການ​ປັບປຸງ​ສາຍ​ພົວພັນ​ຂອງ​ທັງ​ສອງ​ຝ່າຍ, 62 ປີ​ ຫຼັງ​ຈາກ​ພວກ​ເຂົາ​ໄດ້​ສິ້ນ​ສຸດ​ສົງຄາມ ​ເກົາຫຼີ ດ້ວຍ​ສັນຍາສະຫງົບ​ເສິກ, ບໍ່​ແມ່ນ​ສົນທິ ສັນຍາ​ສັນຕິພາບ. ທັງ​ສອງ​ຝ່າຍ​ໄດ້​ກ່າວ​ວ່າ ພວກ​ເຂົາ​ຈະ​ຈັດໃຫ້ມີການພົບພໍ້ກັນ​ ໃນເດືອນ ກັນຍາ ນີ້ ​ສຳ​ລັບ​ບັນດາ​ຄອບຄົວ​ທີ່​ໄດ້​ພັດ​ພາກ​ຈາກ​ກັນຍ້ອນບັນຫາ​ຂັດ​ແຍ້​ງສະ​ໄໝ​ສົງຄາມ​ເຢັນ.

ສະຫະລັດ, ພັນທະ​ມິດ​ທີ່ແຂງ​ແກ່ນ​ຂອງ​ ​ເກົາຫຼີໃຕ້, ​ໄດ້​ສະ​ແດງ​ຄວາມ​ຍິນ​ດີຕໍ່​ກາ​ນຕົກລົງ ນີ້ ​ແລະ ​ໄດ້​ກ່າວ​ວ່າ ຕົນຫວັງ​ວ່າ ຄວາມ​ເຄັ່ງ​ຕຶງ​ໃນແຫຼ​ມ ​ເກົາຫຼີ ຈະ​ຫຼຸດ​ໜ້ອຍ​ລົງ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kirby ​ໄດ້​ເອີ້ນການ​ຕົກລົງນີ້ວ່າ ເປັນການ​ປະນີປະນອມ​ກັນ. ທ່ານ​ໄດ້​ກ່າວ​ວ່າ ຕອນ​ນີ້​ມັນຂຶ້ນ​ກັບ ​ເກົາຫຼີ​ເໜືອ “ທີ່​ຈະ​ຕ້ອງ ໄດ້ປະຕິບັດ ​ແລະ ບໍ່​ພຽງ ແຕ່ຮັບປະກັນ​ເທົ່າ” ກ່ຽວ​ກັບ​ກິດຈະ​ກຳ​ທາງ​ທະຫານ​ຂອງ​ຕົນ​ຢູ່ຕາມ​ເຂດ​ຊາຍ​ແດນ ລ​ະຫວ່າງ ສອງ​ປະ​ເທດ​ນັ້ນ.

ກ່ອນ​ການ​ຕົກລົງ​ກັນ, ປະທາ​ນາ​ທິບໍດີ ​ເກົາຫຼີ​ໃຕ້ ທ່ານ ນາງ Park Guen-hye ​ໄດ້ຮຽກຮ້ອງ ໃຫ້ ມີການກ່າວ​ຂໍ​ໂທດ​ຈາກ ​ເກົາຫຼີ​ເໜືອໃນການ​ເຮັດ​ໃຫ້​ທະຫານ​ຍາມຊາຍ​ແດນ​ຂ​ອງ ​ເ​ກົາຫຼີ​ໃຕ້​ ສອງ​ຄົນ​ບາດ​ເຈັບ, ທ່ານ​ນາງ ກ່າວ​ວ່າ ນັ້ນແມ່ນ​ການ​ກະທຳ​ທີ່​ຈຳ​ເປັນ ກ່ອນໂທລະ​ໂຄ່ງ​ໂຄສະນາ​ຊວນ​ເຊື່ອ​ຢູ່ຕາມ​ເຂດ​ຊາຍ​ແດນ​ຈະຖືກ​ປິດ​ລົງ. ​ແຕ່​ວ່າ​ ​ເກົາຫຼີ​ເໜືອ ​ໄດ້​ປະຕິ​ເສດບໍ່ ຮັບເອົາຄວາມ​ຮັບຜິດ​ຊອບກ່ຽວກັບເຫດການ​ດັ່ງ​ກ່າວ.

XS
SM
MD
LG