ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫລີໃຕ້ວ່າ ການທີ່ລາວສົ່ງ ອົບພະຍົບ ເກົາຫລີເໜືອ ຄືນເມືອບ້ານນັ້ນ ເປັນເລື້ອງໜ້າເສຍໃຈແທ້ໆ


ຊາວເກົາຫລີເໜືອ 9 ຄົນທີ່ ທາງການລາວ ສົງ່ໄປໃຫ້ຈີນ ແລະຈີນສົ່ງຄືນເມືອເກົາຫລີເໜືອ. ຮູບນີ້ຖ່າຍຍາມບຸນຄຣິສມັສ 2011.
ຊາວເກົາຫລີເໜືອ 9 ຄົນທີ່ ທາງການລາວ ສົງ່ໄປໃຫ້ຈີນ ແລະຈີນສົ່ງຄືນເມືອເກົາຫລີເໜືອ. ຮູບນີ້ຖ່າຍຍາມບຸນຄຣິສມັສ 2011.
ປະທານາທິບໍດີເກົາຫລີ​ໃຕ້ ຮຽກຮ້ອງ​ໃຫ້ ກຸງພຽງ​ຢາງຄໍ້າປະ
ກັນຄວາມ​ປອດ​ໄພ​ໃຫ້​ແກ່ ອົບ​ພະຍົບໜຸ່ມ​ນ້ອຍຊາວ​ເກົາຫລີ
​ເໜືອກຸ່ມ​ນຶ່ງ ຜູ້​ທີ່​ໄດ້​ຖືກ​ບັງຄັບ​ສົ່ງ​ກັບ​ຄືນ​ບ້ານ ​ໃນ​ອັນ​ທີ່​ປະ
ກົດ​ວ່າ ​ເປັນກາ​ນຮ່ວມ​ມື​ກັນ​ລະຫວ່າງລັດຖະບານ​ ລາວ ຈີນ ​
ແລະ​ເກົາ​ຫລີ​ເໜືອ.

ຊາວ​ເກົາຫລີ​ເໜືອ 9 ຄົນ​ ທີ່ມີ​ອາຍຸ​ລະຫວ່າງ 15 ຫາ 23 ປີ ​
ໄດ້ພາກັນລີ້​ອາ​ໄສຢູ່​ໃນ​ຈີນ ຫລັງ​ຈາກ​ໄດ້​ຫລົບໜີ​ ອອກຈາກ
ປະ​ເທດ​ຂອງ​ເຂົາ​ເຈົ້າ​ໃນ​ປີ 2011.

​ພວກເຂົາ​ເຈົ້າ​ຖື​ກຈັບຢູ່ລາວ ​ໃນ​ວັນທີ 10 ​ເດືອນ​ພຶດສະພາ
ບ່ອນທີ່​ເຂົາ​ເຈົ້າວາງ​ແຜນ​ທີ່​ຈະເດີນ​ທາງໄປ​ຍັງ​ເກົາຫລີ​ໃຕ້ ​
ໃນ​ນາມ​ອົບ​ພະຍົບ.

ລັດ​ຖະບານ ສປປ ລາວ ​ໄດ້​ສົ່ງ​ກຸ່ມ​ດັ່ງກ່າວ​ກັບ​ຄືນ​ໄປ​ຈີນ ​ໃນ​ວັນ​ທີ 27 ​ເດືອນ​ພຶດສະພາ ​
ແລະ​ເຂົາ​ເຈົ້າ​ກໍໄດ້​ຖືກ​ສົ່ງ​ກັບ​ຄືນ​ສູ່​ເກົາຫລີ​ເໜືອ ​ໃ​ນມື້​ຕໍ່​ມາ.

ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໄດ້​ອອກຄໍາ​ຖະ​ແຫລ​ງສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້​ ​ ກ່າວ​ວ່າ
ຊາວ​ເກົາຫລີ​ເໜືອກຸ່ມ​ນັ້ນ ​ໄດ້​ເຂົ້າ​ມາລາ​ວ​ແບບຜິດ​ກົດໝາ​ຍ ​ ​ໂດຍມີຊາວ​ເກົາຫລີໃຕ້
ສອງຄົນຕິດຕາມ​ມາ​ນໍາ ຊຶ່ງ​ທາງ​ການ​ລາວ​ກ່າວ​ວ່າ “​ເປັນພວກ​ຄ້າ​ມະນຸດ.” ​ຄໍາ​ຖະແຫຼງ
ຂອງ​ລາວ​ຍັງ​ຢືນຢັນ​ວ່າ ຕົນ​ໄດ້​ສົ່ງຊາວ​ເກົາຫລີ​ 11 ຄົນ ນັ້ນ ໃຫ້​ແກ່ສະຖານທູດ​ຂອງ​
ເຂົາ​ເຈົ້າ ​ໃນ​ອາທິດ​ແລ້ວ​ນີ້.

ປະທານາທິບໍດີ ​ເກົາຫລີ​ໃຕ້ ທ່ານ​ນາງ Park Geun-hye ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ
ກ່ຽວກັບ​ຊາວ​ເກົາຫລີ​ເໜືອ ​ແລະ​ເອີ້ນການ​ບັງຄັບຈັດ​ສົ່ງເຂົາ​ເຈົ້າກັບ​ຄືນ​ເມືອນັ້ນ​ ວ່າ
"​ເປັນເຫດການ​ທີ່​ໜ້າເສຍໃຈແທ້ໆ ທີ່​ບໍ່​ຄວນໄດ້ເກີດ​ຂື້ນ​ເລີຍ​."

ທ່າ​ນນາງ Park ກ່າວ​ວ່າ “ທຸກໆ​ຄົນ​ມີ​ສິດ​ທີ່​ຈະໄດ້ຊົມ​ໃຊ້ເສຣີພາບ ນັບ​ຕັ້ງ​ແຕ່​ເວລາ​ທີ່​ເຂົາ​ເຈົ້າ​ໄດ້​ເກີດ​ມາ ແລະ​ສິດທິ​ດັ່ງກ່າວນັ້ນກໍບໍ່ຄວນ ຖືກກີດ​ກັ້ນຈາກ​ເຂົາ​ເຈົ້າ ຫລືຖືກ​ລ່ວງລະ​ເມີດ​.”

ສະຫະປະຊາ​ຊາດກໍໄດ້​ສະ​ແດງ ຄວາມ​ເປັນ​ຫ່ວງຢ່າງ​ແຮງ​ກ້າ​ ກ່ຽວ​ກັບຊະຕາ​ກໍາ ຂອງ
ຊາວ​ເກົາຫລີ​ເໜືອດັ່ງກ່າວ.

ປະທານາທິບໍດີ Park ກ່າວວ່າ ລັດຖະບານ​ຂອງ​ທ່ານ ບໍ່​ໄດ້​ເບິ່ງ​ເລື່ອງ​ ​ນີ້​ວ່າ ​ເປັນພຽງ​ບັນຫາທາງການ​ທູດກັບ ສປປ ລາວ ເທົ່າ​ນັ້ນ ແຕ່​ວ່າ ​ເປັນ​ບັນ​ຫາ​ຂອງ​ສິດທິ​ມະນຸດຢູ່
ທົ່ວໂລກ.

ກະຊວງ​ການ​ຕ່າງປະ​ເທດ​ຂອງ​ທ່ານ ກໍາລັງ​ປະ​ເຊີນ​ໜ້າ​ກັບ​ການ​ຕິຕຽນ ທີ່​ບໍ່​ສາມາດ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຊາວ​ເກົາ​ຫລີ​ເໜືອ​ໄດ້ ​ເຖິງ​ແມ່ນ​ວ່າ ​ໄດ້​ຮູ້ເລື້ອງການ​ຈັບ​ກຸມ
ພວກ​ເຂົາ​ເຈົ້າ​ຢູ່​ໃນ​ລາວ ກໍ​ຕາມ.
XS
SM
MD
LG