ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເພື່ອນຂອງປະທານາທິບໍດີ ເກົາຫຼີໃຕ້ ເດີນທາງ ກັບຄືນປະເທດ ເພື່ອການສອບປາກຄຳ


ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ກ່າວຄຳປາໄສໃນນະຄອນຫຼວງ ໂຊລ. 1 ມີນາ, 2016.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ກ່າວຄຳປາໄສໃນນະຄອນຫຼວງ ໂຊລ. 1 ມີນາ, 2016.

ແມ່ຍິງຜູ້ທີ່ຢູ່ໃນຈຸດໃຈກາງ ຂ່າວອື້ສາວທາງດ້ານການ ເມືອງຂອງປະທານາທິບໍດີ ເກົາຫຼີ ໃຕ້ ທ່ານນາງ Park Guen-hye ໄດ້ເດີນທາງກັບບ້ານຈາກ ເຢຍລະມັນແລ້ວ.

ນາງ Choi Soon-sil ໄດ້ເດີນທາງຮອດນະຄອນຫຼວງ ໂຊລ ໃນວັນອາທິດມື້ນີ້. ທະນາຍ ຄວາມຂອງລາວໄດ້ກ່າວວ່າ ນາງ Choi “ຈະຕອບຢ່າງແຂງຂັນຕໍ່ການສືບສວນສອບ ສວນຂອງບັນດາຜູ້ດຳເນີນຄະດີ ແລະ ຈະໃຫ້ປາກຄຳອີງຕາມຂໍ້ເທັດຈິງ.”

ທ່ານນາງ Park ໄດ້ຖືກເຊື່ອມໂຍງໃນຂ່າວຊ່າລື ກ່ຽວກັບ ການຖືກກ່າວຫາວ່າ ທ່ານນາງ ໄດ້ອະນຸຍາດໃຫ້ນາງ Choi ສາມາດເຂົ້າເຖິງ ແລະ ປ້ອນຂໍ້ມູນເຂົ້າໃນບັນຫາທີ່ສຳຄັນ ຂອງລັດຖະບານ.

ເປີເຊັນການສຳຫຼວດຄວາມຄິດເຫັນຂອງທ່ານນາງ Park ໄດ້ຕົກຕ່ຳຢ່າງວ່ອງໄວຖ່າມ ກາງການຮຽກຮ້ອງໃຫ້ທ່ານນາງລາອອກຈາກຕຳ

ແໜ່ງ ນັບຕັ້ງແຕ່ໄດ້ເປີດເຜີຍວ່າທ່ານນາງໄດ້ເອົາຮ່າງ ກ່ຽວກັບ ການກ່າວຄຳປາໄສຂອງ ຕົນໃຫ້ນາງ Choi ແກ້ໄຂ, ຜູ້ທີ່ບໍ່ໄດ້ຖືກຮັບອະນຸຍາດຈາກລັດຖະບານ ຫຼື ການແຕ່ງຕັ້ງ ໃດໆ. ບັນທຶກໄດ້ລະບຸວ່າ ນາງ Choi ກໍຍັງໄດ້ຮັບເອກະສານລັບ, ລວມທັງແຟ້ມຂໍ້ມູນ ກ່ຽວກັບ ຍີ່ປຸ່ນ ແລະ ເກົາຫຼີເໜືອ ອີກດ້ວຍ.

ທ່ານນາງ Park, ຜູ້ທີ່ມີເວລາເຫຼືອໃນການດຳລົງຕຳແໜ່ງກາຍໜຶ່ງປີພຽງໜ້ອຍດຽວ, ໄດ້ກ່າວຂໍຂະມາໂທດ ແລະ ໄດ້ປະຕິຍານວ່າຈະຍັງຢູ່ໃນການດຳລົງຕຳແໜ່ງຄືເກົ່າ.

ການລາຍງານຂອງສື່ມວນຊົນໄດ້ຄາດຄະເນວ່າ ນາງ Choi ໄດ້ໃຊ້ອິດທິພົນຂອງລາວ ຕໍ່ປະທານາທິບໍດີ ເພື່ອຊັກຊວນໃຫ້ບໍລິສັດຕ່າງໆບໍລິຈາກເງິນໃຫ້ກັບອົງການການກຸສົນ ຂອງຕົນສອງແຫ່ງ, ແລະ ໄດ້ໃຊ້ອົງການການກຸສົນນັ້ນເພື່ອຜົນປະໂຫຍດຂອງຕົນເອງ.

ພ້ອມກັນນັ້ນກໍຍັງມີຄວາມເປັນຫ່ວງໃນການເປັນປະທານ ກ່ຽວກັບ ລະບົບການເຊື່ອຖືທາງ ສາສະໜາຂອງພໍ່ຂອງນາງ Choi. ບັນດາສະມາຊິກສະພາກ່າວວ່າ ພວກເຂົາເຈົ້າເປັນ ຫ່ວງວ່ານາງ Choi ໄດ້ເຂົ້າຮ່ວມໃນການເຊື່ອຖືທາງສາສະໜາຂອງພໍ່ລາວ. ຫົວໜ້າຂອງ ພັກ ຝ່າຍຄ້ານທີ່ສຳຄັນໄດ້ກ່າວວ່າ ອິດທິພົນຂອງນາງ Choi ກັບປະທານາທິບໍດີ ແມ່ນ ເປັນຄືກັບວ່າ ຖືກປົກຄອງໂດຍ "ລະບົບຍຶດຖືພະເຈົ້າເປັນຫຼັກ ທີ່ເປັນຕາຢ້ານ.”

ປະທານາທິບໍດີ Park ໄດ້ຖືກຕີສະໜິດໂດຍພໍ່ທີ່ໄດ້ເສຍຊີວິດໄປແລ້ວຂອງນາງ Choi ໃນຊຸມປີ 1970 ໃນເວລາທີ່ພໍ່ຂອງທ່ານນາງ Park, ທ່ານ Park Chung-hee ເປັນຫົວ ໜ້າກອງທັບຂອງ ເກົາຫຼີໃຕ້.

XS
SM
MD
LG