ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ເລື່ອນເວລາ ໃນການລົງຄະແນນ ຟ້ອງປະທານາທິບໍດີ


ປະທານາທິບດີເກົາຫຼີໃຕ້ ທ່ານນາງ Park Geun-hye ໄປຢ້ຽມບ່ອນເກີດໄຟໄໝ້ ທີ່ຕະລາດເມືອງ Daegu. (1 ທັນວາ 2016)
ປະທານາທິບດີເກົາຫຼີໃຕ້ ທ່ານນາງ Park Geun-hye ໄປຢ້ຽມບ່ອນເກີດໄຟໄໝ້ ທີ່ຕະລາດເມືອງ Daegu. (1 ທັນວາ 2016)

ສະພາ​ແຫ່ງ​ຊາດ​ເກົາຫຼີ​ໃຕ້ ​ໄດ້​ປະກາດ​ໃນ​ວັນ​ສຸກ​ມື້ນີ້ວ່າ ການ​ລົງ​ຄະ​ແນນສຽງຟ້ອງ​ປະທາ ນາທິບໍດີ Park Geun-hye ຖືກ​ເລື່ອນ​ໄປ​ໃສ່​ວັນ​ທີ 9 ທັນວາ.

ປະທານາທິບໍດີ​ກຳລັງ​ຕົກ​ເປັນ​ຂ່າວ​ນອງ​ນັນ​ກ່ຽວ​ກັບ​ການ​ໃຊ້​ອິດ​ທິພົນ​ມູນ​ຄ່າ​ຫຼາຍລ້ານ​ໂດ​ລາ​ທີ່​ໄດ້​ທຳລາຍ​ພາບ​ພົດ​ຂອງ​ທ່ານ​ນາງໃນ​ຖານະ​ຜູ້ນຳ​ທີ່​ເຂັ້ມ​ແຂງ​ແລະບໍ່​ສໍ້​ລາດ​ບັງ​ຫຼວງ. ​ແຕ່ຖ້າ​ຫາກການ​ຂໍ​ລາ​ອອກ​ ຂອງ​ທ່ານ​ນາງ Park ​ເມື່ອຕົ້ນອາທິດ​ນີ້ ເປັນ​ກົນ​ລະ​ຍຸດ​ ທາງ ການ​ເມືອງ​ເພື່ອ​ເລີກລົ້ມການ​ດຳ​ເນີນ​ຄວາມ​ພະຍາຍາມທີ່​ຈະ​ຟ້ອງ​ທ່ານ​ນາງ ຊຶ່ງ​ກຳລັງ​ດຳ​ເນີນ​ຢູ່​ໃນ​ເວລາ​ນີ້ ໃນຂະນະ​ທີ່​ສະມາຊິກ​ສະພາພັກ​ຝ່າຍ​ຄ້ານ​ທ່ານ​ນຶ່ງ​ ກ່າວ​ວ່າ ​ເປັນ​ທີ່​ປາ ກົດ​ວ່າ​ ​ໄດ້ຜົນ.

ນັບ​ເປັນເທື່ອ​ທຳ​ອິດ​ໃນ​ປະຫວັດສາດ​ຂອງ​ເກົາຫລີ​ໃຕ້ ​ໄອ​ຍະ​ການ​ໄດ້​ລະບຸ​ຊື່​ປະທາ​ນາ​ທິ ບໍດີ​ທີ່​ຍັງ​ກຳ​ຕຳ​ແໜ່​ງ ​ເປັນ​ຈຳເລີຍໃນ​ການ​ສືບສວນ​ການ​ກະທຳ​ຄວາມຜິດ. ພວກ​ເຂົາ​ເຈົ້າ ກ່າວ​ອ້າງ​ວ່າ ທ່ານ​ນາງ Park ​ໄດ້​ພົວພັນ​ນຳການ​ກະທຳ​ທີ່ຜິດ​ກົດໝາຍ ທີ່​ມີ​ການ​ກ່າວ​ຫາ​ວ່າ​ກໍ່ຂຶ້ນ​ໂດຍ​ນາງ Choi Soo-sil ຊຶ່ງ​ເປັນ​ໝູ່ຂອງ​ປະທານາທິບໍດີ ​ເພື່ອ​ບັງຄັບ​ໃຫ້​ບໍລິສັດ​ໃຫຍ່ໆ​ຂອງ​ເກົາຫລີ​ໃຕ້ ບໍລິຈາກ​ເງິນ ​65 ລ້ານ​ໂດ​ລາ ໃຫ້​ແກ່ມູນ​ນິທິ​ສອງ​ແຫ່ງ. ນອກ​ນັ້ນ ນາງ Choi ຍັງ​ໄດ້ຖືກ​ກ່າວ​ຫາ​ວ່າ ລັກສົ່ງ​ເງິນ​ດັ່ງກ່າວຈຳນວນ​ນຶ່ງ ​ໄປ​ໃຫ້​ບໍລິ​ສັດ​ສ່ວນ​ຕົວ​ຂອງ​ນາງ ​ແລະ​ເຊັນ​ສັນຍາຈ້າງ​ໃຫ້ແກ່ໝູ່​ຂອງ​ນາງ​ອີກ​ດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG