ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີເກົາຫລີໃຕ້ ຂໍ​ຂະ​ມາໂທດ ​ຕໍ່​ປະ​ເທດ​ຊາດ


ທ່ານ Lee ​ກົ້ມ​ຫົວ​ ​ຂໍ​​ໂທດຂໍອະ​​ໄພ​ ຕໍ່ປະຊາຊົນ​ຊາວ​ເກົາຫຼີ​ໃຕ້.
ທ່ານ Lee ​ກົ້ມ​ຫົວ​ ​ຂໍ​​ໂທດຂໍອະ​​ໄພ​ ຕໍ່ປະຊາຊົນ​ຊາວ​ເກົາຫຼີ​ໃຕ້.

ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ Lee Myung-bak ​ໄດ້​ຂໍ​ຂະ​ມາໂທດ​ຕໍ່​ປະ​ເທດ​ຊາດກ່ຽວ​
ກັບ​ຂໍ້ຫາເລື່ອງການ​ສໍ້​ລາດ​ບັງ​ຫຼວງຂອງ​ນ້ອງ​ຊາຍ​ຂອງ​ທ່ານ​ ແລະ​ຜູ້​ຊ່ອຍວຽກຂັ້ນ​ສູງ​ຂອງ​
ປະທາ​ນາ​ທິບໍດີ​ ບາງ​ຄົນ.

ທ່ານ Lee ​ໄດ້ກ່າວ​ຄໍາ​ປາ​ໄສ​ ​ທາງ​ໂທລະພາບ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍກ່າວ​ໃນ​ຕອນ​ນຶ່ງ
ວ່າທ່ານ​ຂໍ​ກົ້ມ​ຫົວ​ ​ຂໍໂທດຂໍອະໄພ​ ທີ່ໄດ້ສ້າງຄວາມ​ເປັນ​ຫ່ວງ​ກັງວົນ​ໃຫ້ແກ່ປະຊາຊົນ​ຊາວ
​ເກົາຫຼີ​ໃຕ້.

ທ່ານ Lee Sang-deuk ນ້ອງ​ຊາຍ​ຂອງ​ທ່ານປະທານາທິບໍດີ ​ໄດ້​ຖືກ​ຈັບ​ກຸມ​ໃນ​ຕົ້ນ​ເດືອນ​ນີ້ ​
ໃນຖານ​ມີ​ສ່ວນ​ພົວພັນກັບຂໍ້​ກ່າວ​ຫາທີ່ວ່າ ທ່ານ​ໄດ້​ຮັບ​ເງິນຫຼາຍ​ກວ່າ 5 ​ແສນ​ໂດ​ລາ ຈາກ
ທະນາຄານ​ອອມສິນທີ່​ລົ້ມ​ແຫຼວຫລາຍໆ​ແຫ່ງ ​ເພື່ອ​ແລກປ່ຽນ​ກັບ​ການຊ່ວຍ​ເຫລືອ​ເລັກໆ​
ນ້ອຍໆ.

ອະດີດຜູ້​ຊ່ອຍ​ຂັ້ນ​ອະ​ວຸ​ໂສຂອງ​ປະທາ​ນາ​ທິບໍດີ​ ຈໍານວນ​ນຶ່ງ ກໍ​ໄດ້​ຖືກ​ຈັບ​ກຸມ​ເຊັ່ນ​ກັນ ຍ້ອນ
​ຂ່າວ​ນອງ​ນັນ​ເລື່ອງ​ການ​ສໍ້​ລາດ​ບັງຫລວງນີ້.

ປະທານາທິບໍດີ Lee ມີ​ກໍານົດ​ຈະ​ກ້າວ​ລົງ​ຈາກ​ຕໍາ​ແໜ່ງ ​ເວລາ​ວາລະ​ການ​ດໍາລົງ​ຕໍາ​ແໜ່​ງ
ຂອງ​ທ່ານ​ສິ້ນ​ສຸດ​ລົງ ​ໃນ​ເດືອນ​ກຸມພາ ປີໜ້າ.

XS
SM
MD
LG