ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາ​ຍົກ ເກົາ​ຫຼີ​ໃຕ້ ກ່າວ​ວ່າ ໄພ​ຂົ່ມ​ຂູ່ ຂອງ​ພະ​ຍາດ MERS ໝົດ​ໄປ​ແລ້ວ


Sokor MERS
please wait
Embed

No media source currently available

0:00 0:01:27 0:00

ເກົາຫລີໃຕ້ໄດ້ປະກາດກ່ຽວກັບການຍຸຕິໃນການລະບາດຂອງ
ພະຍາດລະບົບຫາຍໃຈ ອັກເສບຮ້າຍແຮງ ຈາກພາກຕາເວັນ
ອອກກາງ ຫລື MERS ທີ່ເຮັດໃຫ້ມີ ຜູ້ເສຍຊີວິດ 36 ຄົນ ແລະ
ສ້າງຄວາມເສຍຫາຍໃຫ້ແກ່ລະບົບເສດຖະກິດທີ່ຂະຫຍາຍຕົວ
ຊັກຊ້າຢູ່ແລ້ວຂອງໂຊລ.

ນັບຕັ້ງແຕ່ໄດ້ມີການຄົ້ນພົບໃນເດືອນພຶດສະພາຜ່ານມາ ການ
ລະບາດຂອງພະຍາດ MERS ເຮັດໃຫ້ມີຜູ້ຕິດແປດ 186 ຄົນ
ແລະໄດ້ມີການກັກບໍລິເວນຂອງຜູ້ຄົນອີກ 16,000 ຄົນ.

ບໍ່ມີລາຍງານກ່ຽວກັບການຕິດແປດຂອງກໍລະນີໃໝ່ມາໄດ້ 23 ມື້ແລ້ວ ອີງຕາມນາຍົກລັດ ຖະມົນຕີ Hwang Kyo-anh ທີ່ໄດ້ຖະແຫຼງ ຫຼັງຈາກການປະຊຸມຂອງຄະນະລັດຖະບານ ໃນວັນອັງຄານມື້ນີ້.

ທ່ານກ່າວວ່າ “ຜູ້ປ່ວຍທີ່ສົງໄສຄົນຫລ້າສຸດ ໄດ້ຖືກອະນຸຍາດໃຫ້ອອກຈາກບ່ອນກັກບໍລິ ເວນໃນມື້ວານ. ນີ້ແມ່ນການຊັ່ງຊາຂອງລັດຖະບານ ແລະປະຊາຄົມການແພດ ເພື່ອໃຫ້ ປະຊາຊົນສາມາດມີຄວາມສະບາຍໃຈ.”

ການລະບາດດັ່ງກ່າວ ໄດ້ສ້າງຄວາມກັງວົນໃຈ ໃຫ້ແກ່ປະເທດຊາດ ຊຶ່ງພາໃຫ້ມີການປິດ ໂຮງຮຽນຫຼາຍພັນແຫ່ງແລະຫຼາຍໆພັນຄົນຢູ່ແຕ່ໃນບ້ານໃນເຮືອນຍ້ອນຢ້ານຕິດພະຍາດ.

ວິກິດການນີ້ ແມ່ນເປັນສ່ວນນຶ່ງທີ່ມີການຖິ້ມໂທດໃສ່ທີ່ເຮັດໃຫ້ເສດຖະກິດຂອງເກົາຫຼີໃຕ້ ດຳເນີນໄປບໍ່ຄ່ອຍດີ ຊຶ່ງໃນໄຕມາດທີສອງມີການເຕີບໂຕຊ້າທີ່ສຸດໃນ ຮອບ 6 ປີ.

XS
SM
MD
LG