ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ຈະນໍາໂຕ ພວກຕ້ອງສົງໃສເປັນ ໂຈນທະເລ ໂຊມາເລຍ 5 ຄົນຂຶ້ນສານ


ຊາວເກົາຫລີໃຕ້ພາກັນເບິ່ງຂ່າວໃນໂທລະພາບ ກ່ຽວກັບການບຸກເຂົ້າ
ໄປຈັບພວກໂຈນທະເລໂຊມາເລຍ ໂດຍໜ່ວຍກ້າຕາຍ ຫຼືກອມມັງໂດ ເກົາຫຼີໃຕ້ ໃນບໍລິເວນທະເລອາເຣບຽນ ເມື່ອວັນທີ 21 ມັງກອນ 2011 ນັ້ນ.
ຊາວເກົາຫລີໃຕ້ພາກັນເບິ່ງຂ່າວໃນໂທລະພາບ ກ່ຽວກັບການບຸກເຂົ້າ ໄປຈັບພວກໂຈນທະເລໂຊມາເລຍ ໂດຍໜ່ວຍກ້າຕາຍ ຫຼືກອມມັງໂດ ເກົາຫຼີໃຕ້ ໃນບໍລິເວນທະເລອາເຣບຽນ ເມື່ອວັນທີ 21 ມັງກອນ 2011 ນັ້ນ.

ບັນດາ​ເຈົ້າໜ້າທີ່​ໃນ​ນະຄອນ​ຫລວງ Seoul ​ຂອງ​ເກົາຫລີ​ໃຕ້​ກ່າວວ່າ ພວກທີ່​ຕ້ອງ​ສົງ​ໃສ
ວ່າ​ເປັນໂຈນທະເລໂຊມາເລຍ 5 ຄົນ ທີ່​ຖືກ​ຈັບໄດ້ໃນ​ລະຫວ່າງການບຸກເຂົ້າໄປຊ່ອຍພວກ
ລູກ​ເຮືອໃນກຳປັ່ນບັນທຸກ​ສິນຄ້າລຳ​ນຶ່ງທີ່​ຖືກ​ຈີ້ໃນບໍລິເວນທະເລອາ​ເຣບຽນນັ້ນ ​ໄດ້​ໄປ​ເຖິງ
ເກົາຫຼີໃຕ້ແລ້ວເ ພື່ອ​ຖືກ​ນໍາ​ໂຕ​ຂຶ້ນ​ສານດໍາ​ເນີນຄະດີ​ທີ່​ອາດ​ມີ​ຂຶ້ນ​ໄດ້​ນັ້ນ.

ໜ່ວຍທະຫານ​ຍາມ​ຝັ່ງ​ຂອງເກົາຫຼີໃຕ້​ເວົ້າວ່າ ຄົນໂຊມາເລຍ 5 ຄົນດັ່ງກ່າວ​ໄດ້​ໄປ​ເຖິງ​ເມືອງ
Busan​ ໃນພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງເກົາຫຼີໃຕ້ ​ໃນ​ວັນອາ ທິດມື້​ນີ້ ​ແລະກໍ​ໄດ້ຖືກ​ນໍາ
ໄປ​ຂັງ​ໄວ້​ທີ່​ສູນ​ກັກ​ຂັງ​ໃນ​ທັນທີ ​ເພື່ອ​ລໍຖ້າ​ການ​ສອບ​ປາກ​ຄໍາ.​ ທັງ 5 ຄົນປະ​ເຊີນ​ກັບ​ການ​
ຖືກ​ຈຳ​ຄຸກ​ຕະຫລອດ​ຊີວິດ.

ຜູ້ຊາຍພວກ​ນີ້ ​ຖືກພວກໜ່ວຍກ້າຕາຍ ຫຼືກອມມັງໂດຂອງເກົາຫຼີໃຕ້ຈັບ​ໄດ້ ຕອນທີ່​ພວກເຂົາ
ເຈົ້າບຸກຂຶ້ນໄປ​ໃນເຮືອ Samho Jewelry ໃນຕົ້ນ​ເດືອນ​ນີ້ ນຶ່ງອາທິດລຸນ​ຫລັງທີ່ພວກໂຈນ
ທະເລ​ໄດ້​ຢຶດ​ເອົາ​ເຮືອລໍາ​ນັ້ນ ພ້ອມ​ກັບລູກເຮືອ 21 ຄົນ.

ໂຈນທະເລ 8 ຄົນໄດ້ຖືກສັງຫານ ​ແລະຄັບ​ຕັນ​ເຮືອ​ໄດ້​ຖືກ​ຍິງ​ທີ່​ທ້ອງ​ ​ແລະ​ເວລາ​ນີ້ ກໍ​ຍັງ​
ຢູ່​ໃນອາການເຈັບ​ສາຫັດ ທີ່ໜ້າ​ເປັນ​ຫ່ວງຢູ່.

XS
SM
MD
LG