ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ​ເກົາຫຼີ​ໃຕ້ ໂຈະ​ການ​ມາ​ຢ້ຽມຢາມ ​ສະຫະລັດ ເພື່ອຮັບມື ກັບ​ໂຣກ MERS


South Korea MERS
please wait
Embed

No media source currently available

0:00 0:01:21 0:00

ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ​ນາງ Park Geun-hey ​ໄດ້​ໂຈະ​
ການ​ມາ​ຢ້ຽມຢາມ​ສະຫະລັດ ຕາມ​ແຜນການ​ທີ່​ໄດ້​ວາງ​ໄວ້ ​ໃນ​ສັບ
ປະດາ​ໜ້າ ​ເພື່ອ​ຊ່ອຍປະ​ເທດ​ຂອງ​ທ່ານ​ນາງ​ ໃນ​ການ​ຮັບ​ມື​ກັບ
ການ​ແຜ່​ລະບາດ​ ຂອງ​ໂຣກລະບົບ​ຫາຍ​ໃຈຮ້າຍແຮງຈາກພາກ
ຕາ​ເວັນ​ອອກ ກາງຫລື MERS.

ທຳນຽບ​ຂອງ​ປະທານາທິບໍດີ ​ໄດ້​ກ່າວ​ວ່າ ທ່ານ​ນາງ Park ຈະຈັດ
​ນັດ​ໝາຍ​ໃໝ່​ໃນການ​ເດີນທາງມາຢ້ຽມຢາມ​ນະຄອນຫຼວງ​ວໍ​ຊີງ​ຕັນ
ບ່ອນ​ທີ່ີທ່ານ​ນາງ​ຈະ​ພົບ​ປະ​ກັບເຈລະຈາກັບ​ປະທານາທິບໍດີ​ສະ
ຫະລັດທ່ານບາຣັກ ​ໂອ​ບາ​ມາ. ​ຍັງ​ບໍ່​ທັນ​ເປັນ​ທີ່​ຊາບ​ແນ່ນອນ​ເທື່ອ​
ວ່າ ການ​ຢ້ຽມຢາມ ດັ່ງກ່າວຈະມີຂຶ້ນເມື່ອ​ໃດ?

​ໃນ​ວັນ​ພຸດ​ມື້​ນີ້ ຕຳຫຼວດ​ໃນນະຄອນຫຼວງ ​ໂຊ​ລ ​ໄດ້​ຢືນຢັນ​ວ່າ ​ໄດ້​ມີ​ 2 ກໍລະນີ​ການ​ຕາຍ ​ເກີດ​ຂຶ້ນຕື່ມ​ຈາ​ກກາ​ນລະບາດ​ຂອງ​ໂຣກ MERS ນີ້​ ເຮັດ​ໃຫ້​ຈຳນວນ​ຜູ້​ເສຍຊີວິດທັງ​ໝົດ​ເພີ້ມຂຶ້ນເປັນ 9 ຄົນ​ແລ້ວ. ເຈົ້າໜ້າທີ່ເວົ້າວ່າ ຜູ້​ເຄາະ​ຮ້າຍ​ທັງ​ສອງ​ ຕ່າງ​ກໍ​ມີ​ອາຍຸ​ຢູ່​ໃນ​ໄວ 60 ປາຍ ​ແລະ 70 ປາຍ ຊຶ່ງ​ທັງ​ສອງ​ຕ່າງ​ມີ​ໂຣກ​ປະຈຳຕົວຢູ່ກ່ອນ​ແລ້ວ.

​ນອກນັ້ນ ຍັງມີລາຍ​ງານ​ກ່ຽວກັບການ​ຕິດໂຣກໃໝ່ MERS ​ອີກ 13 ກໍລະນີ ຈຶ່ງ​ເຮັດ​ໃຫ້​ ການຕິດແປດທັງໝົດເທົ່າທີ່ຮູ້ຈັກເພີ້ມຂຶ້ນ ເປັນ 108 ກໍລະນີ​ແລ້ວ. ​ເຈົ້າ​ໜ້າ​ທີ່​ໄດ້​ເນັ້ນ​ຢ້ຳວ່າ ພວກ​ທີ່​ຕິດ​ເຊື້ອ​ໂຣກ ແມ່ນ​ຈຳກັດຢູ່ໃນ​ການ​ຮັກສາ​ປິ່ນປົວ​ທີ່ໂຮງພະຍາບານ.

​ໃນ​ຮົງ​ກົງ ຕະຫຼາດ​ຮຸ້ນ​ໄດ້​ຕົກ​ລາຄາ​ປະມານ 1 ​ເປີ​ເຊັນ​ ໃນ​ວັນ​ພຸດ​ມື້​ນີ້ ຫຼັງ​ຈາກທີ່​ແມ່​ຍິງ
​ໄວ 22 ປີ ທີ່​ໄດ້​ໄປ​ຢ້ຽມຢາ​ມ​ເກົາຫຼີ​ໃຕ້ເມື່ອໄວໆມານີ້ ໄດ້​ຖືກ​ສົ່ງ​ໄປ​ໂຮງພະຍາບານຢ່າງ ຮີບດ່ວນຍ້ອນມີ​ໄຂ້ສູງແລະນ້ຳມູກ​ຍ້ອຍ.​ ແມ່​ຍິງ​ຄົນ​ນີ້ ​ໄດ້ຖືກແຍກໃຫ້ປິ່ນປົວດ່ຽວ ​ໃນ​ສະ ຖານ​ທີ່​ຮັກສາ​ພະຍາບານ​ຢູ່​ໃນ​ຮົງ​ກົງ ​ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລາວ​ແມ່ນ​ມີອາການທີ່ທຸ່ນ ທ່ຽງ ແລະຍັງ​ຢູ່​ໃນ​ການ​ດູ​ແລ​ແລະກວດ​ສອບ​ຢ່າງ​ໃກ້ຊິດຂອງໝໍ.

​ໃນ​ສັບປະດາ​ນີ້ ຮົງກົງ​ໄດ້​ອອກ​ຕຳ​ເຕືອນ​ກ່ຽວກັບການ​ເດີນທາງຂອງປະຊາຊົນ​ ໄປ​ຍັງ
ເກົາຫຼີ​ໃຕ້. ລັດຖະບານປະເທດ​ອື່ນໆ​ໃນ​ຂົງ​ເຂດ​ກໍ​ໄດ້ເຕືອນ​ໃຫ້​ປະຊາຊົນ​ຂອງ​ຕົນໃຫ້
ລະມັດລະວັງ ​ໃນ​ການ​ເດີນທາງ​ໄປ​ທີ່​ນັ້ນ ​ແລະ​ໃຫ້​ສັງ​ເກີດ​ເບິ່ງ​ອາການ​ປວດ​ຫົວ​ຕົວຮ້ອນ
ຄື​ອາການ​ເປັນ​ໄຂ້​ ຫວັດນັ້ນ.

XS
SM
MD
LG