ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຄະນະ​ນັກ​ກິລາເກົາຫຼີ​ໃຕ້ ​ຈະໃສ່ຊຸດກັນຍຸງ ໄປຮ່ວມແຂ່ງຂັນ ໂອລິມປິກ ປີ 2016


ຍຸງ Aedes Aegypti ທີ່ຖືກເກັບພາບ ຈາກຫ້ອງທົດລອງກະຊວງ ສາທາລະນະສຸກ ທີ່ນະຄອນ San Salvador, ປະເທດ El Salvador ວັນທີ 7 ກຸມພາ, 2016.
ຍຸງ Aedes Aegypti ທີ່ຖືກເກັບພາບ ຈາກຫ້ອງທົດລອງກະຊວງ ສາທາລະນະສຸກ ທີ່ນະຄອນ San Salvador, ປະເທດ El Salvador ວັນທີ 7 ກຸມພາ, 2016.

ເກົາຫຼີ​ໃຕ້ ​ໄດ້​ປະກາດ​ວ່າ ຄະນະ​ນັກ​ກິລາ​ທີ່ຈະ​ໄປ​ຮ່ວມການ​ແຂ່ງຂັນ​ໃນ​ງານ​ມະຫະກຳ​ໂອ ​ລິ​ມປິກ​ນັ້ນ ​ຈະໃສ່​ເສື້ອ​ແຂນ​ຍາວ​ ແລະສົ້ງຂາ​ຍາວ ທີ່​ຍ້ອມ​ພິ​ເສດ​ເພື່ອ​ກັຍຍຸງ ​ໃນ​ພິທີ​ເປີດ​ງານ ​ແລະ​ການ​ແຂ່ງ​ຂັນ​ຕ່າງໆ​ຂອງງານ​ມະຫະກຳ​ໂອ​ລິ​ມປິກ ປີ 2016 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ Rio de Janeiro ນັ້ນ.

​ເຄື່ອງ​ແບບ​ດັ່ງກ່າວ​ນີ້​ ແມ່ນ​ມີ​ຈຸດປະສົງທີ່​ຈະ​ປ້ອງ​ກັນໄວຣັສ Zika ທີ່​ຍຸງ​ເປັນ​ພາຫະ​ນຳພາ​ນັ້ນ ຊຶ່ງ​ມັນ​ຈະ​ສະ​ແດງອອກ​ແຕ່​ພຽງ​ອາການ​ເລັກ​ໜ້ອຍເທົ່າ​ນັ້ນ​ໃນ​ຜູ້​ຄົນ​ສ່ວນ​ໃຫຍ່ ​ແຕ່​ຈະ​ມີ​ຜົນກະທົບ​ຕໍ່​ການ​ກຳ​ເນີ​ດທີ່​ຜິດ​ປົກກະຕິ ​ກ່ຽວ​ກັບ​ການ​ເກີດ​ທີ່​ບໍ່​ສົມປະກອບ​ໃນ​ພວກ​ແມ່ຍິງ​ທີ່ກຳລັງ​ຖືພາ​.

ໄວຣັສນີ້ ຍັງ​ໄດ້​ພົບ​ເຫັນ​ອີກ​ ​ໃນ​ກໍລະນີ​ຂອງ​ການ​ມີ​ເພດ​ສຳພັນ ນັ້ນ​ໝາຍ​ຄວາມວ່າ ນັກ​ກິລາ​ທີ່​ຕິດ​ເຊື້ອ​ໄວຣັສນີ້ ​ໃນ​ຂະນະ​ທີ່ຍັງ​ບໍ່​ຖືພາ​ນັ້ນ ​ຈະ​ສາມາດ​ນຳ​ໄວຣັສດັ່ງກ່າວ​ນີ້​ກັບ​ບ້ານ ​ແລະ​ຕິດ​ຕໍ່ໃສ່ຄູ່ຮ່ວມ​ເພດສຳພັນ​ຂອງ​ນາງ​ໄດ້.

ບັນດາ​ພວກ​ນັກ​ກິລາ​ທັງຫຼາຍ​ແມ່ນ​ບໍ່​ສາມາດໃສ່​ຊຸດ​ປ້ອງ​ກັນ​ໄດ້ ​ໃນ​ເວລາ​ທີ່​ພວກ​ເຂົາ​ເຈົ້າ​ລົງ​ແຂ່ງ​ຂັນ ​ແຕ່​ວ່າ ພວກ​ເຂົາ​ເຈົ້າ​ຈະ​ໄດ້​ຮັບອະນຸຍາດ​ໃຫ້​ໃຊ້​ຢາໄລ່ຍຸງໄດ້.

Brazil ​ໄດ້​ມີ​ລາຍ​ງານ​ວ່າ ມີ​ຈຳ​ນວນ​ຜູ້​ຄົນ ທີ່​ຕິດ​ໄວຣັສນີ້ ​ເຖິງ 1 ລ້ານ 5 ​ແສນ ຄົນ​ ຂອງ​ຈຳນວນຜູ້​ຄົນ 2 ລ້ານ​ຄົນ ​ທີ່​ຕິດ​ໄວຣັສ Zika ທັງ​ໝົດ ໃນ​ທົ່ວ​ໂລກ.

ອ່ານຂ່າວນີ້ທີ່ເປັນພາສາອັງກິດເພີ້ມຕື່ມ

XS
SM
MD
LG