ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ສະ​ເໜີ​ຊ່ອຍ ເກົາຫຼີ​ເໜືອ ເພື່ອ​ຄວບ​ຄຸມ ໂຣກຕີນ​ ກັບ​ປາກ​ເປື່ອ​ຍ


ທາງການຊີດຢາປ້ອງກັນໂຣກ foot-and-mouth
ທາງການຊີດຢາປ້ອງກັນໂຣກ foot-and-mouth
ເກົາຫຼີ​ໃຕ້​ໄດ້ສະ​ເໜີ ທີ່​ຈະ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່ເກົາຫຼີ​ເໜືອ
​ຮັບ​ມື ​ກັບ​ການ​ແຜ່​ລະບາດ ​ຂອງໂຣກ foot-and-mouth
ຫຼື ​ໂຣກ ຕີນ​ກັບ​ປາກ​ເປື່ອ​ຍ ໃນ​ພວກ​ໂຕ​ໝູ ຊຶ່ງ​ການ​ຊ່ອຍ
​ເຫຼືອ​ດັ່ງກ່າວ​ ​ແມ່ນຈະ​ເປັນ​ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ມະນຸດ
ສະ​ທໍາ​ໃນ​ລະດັບ​ລັດຖະບານ ​ເທື່ອ​ທໍາ​ອິດຂອງ​ກຸງ​ໂຊ​ລ
ທີ່​ຈະ​ມອບ​ໃຫ້ ກຸງ​ພຽງ​ຢາງ ນັບ​ຕັ້ງ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ.

ກະຊວງ​ການ​ທ້ອນ​ໂຮມ​ຊາດເກົາຫຼີ​ໃຕ້​ ​ໄດ້ກ່າວໃນ​ວັນ​ຈັນ
​ມື້​ນີ້ວ່າ ການ​ສະ​ເໜີ​ດັ່ງກ່າວ​ນີ້​ແມ່ນ​ຮວມທັງ ຂໍ້​ສະ​ເໜີ​ໃຫ້​ມີ
​ການ​ພົບ​ປະກັນ​ກັບ​ເຈົ້າ​ໜ້າ​ທີ່ເກົາຫຼີ​ເໜືອເພື່ອ​ປຶກສາ​ຫາລື
ກັນ​ກ່ຽວ​ກັບ​ການ​ຊ່ອຍ​ເຫຼືອດ້ານ​ມະນຸດສະ​ທໍາ.

ອົງການ​ຂ່າວ​ທາງການ​ຂອງເກົາຫຼີ​ເໜືອ ​ໄດ້​ລາຍ​ງານ​ໃນ​ສັບປະດາ​ແລ້ວ​ນີ້​ວ່າ
ການ​ແຜ່​ລະບາດ​ຂອງ​ໂຣກ​ຕິດ​ແປດ​ຮ້າຍ​ແຮງໃນ​ສັດ​ດັ່ງກ່າວ ​ໄດ້​ເກີດຂຶ້ນ​ໃນ​ວັນ​ທີ 8
​ມັງກອນ​ຜ່ານ​ມາ​ນີ້ ​ແລະ​ກໍ​ໄດ້​ແຜ່​ລາມ​ອອກ​ໄປ ​ເພາະວ່າ ທາງເກົາຫຼີ​ເໜືອ ​ນັ້ນ​ແມ່ນ
​ຂາດເຂີນທັງ​ພວກ​ຢຸກຢາທີ່​ສາມາດ​ລະ​ງັບ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໂຣກ ​ລະປ້ອງ
​ກັນ​ແຕ່​ຫົວທີ​ນັ້ນ.
XS
SM
MD
LG