ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີໃຕ້ ຍ້າຍລະບົບ ປ້ອງກັນ ລູກສອນໄຟ ໄປໄວ້ເດີ່ນກັອຟ


ລະ​ບົບລູກ​ສອນ​ໄຟ THAAD ​ໃຊ້​​ເຄື່ອງ​ຍິງ​ເຄື່ອນ​ທີ່​ ແລະ​ປະກອບ​ດ້ວຍ​ເທັກ​ໂນ​ໂລ​ຈີລູກ​ສອນ​ໄຟທີ່ແມ່ນຍຳ ລະຫວ່າງການຍິງທົດລອງ ທີ່ເປັນຜົນສຳເລັດ.
ລະ​ບົບລູກ​ສອນ​ໄຟ THAAD ​ໃຊ້​​ເຄື່ອງ​ຍິງ​ເຄື່ອນ​ທີ່​ ແລະ​ປະກອບ​ດ້ວຍ​ເທັກ​ໂນ​ໂລ​ຈີລູກ​ສອນ​ໄຟທີ່ແມ່ນຍຳ ລະຫວ່າງການຍິງທົດລອງ ທີ່ເປັນຜົນສຳເລັດ.

ເກົາຫລີ​ໃຕ້​ໄດ້​ປະກາດສະຖານ​ທີ່​ແຫ່ງ​ໃໝ່ ເພື່ອ​ຕິດຕັ້ງລະບົບ​ປ້ອງ​ກັນລູກ​ສອນ​ໄຟທີ່​ກ້າວ ໜ້າ​ທັນ​ສະ​ໄໝ​ຂອງ​ສະຫະລັດ.

ກະຊວງ​ປ້​ອງກັນ​ປະ​ເທດ​ເກົາຫຼີ​ໃຕ້ ​ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຕົນ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຕິດ​ຕັ້ງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ THAAD ​ຢູ່ທີ່​ເດີ່ນ​ຕີ​ກັອຟ​ແຫ່ງ​ນຶ່ງ.

​ໃນ​ຕົ້ນ​ປີ​ນີ້ ສະຫະລັດ​ແລະເກົາຫລີ​ໃຕ້ ​ໄດ້​ເຫັນ​ພ້ອມ​ນຳ​ກັນ ທີ່​ຈະ​ຕິດຕັ້ງລະບົບລູກ​ສອນ​ໄຟ THAAD ​ໃສ່ເມືອງ Seongju ຊຶ່ງ​ເປັນ​ເຂດ​ຊົນນະບົດທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ ຂອງ​ນະຄອນຫລວງ Seoul.

ພວກ​ຊາວບ້ານ​ທ້ອງ​ຖິ່ນ​ໄດ້​ພາກັນຄັດຄ້ານ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ໄດ້​ກ່າວ​ວ່າລະບົບ ລູກ​ສອນ​ໄຟ THAAD ​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ​ແລະຕໍ່​ສິ່ງ​ແວດ​ລ້ອມ ​ແລະ​ເຮັດ​ໃຫ້​ຂົງ​ເຂດດັ່ງ ກ່າວ ​ເປັນ​ເປົ້າ​ໝາຍ​ໃນ​ການ​ໂຈມ​ຕີ​ຂອງເກົາຫລີ​ເໜືອ.

​ເກົາຫລີ​ເໜືອ​ໄດ້​ຂົ່ມຂູ່ທີ່​ຈະ​ຕອບ​ໂຕ້ດ້ວຍ​ການ​ໂຈມ​ຕີ ບ່ອນ​ຕິດ​ຕັ້ງລູກ​ສອນ​ໄຟ THAAD ​ແລະ​ຈະ​ເຮັດ​ໃຫ້​ເກົາຫຼີ​ໃຕ້ “ກາຍ​ເປັນ​ທະ​ເລ​ໄຟ ​ແລະ​ກອງ​ຂີ້​ເທົ່າ.”

ບ່ອນ​ຕິດ​ຕັ້ງ​ໃໝ່ແມ່ນ​ເດີ່ນ​ຕີ​ກັອຟ ທີ່​ເປັນ​ເຈົ້າ​ຂອງ​ໂດຍເຄືອ​ຂ່າຍບໍລິສັດຫຍ່ອຍ Lotte ຕັ້ງ​ຢູ່ 18 ກິ​ໂລ​ແມັດ ​ທາງພາກ​ເໜືອ​ຂອງ​ຖານ​ທັບ​ອາກາດ.

ວໍ​ຊິງ​ຕັນ​ແລະ​ໂຊ​ລໄດ້​ເຫັນ​ພ້ອມນຳ​ກັນ​ທີ່​ຈະ​ຕິດ​ຕັ້ງລະບົບປ້ອງ​ກັນ​ລູກ​ສອນ​ໄຟ THAAD ​ໃນ​ປີ​ນີ້ ຫລັງ​ຈາກ​ເກົາຫຼື​ເໜືອ​ໄດ້​ທົດ​ລອງ​ລູກ​ສອນ​ໄຟແລະ​ນິວ​ເຄລຍ ​ເລື້ອຍຂຶ້ນ.

ພວກ​ເຈົ້າ​ໜ້າ​ທີ່​ຈີນ​ບໍ່​ເຫັນ​ພ້ອມ​ກ່ຽວ​ກັບ​ການ​ຕິດ​ຕັ້ງລະບົບ​ລູກສອນ​ໄຟ THAAD ຢູ່​ໃນ​ຂົງ​ເຂດ ​ໂດຍ​ກ່າວ​ວ່າ ​ລະບົບ​ເຣດ້າຂອງ​ລູກ​ສອນ​ໄຟ​ນີ້ ​ມີ​ປະສິດ​ຕິ​ພາບ​ ທີ່​ຈະ​ສອດ​ແນມເຂົ້າ​ໄປ​ໃນ​ດິນ​ແດນ​ຂອງ​ຕົນ.

ລະ​ບົບລູກ​ສອນ​ໄຟ THAAD ​ໃຊ້ເຄື່ອງ​ຍິງ​ເຄື່ອນ​ທີ່​ ແລະ​ປະກອບ​ດ້ວຍ​ເທັກ​ໂນ​ໂລ​ຈີລູກ​ສອນ​ໄຟທີ່​ແມ່ນ​ຍຳທີ່​ຊອກ​ຫາ​ແສງດ້ວຍ infrared ​ເພື່ອສະກັດ​ກັ້ນລູກ​ສອນ​ໄຟ​ສັດຕູຫຼັງ​ຈາກ​ໄດ້ກັບ​ເຂົ້າ​ມາສູ່​ບັນຍາກາດ ​ໃນລະດັບ​ສູງ ໃນລະຫວ່າງຂັ້ນຕອນ​ສຸດ​ທ້າຍຂອງ​ລູກ​ສອນ​ໄຟ​ທີ່​ຍິງ​ມານັ້ນ.

ລະ​ບົບປ້ອງ​ກັນ​ລູກ​ສອນ​ໄຟ​ໃນ​ເກົາຫລີໃຕ້ດັ່ງກ່າວ ຈະ​ມີ​ປະສິດທິ​ຜົນ​ໃນ​ການ​ຕໍ່​ຕ້ານ​ລູກ​ສອນ​ໄຟ​ຊະນິດ​ຕ່າງໆ​ທີ່​ມີ​ຢູ່​ໃນ​ຄັງອາວຸດ​ຂອງ​ເກົາຫລີ​ເໜືອ ຮວມທັງ​ລູກ​ສອນ​ໄຟ​ໄລຍະ​ໃກ້ scud ແລະໄລຍະ​ກາງ​ Nodong ແລະລູກ​ສອນ​ໄຟ Musudan.

​ອ່ານຂ່າວນີເພີ້ມເປັນພາສາອັງກິດ

South Korea U.S.
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG