ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳເກົາຫຼີໃຕ້ກ່າວວ່າ ການເຈລະຈານິວເຄລຍ​ ຄວນຈະເລີ້ມ ໂດຍບໍ່ຕ້ອງມີ ເກົາຫຼີເໜືອ


ປະທານາທິບໍດີເກົາຫຼິໃຕ້ ທ່ານນາງ Park Geun-hye
ປະທານາທິບໍດີເກົາຫຼິໃຕ້ ທ່ານນາງ Park Geun-hye

ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ​ນາງ Park Guen-hye ກ່າວ​ວ່າ
ມະຫາ​ອຳນາດ​ຂອງ​ໂລກ ​ຄວນຊອກ​ຫາຊ່ອງ​ທາງ​ເພື່ອ​ລິ​ເລີ້ມ​ຄືນ​
ໃໝ່ການ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ ​
ເຖິງ​ແມ່ນ​ມັນ​ໝາຍ​ຄວາມ​ວ່າ ຄະນະ​ເຈລະຈາ​ຂອງ​ພຽງ​ຢາງ​ບໍ່​ໄດ້
​ເຂົ້າ​ຮ່ວມ​ນຳ​ກໍ​ຕາມ.

ທ່ານ​ນາງ Park ກ່າວໃນ​ວັນ​ສຸກ​ມື້ນີ້ ​ໃນ​ລະຫວ່າງ ​ການ​ພົບ​ປະ
​ກັບ​ພວກ​ເຈົ້າໜ້າທີ່​ຂັ້ນສູງ​ຂອງ​ລັດຖະບານ ​ທີ່​ນະຄອນ​ໂຊ​ລວ່າ
ເຖິງ​ແມ່ນ​ວ່າມັນ​ບໍ່​ແມ່ນ​ເລື້ອງງ່າຍ​ເລີຍ​ກໍ​ຈິງ ພັກ​ຝ່າຍ​ກ່ຽວຂ້ອງ​
ຄວນ​ຊອກ​ຫາ​ວິທີ​ທາງ​ທີ່​ແຕກ​ຕ່າງ ​ແລະສ້າງສັນ​ ​ເຊັ່ນ​ວ່າ ການ
​ພະຍາຍາມ​ເປີດ​ການ​ເຈລະຈາ​ຫ້າ​ຝ່າຍ​ຂຶ້ນ​ໂດຍ​ບໍ່​ມີ​ເກົາຫຼີ​ເໜືອ​ເຂົ້າຮ່ວ​ມນຳ.

ນອກ​ນັ້ນ​ແລ້ວທ່ານ​ນາງ Park ​ຍັງ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ ກ່ຽວ​ກັບ​ກົນ​ໄກ​ຂອງການ​ເຈ
ລະຈາ​ຫົກ​ຝ່າຍ​ທີ່​ມີ​ຢູ່​ໃນ​ປັດຈຸບັນນີ້ ຊຶ່ງ​ມີ​ຈຸດ​ປະສົງ​ແນ​ໃສ່​ເພື່ອ​ໃຫ້​ເກົາຫຼີເໜືອປະຖິ້ມ​ໂຄງ
ການ​ນິວ​ເຄລຍຂອງ​ຕົນ​ນັ້ນ​ແຕ່​ບໍ່​ໄດ້​ພົບ​ພໍ້​ກັນ​ມາ​ໄດ້​ເຈັດ​ປີ​ແລ້ວ.

ທ່ານ​ນາງ Park ​ເວົ້າວ່າ ຜ່ານ​ມາການ​ເຈລະຈາ​ຫົກ​ຝ່າຍ​ກໍ​ມີ​ປະ​ໂຫຍ​ດຢູ່​ບໍ່​ນ້ອຍ​ໃນ​ຖານະ​
ທີ່​ເປັນ​ຂອບ​ເພື່ອ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ເກົາຫຼີ​ເໜືອ​ໂດຍ​ຜ່ານ​ການ​ເຈລະຈາ. ​ແຕ່​ແນວ​
ໃດ​ກໍ​ຕາມ ການເຈລະຈາ​ດັ່ງກ່າວ​ແມ່ນ​ບໍ່​ໄດ້​ມີ​ຂຶ້ນມາ​ຊົ່ວ​ໄລຍະ​ນຶ່ງ​ແລ້ວ.​ ​ເຖິງ​ແມ່ນວ່າການ
​ເຈລະຈາ​ໄດ້​ໄຂ​ຂຶ້ນແຕ່​ກໍບໍ່​ໄດ້​ຊ່ອຍ​ໃນ​ການ​ເຮັດ ​ໃຫ້​ເກົາຫລີ​ເໜືອ​ເປັນ​ປະ​ເທດ​ທີ່​ປອດ​ນິວ​
ເຄລຍ​ເລີຍ ຄຳ​ຖາມ​ຈຶ່ງ​ມີ​ຂຶ້ນ ກ່ຽວ​ກັບປະສິດທິ​ຜົນ​ຂອງ​ການ​ພົບ​ປະ​ດັ່ງກ່າວ.

ການ​ເຈລະຈາ​ຫົກ​ຝ່າຍ​ທີ່​ປະກອບ​ດ້ວຍ​ເກົາຫຼີ​ເໜືອ ​ເກົາ​ຫຼີ​ໃຕ້​ ສະຫະລັດ ຈີນ ຍີ່ປຸ່ນ ແລະ
ຣັດ​ເຊຍ ​ເລີ້ມຂຶ້ນ​ໃນ​ປີ 2003.​ ​ເກົາຫລີ​ເໜືອ​ໄດ້​ຍ່າງ​ອອກ​ຈາກ​ກອງປ​ະ​ຊຸມ​ດັ່ງກ່າວ ​ໃນ​ປີ​
2009​ ຊຶ່ງ​ໄດ້​ສ້າງ​ຄວາມບໍ່ພໍ​ໃຈ ​ໃຫ້​ແກ່​ບັນດາ​ປະ​ເທດ​ມະຫາອຳນາດ​ຂອງ​ໂລກ ທີ່​ໄດ້​ທຳ​
ການ​ລົງ​ໂທດ​ຫລັງ​ຈາກ​ພຽງ​ຢາງ​ໄດ້ທົດລອງ​ລູກ​ສອນທີ່​ຍິງໄດ້​ໃນ​ໄລຍະ​ໄກ.

North Korea Nuclear
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG