ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານາທິບໍດີ ທີ່ຖືກ ເລືອກຕັ້ງໃໝ່ ຂອງເກົາຫຼີໃຕ້ ພົບ ທູດພິເສດຂອງຍີ່ປຸ່ນ


ທ່ານ Fukushiro Nukaga ທູດພິເສດຍີ່ປຸ່ນ ພົບປະກັບ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງເກົາຫລີໃຕ້ ທ່ານນາງ Park Geun-hye ​​ທີ່ກຸງໂຊລ.
ທ່ານ Fukushiro Nukaga ທູດພິເສດຍີ່ປຸ່ນ ພົບປະກັບ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງເກົາຫລີໃຕ້ ທ່ານນາງ Park Geun-hye ​​ທີ່ກຸງໂຊລ.
ປະທານາທິບໍດີ ​ທີ່​ໄດ້​ຮັບ​ເລືອກ​ໃໝ່​ຂອງເກົາຫລີ​ໃຕ້ ​ໄດ້​ພົບ​ປະ​
ກັບທູດ​ພິ​ເສດຂອງນາຍົກລັດຖະມົນ​ຕີຍີ່ປຸ່ນຄົນ​ໃໝ່ທ່ານ Shin
zo Abe ​ໃນຄວາມ​ພະຍາຍາມ ​ເພື່ອ​ລິ​ເລີ້ມ ຂັ້ນຕອນ ​ໃນ​ການ​
ປັບປຸງ​ຄວາມ​ສຳພັນ​ ທີ່​ມີການ​ຂັດ​ແຍ້​ງກັນ​ຢ່າງ​ຮ້າຍ​ແຮງ​ນັ້ນ.

ປະທານາທິບໍດີ ທີ່ໄດ້​ຮັບ​ເລືອກ​ໃໝ່​ຂອງ​ເກົາຫຼີ​ໃຕ້ ທ່ານນາງ Park Geun-hye ​ໄດ້​ພົບ​ປະ​ໃນ​ວັນ​ສຸກ​ມື້​ນີ້​ທີ່ກຸງ​ໂຊ​ລ ​ນະຄອນ​ຫລວງ​ຂອງ​ເກົາຫລີ​ໃຕ້ ກັບ​ອ​ະດີດລັດຖະມົນຕີ​ການ​ເງິນຍີ່ປຸ່ນ ທ່ານ Fukushiro Nukaga.

ທ່ານ​ນາງ Park ກ່າວ​ວ່າ ທ່ານນາງຫວັງ​ວ່າ ​ໃນ​ຂະນະ​ທີ່​ລັດ​ຖະ​ບານ​ໃໝ່ເຂົ້າ​ກໍາ​ຕໍາແໜ່​ງ ຢູ່​ໃນ​ທັງ​ສອງ​ປະ​ເທດ​ນັ້ນ ​ພວກເຂົາ​ເຈົ້າສາມາດ​ດຳ​ເນີນ​ຄວາມພະຍາຍາມ ​ເພື່ອ​ເສີມ​ສ້າງ​ຄວາມ​ໄວ້​ເນື້ອເຊື່ອ​ໃຈ ແລະ​ຄວາມ​ສຳພັນ​ແບບ​ເພື່ອນ​ມິດ​ທີ່ໃກ້​ຊິດ.

ທ່ານ Nukaga ​ໄດ້​ນໍາ​ສານສະບັບ​ນຶ່ງມາ​ໃຫ້ ​ຈາກທ່ານ Abe ຜູ້​ທີ່​ໄດ້​ກ່າວ​ເຖິງ​ເກົາຫລີ​ໃຕ້​
ວ່າ ​ເປັນ​ເພື່ອນ​ບ້ານສໍາຄັນ​ທີ່​ສຸດ​ຂອງຍີ່ປຸ່ນແລະ​ໃຫ້​ຄໍາ​ໜັ້ນສັນຍາ​ວ່າທ່ານໝັ້ນໝາຍ​ທີ່ຈະ​
ປັບປຸງ​ຄວາມ​ສຳພັນ​ໃຫ້​ດີ​ຂຶ້ນ.

ສາຍ​ພົວ​ພັນ​ລະຫວ່າງປະ​ເທດທັງ​ສອງໄດ້ເກີດ​ມີ​ບັນຫາ​ເປັນ​ປະ​ຈໍາຍ້ອນ​ຄວາມ​ຊົງ​ຈໍາກ່ຽວ
ກັບຄວາມ​ໂຫດຮ້າຍ​ໃນການ​ປົກຄອງ​ແບບ​ອານາ​ນິຄົມ​ຂອງຍີ່ປຸ່ນຢູ່​ໃນແຫລມ​ເກົາຫລີ ບັນ
ຫາ​ຂັດ​ແຍ້​ງກ່ຽວ​ກັບ​ເຂດ​ນໍ້າ​ແດນ​ດິນ ​ແລະ​ບັນຫາ​ອຶ່ນໆອີກ.

ການ​ຂັດ​ແຍ້​ງ​ກ່ຽວ​ກັບ​ເລື່ອງ​ເຂດ​ນໍ້າ​ແດນ​ດິນ ​ໄດ້​ຊຸດໂຊມ​ລົງ​ໃນ​ປີ​ກາຍ​ນີ້ ຫຼັງຈາກການ​ໄປ​ຢ້ຽມຢາມ​ທີ່​ບໍ່​ມີ​ການປະກາດ​ລ່ວງ​ໜ້າ​ຂອງປະທານາທິບໍດີເກົາຫຼີ​ໃຕ້ທ່ານ Lee Myung-
bak ຕໍ່​ໝູ່ເກາະ Dokdo ທີ່​ມີ​ການຂັດແຍ້​ງກັນ ຊຶ່ງ​ເປັນ​ທີ່​ຮູ້​ຈັກກັນ ໃນ​ຍີ່ປຸ່ນວ່າ ໝູ່​ເກາະ Takeshima ນັ້ນ.
XS
SM
MD
LG