ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ແລະ ຍີ່ປຸ່ນ ຕົກລົງ ແລກປ່ຽນ ຂໍ້ມູນລັບ ກ່ຽວກັບ ເກົາຫຼີເໜືອ


ຜູ້ປະທ້ວງເກົາຫຼີໃຕ້ຄົນໜຶ່ງ ຕໍ່ສູ້ກັບຕຳຫຼວດ ໃນລະຫວ່າງ ການຊຸມນຸມປະທ້ວງ ເພື່ອຄັດຄ້ານ ຂໍ້ຕົກລົງ ຂໍ້ມູນທາງທະຫານ ກ່ຽວກັບ ຄວາມປອດໄພທົ່ວໄປ ລະຫວ່າງ ເກົາຫຼີໃຕ້ ແລະ ຍີ່ປຸ່ນ, ຕໍ່ໜ້າກະຊວງປ້ອງກັນປະເທດ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 23 ພະຈິກ, 2016.
ຜູ້ປະທ້ວງເກົາຫຼີໃຕ້ຄົນໜຶ່ງ ຕໍ່ສູ້ກັບຕຳຫຼວດ ໃນລະຫວ່າງ ການຊຸມນຸມປະທ້ວງ ເພື່ອຄັດຄ້ານ ຂໍ້ຕົກລົງ ຂໍ້ມູນທາງທະຫານ ກ່ຽວກັບ ຄວາມປອດໄພທົ່ວໄປ ລະຫວ່າງ ເກົາຫຼີໃຕ້ ແລະ ຍີ່ປຸ່ນ, ຕໍ່ໜ້າກະຊວງປ້ອງກັນປະເທດ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 23 ພະຈິກ, 2016.

ຍີ່ປຸ່ນ ແລະ ເກົາຫຼີໃຕ້ ໄດ້ເຊັນຂໍ້ຕົກລົງສະບັບໜຶ່ງໃນວັນພຸດມື້ນີ້ ເພື່ອແລກປ່ຽນຂໍ້ມູນລັບ ກ່ຽວກັບ ກິດຈະກຳທາງທະຫານຂອງ ເກົາຫຼີເໜືອ, ລວມທັງໂຄງການນິວເຄລຍຂອງພວກ ເຂົາເຈົ້າ.

ກະຊວງປ້ອງກັນປະເທດຂອງ ເກົາຫຼີໃຕ້ ໄດ້ກ່າວວ່າ ຂໍ້ຕົກລົງນີ້ຈະຊ່ວຍ “ຍັບຢັ້ງ” ກິດຈະ ກຳນິວເຄລຍ ແລະ ລູກ​ສອນ​ໄຟຂອງພວກເຂົາເຈົ້າ.

ກະຊວງໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ໃນເມື່ອຕອນນີ້ພວກເຮົານຳໃຊ້ຄວາມ ສາມາດໃນການສືບຄວາມລັບຂອງຍີ່ປຸ່ນເພື່ອຮັບມືກັບໄພຂົ່ມຂູ່ຈາກລະເບີດນິວເຄລຍ ແລະ ຂີລູກ​ສອນ​ໄຟທີ່ເພີ່ມຂຶ້ນຂອງ ເກົາຫຼີເໜືອ ຢ່າງມີປະສິດທິຜົນແລ້ວ, ມັນຈະເປັນ ການເສີມຂະຫຍາຍຜົນປະໂຫຍດດ້ານຄວາມປອດໄພຂອງພວກເຮົາ.”

ຂໍ້ຕົກລົງດັ່ງກ່າວຈະອະນຸດຍາດໃຫ້ ເກົາຫຼີໃຕ້ ແລະ ຍີ່ປຸ່ນ ແລກປ່ຽນຂໍ້ມູນໂດຍກົງ, ແທນ ທີ່ຈະຜ່ານ ສະຫະລັດ ດັ່ງທີ່​ເຄີຍ​ໄດ້ເຮັດພາຍໃຕ້ຂໍ້ຕົກລົງ ທີ່ເຊັນກັນໃນປີ 2014.

ຂໍ້ຕົກລົງໃໝ່ນີ້ ໄດ້ກໍ່ໃຫ້ເກີດການຄັດຄ້ານຈາກພວກນັກເຄື່ອນໄຫວ ແລະ ພັກການເມືອງ ຕ່າງໆໃນເກົາຫຼີໃຕ້, ລວມທັງພວກທີ່ກຳລັງຮຽກຮ້ອງໃຫ້ປະທານາທິບໍດີ Park Guen- hye ລາອອກຈາກຕຳແໜ່ງ.

ຈີນ, ພັນທະມິດທີ່ສຳຄັນຂອງ ເກົາຫຼີເໜືອ, ກໍຄັດຄ້ານຕໍ່ຂໍ້ຕົກລົງນີ້, ໂດຍກ່າວວ່າ ມັນຈະ ນຳເອົາອົງປະກອບທີ່ເປັນອັນຕະລາຍ ແລະ ບໍ່ໝັ້ນຄົງມາສູ່ພາກພື້ນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

South Korea Japan
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG