ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີໃຕ້ ມີກຳນົດ ລົງຄະແນນສຽງ ເພື່ອຟ້ອງ ປະທານາທິບໍດີ


ບັນດາສະມາຊິກສະພາ ແລະ ສະມາຊິກຂອງພັກຝ່າຍຄ້ານ ຖືປ້າຍປະທ້ວງ ໃນລະຫວ່າງການຊຸມນຸມ ຮຽກຮ້ອງໃຫ້ຟ້ອງ ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ທີ່ສະພາແຫ່ງຊາດໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 7 ທັນວາ, 2016.
ບັນດາສະມາຊິກສະພາ ແລະ ສະມາຊິກຂອງພັກຝ່າຍຄ້ານ ຖືປ້າຍປະທ້ວງ ໃນລະຫວ່າງການຊຸມນຸມ ຮຽກຮ້ອງໃຫ້ຟ້ອງ ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ທີ່ສະພາແຫ່ງຊາດໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 7 ທັນວາ, 2016.

ບັນດາສະມາຊິກສະພາ ເກົາຫຼີໃຕ້ ໄດ້ສະເໜີຮ່າງ​ຍັດຕິສະບັບໜຶ່ງເພື່ອຟ້ອງປະທານາທິ ບໍດີ Park Guen-hye ທີ່ຖືກໂຈມຕີ ກ່ຽວກັບ ຂ່າວນອງນັນການສໍ້ລາດບັງຫຼວງເງິນຫຼາຍ ລ້ານໂດລາ.

ຮ່າງ​ຍັດຕິດັ່ງກ່າວ ຖືກສະເໜີໃນວັນພະຫັດມື້ນີ້ ໃນລະຫວ່າງກອງປະ ຊຸມຂອງສະມາຊິກ ສະພາແຫ່ງຊາດທັງໝົດ 300 ຄົນ. ບັນດາສະມາຊິກສະພາຕ້ອງລົງຄະແນນສຽງກ່ຽວກັບ ຮ່າງ​ຍັດຕິ​ສະບັບ​ນີ້ພາຍໃນ 24 ຫາ 72 ຊົ່ວໂມງ, ໝາຍຄວາມວ່າ ການລົງຄະແນນສຽງ ຢ່າງເປັນທາງການຈະມີຂຶ້ນໃນວັນສຸກມື້ອື່ນນີ້, ​ເຊິ່ງເປັນມື້ສຸດທ້າຍຂອງກອງປະຊຸມສະ​ໄໝ​ສາມັນຂອງສະພາແຫ່ງຊາດ.

ປະທານາທິບໍດີ Park ກຳລັງເປັນທີ່ວິພາກວິຈານ​ໃນສາຍພົວພັນຂອງທ່ານນາງກັບນາງ Choi Soon-sil, ເພື່ອນທີ່ໃກ້ຊິດກັນມາດົນນານ ຜູ້ທີ່ຖືກກ່າວໂທດ ດ້ວຍການພະຍາ ຍາມສໍ້ໂກງ ແລະ ຂໍ້ກ່າວຫາອື່ນໆ. ບັນດາໄອຍະການກ່າວວ່າ ນາງ Choi ໄດ້ບັງຄັບໃຫ້ບໍ ລິສັດທີ່ໃຫຍ່ທີ່ສຸດຂອງ ເກົາຫຼີໃຕ້ ບໍລິຈາກເງິນຫຼາຍສິບລ້ານໂດລາ ໃຫ້ກັບມູນນິທິສອງ ແຫ່ງທີ່ລາວ​ເປັນ​ຜູ້​ຄວບຄຸມ.

ນາງ Choi ຖືກກ່າວຫາວ່າ ໄດ້ໂກຍເອົາເງິນບາງຈຳນວນເຂົ້າໃນບໍລິສັດສ່ວນຕົວຂອງ ລາວ ແລະ ເພື່ອເປັນຂໍ້ຕົກລົງການຕໍ່ລອງສຳລັບໝູ່ຂອງລາວ.

ປະທານາທິບໍດີ Park ໄດ້ຢືນຢັນວ່າ ເພິ່ນບໍ່ເຄີຍໄດ້ຮັບຜົນປະໂຫຍດສ່ວນຕົວຈາກຄວາມ ພະຍາຍາມລະດົມທຶນພວກນີ້ ແລະ ບໍ່ຮູ້ກ່ຽວກັບ ການເອົາຜິດໃດໆໂດຍຄົນທີ່ຢູ່ອ້ອມແອ້ມ ເພິ່ນ.

ຖ້າຫາກ​ຮ່າງ​ຍັດຕິ​ການ​ຟ້ອງ​ຮ້ອງຖືກຮອງຮັບເອົາ, ສານລັດຖະທຳມະ ນູນຂອງປະເທດ ຈະມີເວລາ 6 ເດືອນເພື່ອພິຈາລະນາວ່າ ປະທານາ ທິບໍດີຄວນຖືກປົດອອກຈາກຕຳແໜ່ງ ຫຼື ບໍ່. ທ່ານນາງອາດເປັນປະທາ ນາທິບໍດີ ທີ່ຖືກເລືອກຢ່າງເປັນປະຊາທິປະໄຕຄົນທຳອິດ ໃນປະຫວັດ ສາດຂອງ ເກົາຫຼີໃຕ້ ທີ່ຖືກປົດອອກຈາກຕຳແໜ່ງ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

South Korea Politics
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG