ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເລື່ອງການຮ້ອງຟ້ອງ ປົດປະທານາທິບໍດີ ເກົາຫຼີໃຕ້ ລົງຈາກອຳນາດ ກ້າວເຂົ້າສູ່ ຂັ້ນຕອນສຸດທ້າຍແລ້ວ


ພວກຜູ້ສະໜັບສະໜູນ ການຮ້ອງຟ້ອງ ປົດປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ໂບກທຸງຊາດ ຂອງສະຫະລັດ ແລະ ເກົາຫຼີໃຕ້ ໃນຂະນະດຽວກັນ ພວກ
ຄົນອີກກຸ່ມນຶ່ງ ຖືຮູບພາບຂອງປະທານາທິບໍດີ ພາກ ໃນລະ
ຫວ່າງ ການໂຮມຊຸມນຸມ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 27 ກຸມພາ 2017.
ພວກຜູ້ສະໜັບສະໜູນ ການຮ້ອງຟ້ອງ ປົດປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ໂບກທຸງຊາດ ຂອງສະຫະລັດ ແລະ ເກົາຫຼີໃຕ້ ໃນຂະນະດຽວກັນ ພວກ ຄົນອີກກຸ່ມນຶ່ງ ຖືຮູບພາບຂອງປະທານາທິບໍດີ ພາກ ໃນລະ ຫວ່າງ ການໂຮມຊຸມນຸມ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 27 ກຸມພາ 2017.

ການກ່າວຟ້ອງປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ໄດ້ກ້າວເຂົ້າສູ່
ຂັ້ນຕອນສຸດທ້າຍ ໃນວັນຈັນມື້ນີ້ ເວລາສານລັດຖະທຳມະນູນ ຈັດຟັງຄຳໃຫ້ການເປັນ
ຄັ້ງສຸດທ້າຍ ແລະ ໃນຂະນະທີ່ ທ່ານ Hwang Kyo-an ຜູ້ເປັນປະທານາທິບໍດີພາງ
ທັງເປັນນາຍົກລັດຖະມົນຕີ ນຳນັ້ນ ໄດ້ປະຕິເສດທີ່ຈະຕໍ່ເວລາຂອງການສືບສວນ ໂດຍ
ຄະນະກຳມະການອິດສະຫລະ ໃນເລື່ອງຂອງການສໍ້ລາດບັງຫຼວງ ທີ່ເປັນບັນຫານອງນັນ
ຂອງປະເທດ.

ທ່ານ Hwang Kyo-an ຜູ້ເປັນປະທານາທິບໍດີພາງ ທັງເປັນນາຍົກລັດຖະມົນຕີ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ອາຄານລັດຖະບານ ໃນນະຄອນຫຼວງໂໍຊລ ຂອງເກົາຫຼີໃຕ້, ວັນທີ 9 ທັນວາ 2016.
ທ່ານ Hwang Kyo-an ຜູ້ເປັນປະທານາທິບໍດີພາງ ທັງເປັນນາຍົກລັດຖະມົນຕີ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ອາຄານລັດຖະບານ ໃນນະຄອນຫຼວງໂໍຊລ ຂອງເກົາຫຼີໃຕ້, ວັນທີ 9 ທັນວາ 2016.

ໃນເດືອນທັນວາປີກາຍນີ້ ສະພາແຫ່ງຊາດ ໄດ້ລົງຄະແນນສຽງ ຢ່າງຖ້ວມລົ້ນ ເພື່ອປົດ
ປະທານາທິດີ ພາກ ອອກຈາກຕຳແໜ່ງ ໃນຂໍ້ຫາສົມຮູ້ຮ່ວມຄິດ ກັບນາງ Choi Soon-sil
ຜູ້ເປັນເພື່ອນທີ່ຮູ້ຈັກມາໄດ້ດົນນານ ເພື່ອບີບບັງຄັບໃຫ້ ບັນດາບໍລິສັດໃຫຍ່ຂອງເກົາຫຼີໃຕ້
ບໍລິຈາກເງິນຫຼາຍກວ່າ 69 ລ້ານໂດລາ ໃຫ້ແກ່ ສອງມູນນິທິປອມ ໃນການແລກປ່ຽນກັບ
ການທີ່ຈະໄດ້ຮັບ ການປະຕິບັດຕໍ່ບໍລິສັດຕົນ ເປັນກໍລະນີພິເສດ ຫຼື ພາຍໃຕ້ການຂົ່ມຂູ່
ທີ່ຈະຖືກກວດສອບດ້ານການຊຳລະພາສີ.

ນອກຈາກນີ້ແລ້ວ ຍັງມີຂໍ້ກ່າວຫາອື່ນໆອີກນຳ ທີ່ກ່ຽວພັນກັບການປ່ອຍປະລະເລີຍໜ້າທີ່
ຂອງທ່ານນາງ ພາກ ໃນການຮັບມືກັບ ເຫດໂສກນາດຕະກຳ ເຮືອຂ້າມຟາກ Sewol ຫລົ້ມ
ທີ່ໄດ້ເຮັດໃຫ້ ຫຼາຍກວ່າ 300 ຄົນເສຍຊີວິດ ແລະເລື່ອງລາວຂອງນາງ Choi ຜູ້ທີ່ປາກົດ
ວ່າ ໃຊ້ບົດບາດໃນສາຍສຳພັນກັບປະທານາທິບໍດີ ເພື່ອເຮັດໃຫ້ລູກສາວຂອງຕົນ ໄດ້ຮັບ
ເຂົ້າມະຫາວິທະຍາໄລ ທີ່ມີຊື່ສຽງ.

ບັນດາຜູ້ພິພາກສາ ສານລັດຖະທຳມະນູນ ນັ່ງຟັງ ໃນລະຫວ່າງ ການຮັບຟັງຄຳໃຫ້ການຄັ້ງສູດທ້ານ ກ່ຽວກັບວ່າ ຈະຢັ້ງຢືນ ການກ່າວຟ້ອງ ປະທານາທິບໍດີ ພາກ ກຶ່ນເຫ ຫຼືບໍ່ ຢູ່ທີ່ສານ ໃນນະຄອນຫຼວງໂໍຊລ ຂອງເກົາຫຼີໃຕ້, ວັນທີ 27 ກຸມພາ 2017.
ບັນດາຜູ້ພິພາກສາ ສານລັດຖະທຳມະນູນ ນັ່ງຟັງ ໃນລະຫວ່າງ ການຮັບຟັງຄຳໃຫ້ການຄັ້ງສູດທ້ານ ກ່ຽວກັບວ່າ ຈະຢັ້ງຢືນ ການກ່າວຟ້ອງ ປະທານາທິບໍດີ ພາກ ກຶ່ນເຫ ຫຼືບໍ່ ຢູ່ທີ່ສານ ໃນນະຄອນຫຼວງໂໍຊລ ຂອງເກົາຫຼີໃຕ້, ວັນທີ 27 ກຸມພາ 2017.

ການປະຕິບັດໜ້າທີ່ ຂອງປະທານາທິບໍດີ ພາກ ໄດ້ຖືກລະງັບໄວ້ ໃນລະຫວ່າງ ການດຳ
ເນີນຄະດີ ຂອງສານລັດຖະທຳມະນູນ ເພື່ອທົບທວນຄືນ ຄວາມຖືກຕ້ອງຂອງການຮ້ອງ
ຟ້ອງ ເພື່ອປົດປະທານາທິບໍດີ ຊຶ່ງເປັນຂະບວນການ ທີ່ອີງຕາມກົດໝາຍແລ້ວ ຈະໃຊ້
ເວລາ ຫຼາຍກວ່າ 6 ເດືອນ.

ທ່ານນາງ ພາກ ໄດ້ປະຕິເສດທີ່ຈະເຂົ້າຮ່ວມ ໃນການຮັບຟັງການໃຫ້ປາກຄຳ ຄັ້ງສຸດທ້າຍ
ແລະ ໄດ້ຢືນຢັນຢ່າງເປີດເຜີຍ ວ່າທ່ານນາງບໍ່ມີຄວາມຜິດ ຕໍ່ຂໍ້ກ່າວຫາຕ່າງໆ ທີ່ວ່າ ທ່ານ
ນາງເຄີຍໄດ້ຮັບຜົນປະໂຫຍດທາງດ້ານການເງິນ ຈາກໜ້າທີ່ຕຳແໜ່ງຂອງເພິ່ນ ແລະ
ບໍ່ຮູ້ເລີຍວ່າ ມີການເຄື່ອນໄຫວທີ່ຜິດກົດໝາຍໃດໆ ທີ່ປາກົດວ່າໄດ້ດຳເນີນການໂດຍ
ບັນດາເພື່ອນມິດ ແລະ ຜູ້ໃຕ້ບັງຄັບບັນຊາ.

South Korea Impeachment
please wait

No media source currently available

0:00 0:01:45 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG