ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາແຫ່ງຊາດ ເກົາຫຼີໃຕ້ ລົງຄະແນນສຽງ ຟ້ອງ ປະທານາທິບໍດີ ພາກເກີນເຮ


ຫລັງຈາກໄດ້ຍິນຂ່າວວ່າ ປະທານາທິບໍດີ Park Geun-hye
ຈະຖືກຟ້ອງ ພວກປະທ້ວງ ພາກັນສະຫຼອງ ຢູ່ຕໍ່ໜ້າ ສະພາແຫ່ງຊາດ ທີ່ນະຄອນຫຼວງໂຊລ. (9 ທັນວາ 2016)​
ຫລັງຈາກໄດ້ຍິນຂ່າວວ່າ ປະທານາທິບໍດີ Park Geun-hye ຈະຖືກຟ້ອງ ພວກປະທ້ວງ ພາກັນສະຫຼອງ ຢູ່ຕໍ່ໜ້າ ສະພາແຫ່ງຊາດ ທີ່ນະຄອນຫຼວງໂຊລ. (9 ທັນວາ 2016)​

ສະພາ​ແຫ່ງ​ຊາດຂອງ​ເກົາຫຼີ​ໃຕ້ ​ໄດ້​ລົງ​ຄະ​ແນນ​ສຽງ ​ຟ້ອງ​ປະທານາທິບໍດີ Park Guen- hye.

​ໂດຍ​ທີ່​ສະມາຊິກ 234 ຄົນລົງ​ຄະ​ແນນ​ສຽງ​ໃນ​ວັນ​ສຸກ​ມື້ນີ້ ​ເຫັນ​ດີ​ກັບ​ການ​ຟ້ອງປະທານາ ທິບໍດີ Park ຢູ່​ໃນ​ສະພາ​ແຫ່ງ​ຊາດ ທີ່​ມີ​ທັງ​ໝົດ 300 ບ່ອນ​ນັ່ງ ມາດຕະການ​ດັ່ງກ່າວ​ ຈຶ່ງ​ໄດ້​ຮັບ​ການ​ສະໜັບສະ​ໜຸນ ກາຍ​ສອງ​ສ່ວນ​ສາມ ທີ່​ຕ້ອງການ​.

ການ​ພັງ​ທະລາ​ຍລົງ​ຢ່າງ​ບໍ່​ໜ້າ​ເຊື່ອ​ແລະ​ໄວວາ​ຂອງປະທານາທິບໍດີ Park ​ແມ່ນມີ​ສາ​ເຫດ​ມາ​ຈາກ​ການ​ກ່າວ​ຫາ​ເມື່ອ​ໄວໆ​ມານີ້​ໃນ​ຂ່າວ​ນອງ​ນັນ​ການ​ໃຊ້​ອິດ​ທິພົນຫຼາຍໆ​ລ້ານ​ໂດ​ລາ ທີ່​ມາ​ຈາກ​ທຳນຽບສີຟ້າ.

ພວກປະທ້ວງ ຍູ້ຕຳຫຼວດ ທີ່ຮຽກຮ້ອງໃຫ້ ສະພາຟ້ອງ ປ. Park Geun-hye
ພວກປະທ້ວງ ຍູ້ຕຳຫຼວດ ທີ່ຮຽກຮ້ອງໃຫ້ ສະພາຟ້ອງ ປ. Park Geun-hye

ຫລັງ​ຈາກ​ລົງ​ຄະ​ແນນ​ສຽງ​ແລ້ວ ທ່ານ Chung Se-kyun ປະທານ​ສະພາ​ແຫ່ງຊາດ ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານຮຳ​ບາດ​ແຜຂອງ​ຄວາມ​ແຕກ​ແຍກ ​ແລະ​ຄວາມວຸ້ນວາຍ ທີ່​ເຮັດ​ໃຫ້​ລັດ​ຖະບານ​ກາຍ​ເປັນ​ອຳມະພາດ​ຍ້ອນ​ຂ່າວ​ນອງ​ນັນ​ນີ້.

ທ່ານ Chung ກ່າວ​ວ່າ “​ໂດຍ​ການ​ຮັບ​ຜ່ານມະຕິ​ໃນ​ການ​ຟ້ອງ​ຮ້ອງ​ນີ້ ຄວາມ​ບໍ່​ແນ່ນອນ ​ທາງ​ການ​ເມືອງສ່ວນ​ໃຫຍ່​ແມ່ນ​ໄດ້​ຮັບ​ການ​ແກ້​ໄຂ​ໄປ​ແລ້ວ. ​ເຈົ້າໜ້າ​ທີ່ລັດຖະບານ​ຄວນ​ຈະຕັ້ງໜ້າ​ດຳ​ເນີນ​ຄວາມ​ພະຍາຍາມ​ໃນ​ການ​ປົກ​ປັກ​ຮັກສາ​ຊີວິດປະຊາຊົນ​ພວກ​ເຮົາ.”

ພວກສະໜັບສະໜຸນ ປ. Park Geun-hyeຖືທຸງຊາດ ໃນການໂຮມຊຸມນຸມ ຕໍ່ຕ້ານການຟ້ອງ ປະທານາທິບໍດີ
ພວກສະໜັບສະໜຸນ ປ. Park Geun-hyeຖືທຸງຊາດ ໃນການໂຮມຊຸມນຸມ ຕໍ່ຕ້ານການຟ້ອງ ປະທານາທິບໍດີ

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້ ​ໄດ້ສັ່ງ​ໃຫ້​ກອງທັບ​ ຢູ່ໃນ​ທ່າ​ລະມັດລະວັງ​ ແລະກຽມ ພ້ອມ​ສູງ​ຂຶ້ນ.

ພາບ​ພົດ​ຂອງ​ລັດຖະບານ​ໃນ​ຖານະ​ຜູ້ນຳ​ທີ່​ເຂັ້ມ​ແຂງ​ແລະ​ບໍ່​ສໍ້​ລາດ​ບັງ​ຫຼວງນັ້ນ​ໄດ້​ພັງ​ທະ ລາ​ຍລົງພາຍ​ໃຕ້​ການ​ກ່າວ​ຫາ​ວ່າ ​ນາງ Choi Soon-sil ເພື່ອນທີ່ໃກ້ຊິດກັນມາດົນນານ​ ​ໄດ້​ສວຍ​ໃຊ້​ແບບ​ລັບໆ ຄວາມ​ສຳພັນ​ທີ່​ໃກ້ຊິດ​ກັບ​ປະທານາທິບໍດີ Park ​ເພື່ອ​ບັງຄັບ​ໃຫ້​ບໍລິສັດ​ໃຫຍ່ໆ​ຂອງ​ເກົາຫຼີ​ໃຕ້ບໍລິຈາກ​ເງິນ​ເກືອບ 65 ລ້ານ​ໂດ​ລາໃຫ້​ແກ່​ມູນ​ນິທິທີ່​ໜ້າ​ສົງ​ໄສ 2 ​ແຫ່ງ​ຂອງ​ນາງຊຶ່ງ​ໃນ​ຂະນະ​ດຽວ​ກັນ​ກໍ​ຈັດ ສົ່ງເງິນ​ຈຳນວນ​ນຶ່ງ​ແລະກຳ​ໄລ​ທີ່​ງາມໆ ທີ່ນາງ​ໄດ້​ເຊັນ​ສັນຍາ​ກັບ​ບໍລິສັດ​ຕ່າງໆ ​ທີ່ເປັນ​ເຈົ້າຂອງໂດຍນາງ​ເອງ ​ແລະ​ໝູ່​ຂອງ​ນາງ.

ຫລັງ​ຈາກມີ​ການ​ຮັບຮອງ​ເອົາ​ມະຕິ​ການ​ຟ້ອງແລ້ວ ທ່ານ​ນາງ Park ​ໄດ້ຖືກ​ສັ່ງບໍ່​ໃຫ້​ເຮັດ​ວຽກ​ໃນ​ທັນທີ. ນາຍົກລັດຖະມົນຕີ Hwang Kyo-anh ຈະ​ເປັນ​ຜູ້​ຮັກສາ​ການຕຳແໜ່ງ ປະມຸກ​ຂອງ​ປະ​ເທດ.

South Korea Impeachment
please wait

No media source currently available

0:00 0:00:46 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG