ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ ຈັດ ສວນສະໜາມ ທີ່ໃຫ​ຍ່​ສຸດ ໃນຮອບສິບປີ (ສະ​ໄລ​ດ໌/ວີດີໂດ)


ການເດີນສວນສະໜາມ ເນືີ່ອງ​ໃນວັນກອງທັບແຫ່ງຊາດ ເກົາຫລີໃຕ້ ​ໄດ້​ນຳສະແດງລູກ​ສອນ​ໄຟນຳ​ວິ​ຖີ Hyunmu 3 ທີ່​ສ້າງ​ຂື້ນ​ພາຍ​ໃນ​ປະ​ເທດ.
ການເດີນສວນສະໜາມ ເນືີ່ອງ​ໃນວັນກອງທັບແຫ່ງຊາດ ເກົາຫລີໃຕ້ ​ໄດ້​ນຳສະແດງລູກ​ສອນ​ໄຟນຳ​ວິ​ຖີ Hyunmu 3 ທີ່​ສ້າງ​ຂື້ນ​ພາຍ​ໃນ​ປະ​ເທດ.
ປະທານາທິບໍດີ​ເກົາຫລີໃຕ້ ທ່ານ​ນາງ Park Geun-hye ​ໄດ້​ປະ
ຕິຍານ ​ທີ່​ຈະ ​ເພີ້​ມການປ້ອງ​ກັນ​ປະ​ເທດ​ຂອງທ່ານນາງ ຕໍ່ເກົາຫລີ​
ເໜືອ ​ໃນ​ຂະນະ​ທີ່ທ່ານນາງ ​ເຂົ້າ​ຮ່ວມ​ການ​ເດີນ​ສວນສະໜາມ
ທາງ​ທະຫານ ທີ່​ໃຫຍ່ສຸດ​ໃ​ນຮອບ​ສິບ​ປີ ​ໃນ​ວັນ​ອັງຄານ​ມື້​ນີ້.

ປະທານາທິບໍດີ Park ກ່າວ​ວ່າ ​ເກົາຫລີ​ໃຕ້ ບໍ່​ມີ​ທາງ​ເລືອກ ​ແຕ່​
ຕ້ອງໄດ້ສ້າງ “ການ​ປ້ອງ​ກັນ​ທີ່​ເຂັ້ມ​ແຂງ ​ຕໍ່ຕ້ານເກົາຫລີ​ເໜືອ ​ຈົນ
​ກວ່າເກົາ​ຫລີ​ເໜືອຍົກ​ເລີກ ​ໂຄງການ​ສ້າງອາວຸດ​ນິວ​ເຄລຍ ​ແລະ
ເລືອກ​ເອົາ​ໃນ​ອັນ​ທີ່ຖືກຕ້ອງ​ສຳລັບ​ປະຊາ ຊົນ​ຂອງ​ຕົນ ​ແລະ​ສຳ
ລັບ​ສັນຕິພາບ​ຢູ່​ໃນ​ແຫລມ​ເກົາຫລີ.

ທະຫານຫລາຍ​ກວ່າ 11,000 ຄົນ ພ້ອມ​ດ້ວຍ​ເຮືອບິນ​ລົບ 120 ລຳ​ພາກັນ​ເຂົ້າ ຮ່ວມ ​ໃນ​ພິທີ​ສວນສະໜາມ ​ເນື່ອງ​ໃນ​ວັນ​ກອງທັບ​ແຫ່ງ​ຊາດ ​ທີ່​ມີການຖ່າ​ຍທອດ​ທາງໂທລະ​ພາບ ຢູ່ທີ່​ຄ້າຍ​ທະຫານ​ແຫ່ງ​ນຶ່ງທາງ​ທິດໃຕ້​ຂອງ​ນະຄອນ​ຫລວງ​ຂອງ ​ເກົາຫລີ​ໃຕ້. ການ​ເດີນ​ສວນສະໜາ​ມ​ໄດ້​ມີ​ຂຶ້ນອີກ​ໃນ​ເວລາ​ຕໍ່​ມາ​ ຢູ່​ທີ່ກຸງ​ໂຊ​ລ.

ຢູ່​ໃນ​ການ​ເດີນ​ສວນສ​ະໜາມຄັ້ງນີ້ ກໍມີ​ການ​ນຳ​ອອກ​ສະ​ແດງ ລູກ​ສອນ​ໄຟນຳ​ວິ​ຖີ Hyunmu 3 ທີ່​ສ້າງ​ຂື້ນ​ພາຍ​ໃນ​ປະ​ເທດ ​ໂດຍ​ມີ​ລັດສະໝີ​ຍິງ​ໄດ້ 1000 ກິ​ໂລ​ແມັດ.



ອາວຸດ​ຊະນິດ​ດັ່ງກ່າວ ​ໄດ້​ມີ​ການເປີດ​ເຜີ​ຍ​ໃຫ້​ເຫັນຫລັງ​ຈາກ​ເກົາຫລີ​ເໜືອ ​ໄດ້​ທົດ​ລອງ​ນິວ​ເຄລຍ​ຄັ້ງ​ທີ​ສາມ ​ໃນ​ເດືອນ​ກຸມພາທີ່​ຜ່ານ​ມາ.

ການ​ທົດ​ລອງ​ນິ​ວ​ເຄລຍ ​ໄດ້​ພາ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງກັບ​ເກົາຫລີ​ເໜືອ ​ເປັນ​ເວ ລາ​ຫລາຍໆ​ເດືອນ ​ໂດຍ​ທີ່​ເກົາຫລີ​ເໜືອ​ໄດ້​ທຳ​ການ​ນາບ​ຂູ່​ເກືອບ​ແຕ່​ລະ​ມື້ ວ່າ​ຈະ ​ເຮັດ​ສົງຄາມ​ນິວ​ເຄລຍ ຕໍ່ກຸງ​ວໍ​ຊິງ​ຕັນແລະ​ກຸງ​ໂຊ​ລ. ຄວາມສໍາພັນ​ລະ​ຫວ່າງ​ເກົາ ຫລີ ​ໄດ້​ຫາ​ກໍ​ເລີ້ມດີ​ຂຶ້ນ ຫວ່າງ​ມໍໆ​ມາ​ນີ້.

​ເຂົ້າຮ່ວມການ​ເດີນ​ສວນສະໜາມ ​ໃນ​ວັນ​ອັງຄານ​ມື້​ນີ້​ ກໍມີ ລັດຖະມົນ​ຕີປ້ອງ​ກັນ​ປະ​ເທດ
ສະຫະລັດ ທ່ານ Chuck Hagel ຊຶ່ງ​ພວມ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມ ຢາມ​ເກົາຫລີໃຕ້ ເປັນ​ເວລາ​ສີ່​ວັນ ​ເພື່ອ​ສ​ະ​ແດງ​ໃຫ້​ເຫັນວ່າ ກຸງວໍ​ຊິງ​ຕັນເປັນພັນ ທະ​ມິດ ດ້ານ​ຄວາມ​ປ້ອງ​ກັນ​ປະ​ເທດ ກັບ​ເກົາຫລີ​ໃຕ້.

s korea
please wait
Embed

No media source currently available

0:00 0:01:35 0:00
XS
SM
MD
LG